ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 29, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ລັດ​ຖະ​ບານ​ສົ່ງ​ເສີມ​ກາ​ນນຳ​ເຂົ້າລົດ​ໄຟ​ຟ້າຫຼຸດ​ຜ່ອນການນໍາເຂົ້ານໍ້າມັນ

jon by jon
ເດືອນພະຈິກ 18, 2021
in ທົ່ວໄປ
0
Home ທົ່ວໄປ

ທ່ານ ຈັນໂທ ມີລັດຕະນະໄຊ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານທົດແທນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສໍາພາດຕໍ່ສື່ມວນ​ຊົນ ໃນ​ໂອ​ກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້​ແທນ​ອົງ​ຄະ​ນະ​ພັກ​ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ຄັ້ງທີ III ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ນະໂຍບາຍສົ່ງເສີມ-ນໍາໃຊ້ລົດໄຟຟ້າ ໃນ ສປປ ລາວ ເປັນໜຶ່ງໃນແຜນຍຸດທະສາດ ກໍຄືແຜນງານໃນການພັດທະນາຂະແໜງພະລັງງານໃນອະນາຄົດ, ເພື່ອຜັນຂະຫຍາຍຍຸດທະສາດສົ່ງເສີມນໍາໃຊ້ພະລັງ ງານສະອາດ ໃນຂະແໜງຄົມມະນາຄົມ ແລະ ຂົນສົ່ງຂອງລັດຖະບານ.

ທ່ານກ່າວ​ອີກວ່າ: ລັດຖະບານໄດ້ອອກມະຕິສະບັບເລກທີ 08, ລົງວັນທີ 4 ຕຸລາ 2021 ຊຶ່ງໄດ້ກໍານົດນະໂຍບາຍຕໍ່ຜູ້ນໍາເຂົ້າ ແລະ ຈໍາໜ່າຍລົດໄຟຟ້າ ໂດຍສົ່ງເສີມຕາມກົນໄກຂອງກົດໝາຍ, ພາສີນໍາເຂົ້າ 0%, ອາກອນຊົມໃຊ້ 3% ແລະ ອາກອນມູນຄ່າເພີ່ມ 10%, ພ້ອມ​ທັງ​ບໍ່ຈໍາກັດໂກຕ້າ​ນຳ​ເຂົ້າ.

ປັດຈຸບັນ, ການພັດທະນາອຸປະກອນສາກ, ລະບົບສະຖານີສາກລົດໄຟຟ້າໄດ້ມີການນໍາໃຊ້ແຜ່ຫຼາຍຕາມປະລິມານການນໍາໃຊ້ລົດໄຟຟ້າ, ສາ​ມາດສາກຢູ່​ເຮືອນ ຫຼື ຕາມທີ່ຢູ່ອາໄສ, ສ່ວນສະຖານີສາກລົດໄຟຟ້າມີ 2 ຮູບແບບຄື: (1) ລະບົບສາກແບບທໍາມະດາ (2) ລະບົບສາກແບບໄວ. ໃນ​ຂະ​ນະ​ທີ່​ແບັດ​ເຕີ​ຣີ ສ່ວນຫຼາຍ​ຈະຮັບປະກັນເຖິງ 8 ປີ ພ້ອມທັງມີການຮັບປະກັນຫຼັງການຂາຍ.ຫົວໜ້າສະຖາບັນຄົ້ນຄວ້າພະລັງງານທົດແທນ ກ່າວ​ອີກວ່າ: ພາຍຫຼັງທີ່ລັດຖະບານໄດ້ປະກາດໃຊ້ຍຸດທະສາດກ່ຽວກັບການສະໜອງພະລັງງານສະອາດໃຫ້ແກ່ຂະແໜງຄົມມະນາຄົມ-ຂົນ ສົ່ງ, ບັນດາກະຊວງທີ່ກ່ຽວຂ້ອງໄດ້ເລັ່ງປັບປຸງແກ້ໄຂ ບັນດາເອກະສານທາງດ້ານນິຕິກຳ ແລະ ມາດຕະການຈຳນວນໜຶ່ງເພື່ອສົ່ງເສີມການຈັດຕັ້ງປະຕິບັດຕົວຈິງໃນການຫັນເປັນລົດໄຟຟ້າ ເປັນຕົ້ນດ້ານພາສີ, ອາກອນ, ການອອກທະບຽນລົດໄຟຟ້າ ແລະ ມາດຕະຖານອື່ນໆ.

