ເວລາປະມານ 13:30 ໂມງ ຂອງວັນທີ 17 ພະຈິກ 2021 ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ເມືອງໄຊທານີ ນວ ໄດ້ຮັບແຈ້ງວ່າມີໄຟໄໝ້ລົດ ຢູ່ບ້ານໜອງພະຍາ ເມືອງໄຊທານີ ຈິ່ງໄດ້ລົງກວດກາສະຖານທີ່ເກີດເຫດ ພົບເຫັນໄຟໄໝ້ລົດກະບະວີໂກ້ 4 ປະຕູ ຢູ່ຖະໜົນດົງໂດກ ຫາ ໜອງບຶກ, ຈຸດເກີດເຫດຢູ່ບ້ານໜອງພະຍາ ກົງກັນຂ້າມທາງເຂົ້າບ້ານດົງຊຽງດີ ເຊິ່ງເຈົ້າຂອງລົດແມ່ນຄົນຈີນ, ເຈົ້າໜ້າທີ່ສອບຖາມ ໃນຈຸດເກີດເຫດ ແລະ ສະພາບຫຼັງເກີດເຫດ ຍັງບໍ່ທັນມີຂໍ້ມູນຫຼັກຖານລະອຽດຊັດເຈນ. ປັດຈຸບັນ ຢູ່ໃນຂັ້ນຕອນການກວດກາພິສູດ ຊອກຫາຜູ້ເປັນເຈົ້າຂອງ ຫຼື ຜູ້ຂັບຂີ່ ແລະ ສາເຫດທີ່ພາໃຫ້ເກີດອັກຄີໄພໃນຄັ້ງນີ້.

ກອງບັນຊາການ ປກສ ນວ ຮຽກຮ້ອງພໍ່ແມ່ປະຊາຊົນ ຈົ່ງເປັນເຈົ້າການຕັ້ງໜ້າມີສ່ວນຮ່ວມ ໃນການປະກອບສ່ວນຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ຖ້າພົບບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນ ສາມາດແຈ້ງເຈົ້າໜ້າທີ່ທີ່ຢູ່ໃກ້ຄຽງ ຫຼື ອໍານາດການປົກຄອງບ້ານ ແລະ ຂໍໃຫ້ແຈ້ງຜ່ານວອດແອັບ ປກສ ນວ ເບີ 020 28899774 ຫຼື ຜ່ານຊ່ອງທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
Discussion about this post