ປັດຈຸບັນ, ຄວາມສົນໃຈຂອງສັງຄົມຫັນມານໍາໃຊ້ລົດໄຟຟ້າມີລັກສະນະເພີ່ມ​ຂຶ້ນ ຕາມຂໍ້ມູນຂອງບໍລິສັດນໍາເຂົ້າ ແລະ ຈຳໜ່າຍລົດຢູ່ ສປປ ລາວ.ເຫດຜົນ ແລະ ຄວາມຈໍາເປັນການປະຕິບັດນະໂຍບາຍສົ່ງເສີມຂອງລັດຕໍ່ພາຫະນະນໍາໃຊ້ໄຟຟ້າ ຄື: ເປັນພັນທະຂອງລັດຕໍ່ການປ່ຽນແປງດິນຟ້າອາກາດ; ຫັນມານໍາໃຊ້ພະລັງງານໄຟຟ້າແທນການນໍາເຂົ້ານໍ້າມັນເຊື້ອໄຟ, ມີຄ່າສິ້ນເປືອງ​ໜ້ອຍກວ່າການໃຊ້ນໍ້າມັນໂດຍສະເ​ລ່ຍແລ້ວ 6 ເທົ່າທຽບໃສ່ຄ່າໃຊ້ຈ່າຍຕໍ່ 1 ກມ, ເປັນມິດກັບສິ່ງແວດລ້ອມ, ບໍ່ມີມົນລະພິດ, ລາຄາລົດໄຟຟ້າສາມາດແຂ່ງຂັນໄດ້ກັບລົດນໍ້າມັນ ແລະ ມີ​ທ່າ​ອ່ຽງຫຼຸດລົງ; ແກ້ໄຂບັນຫາໄຟຟ້າເຫຼືອຈາກລະບົບໃນລະດູຝົນ, ເພີ່ມລາຍຮັບໃຫ້ແກ່ລັດຖະບານ, ຫຼຸດຜ່ອນການນໍາເຂົ້ານໍ້າມັນ ແລະ ​ການ​ໄຫຼອອກເງິນຕາຕ່າງປະເທດ, ປະຢັດຄ່າໃຊ້ຈ່າຍ.ອີງໃສ່ສະພາບຄວາມເປັນຈິງສຳລັບການສົ່ງເສີມໃນເບື້ອງຕົ້ນ ເຫັນວ່າກົນໄກຕະຫຼາດ ແລະ ນະໂຍບາຍ ທີ່ມີໃນປັດຈຸບັນແມ່ນຍັງຈຳກັດ ແລະ ບໍ່ພຽງພໍ ສຳລັບທີ່ຈະຊຸກຍູ້ການປ່ຽນແປງທີ່ສຳຄັນນີ້ ຊຶ່ງ​​ຫາກ​ຢາກ​ໃຫ້​ສັງ​ຄົມ​ຫັນ​ມາ​ນຳ​ໃຊ້​ລົດ​ໄຟ​ຟ້າ​ເພີ່ມ​ຂຶ້ນ ຕ້ອງຫຼຸດຜ່ອນອາກອນລາຍໄດ້ສຳລັບພາກທຸລະກິດນຳເຂົ້າ-ຈຳໜ່າຍຍານພາຫະນະນໍາໃຊ້ໄຟຟ້າ 20% ເປັນ 10% ເລີ່ມແຕ່ປີ 2022-2025, ກໍານົດການນໍາເຂົ້າລົດທີ່ໃຊ້ນໍ້າມັນເຊື້ອໄຟ 70% ຂອງໂກຕ້ານໍາເຂົ້າໃນແຕ່ລະປີ ສ່ວນທີ່ເຫຼືອ 30% ໃຫ້ນໍາເຂົ້າຍານ​ພາ​ຫະ​ນະ​ນຳ​ໃຊ້ໄຟຟ້າ; ເລີ່ມແຕ່ປີ 2026-2030 ກໍານົດການນໍາເຂົ້າລົດທີ່ໃຊ້ນໍ້າມັນເຊື້ອໄຟ​ໃຫ້​ຢູ່​ໃນ​ລະ​ດັບ 50% ຂອງໂກຕ້ານໍາເຂົ້າໃນແຕ່ລະປີ, ສ່ວນທີ່ເຫຼືອ 50% ໃຫ້ນໍາເຂົ້າລົດໄຟຟ້າ; ເລີ່ມແຕ່ປີ 2031 ເປັນຕົ້ນໄປ ໃຫ້ນໍາເຂົ້າຍານພາຫະນະນໍາໃຊ້ໄຟຟ້າ ສູງກວ່າ 50% ແລະ ລົດ​ນຳ​ໃຊ້ນໍ້າມັນມີລັກສະນະຫຼຸດລົງ; ສະເໜີລັດຖະບານຄວບຄຸມລາຄາຈໍາໜ່າຍລົດໄຟຟ້າພາຍໃນປະເທດ ໂດຍສ້າງກົນໄກຄຸ້ມຄອງບັນດາຫົວໜ່ວຍທຸລະກິດນໍາເຂົ້າລົດໄຟຟ້າບໍ່ໃຫ້ຈໍາໜ່າຍໃນລາຄາທີ່ສູງຈົນເກີນໄປ.

ພ້ອມທັງ, ສົ່ງເສີມໃຫ້ບັນດາຕົວແທນຈໍາໜ່າຍລົດໄຟຟ້າ ຂອງຕ່າງປະເທດເຂົ້າມາເປີດສູນບໍລິການຢູ່ລາວ; ກຳນົດນະໂຍບາຍເພື່ອເພີ່ມງົບປະມານເຂົ້າລັດ ແລະ ທົດແທນລາຍຮັບຈາກການສົ່ງເສີມການນໍາໃຊ້ລົດໄຟຟ້າ,​ ເພື່ອທົດແທນລາຍຮັບຂອງລັດຖະບານທີ່ອາດຈະຫຼຸດລົງໃນໄລຍະເລີ່ມຕົ້ນເນື່ອງຈາກອັດຕາການຊົມໃຊ້ນໍ້າມັນຫຼຸດລົງຍ້ອນການຫັນມານໍາໃຊ້ລົດໄຟຟ້າ.ສະເໜີຫຼັກການເພື່ອເປັນພື້ນຖານໃນການຄົ້ນຄວ້າເພື່ອເພີ່ມງົບປະມານເຂົ້າລັດຖະບານ ຄື: ເພີ່ມພາສີນໍ້າເຂົ້າລົດນໍ້າມັນ ຈາກ 35-40% ມາເປັນ 70%; ເພີ່ມອາກອນຊົມໃຊ້ລົດນໍ້າມັນແຕ່ລະປະເພດ ຂຶ້ນຈາກເດີມລາຍການລະ 5%; ເພີ່ມອາກອນມູນຄ່າເພີ່ມລົດນໍ້າມັນ ຈາກ 10% ມາເປັນ 20%.ລາຄາໄຟຟ້າສຳລັບການສາກລົດໄຟຟ້າ: ເພື່ອເປັນການສົ່ງເສີມການນໍາໃຊ້ລົດໄຟຟ້າໃຫ້ມີການແຜ່ຫຼາຍ ຄຸ້ມຄ່າທາງດ້ານເສດຖະກິດ, ປະຊາຊົນມີຄ່າໃຊ້ຈ່າຍຄ່າກະແສໄຟຟ້າຖືກກວ່າລາຄານໍ້າມັນ, ເປັນສິ່ງຈູງໃຈໃຫ້ແກ່ຜູ້ນໍາໃຊ້ລົດໄຟຟ້າ ສະເໜີລັດຖະບານພິຈາລະນານະໂຍບາຍໂຄງສ້າງລາຄາ ຄື: ລາຄາໄຟຟ້າໃຫ້ຜູ້ນຳໃຊ້ລົດໄຟຟ້າສາກຕາມທີ່ຢູ່ອາໄສ (ເຮືອນສ່ວນຕົວ) ລະດູແລ້ງ ແມ່ນ 955 ກີບ/kWh; ລະດູຝົນ ແມ່ນ 677 ກີບ/kWh; ລາຄາສະເລ່ຍ ປະມານ 816,5 ກີບ/kWh; ລາຄາສາກລົດໄຟຟ້າແບບໄວ ເວລາການສາກ ຕໍ່າກວ່າ 1 ຊົ່ວໂມງ ລົງມາ ລະດູແລ້ງ ແມ່ນ 1.826 ກີບ/kWh; ລະດູຝົນ ແມ່ນ 1.539 ກີບ/kWh; ລາຄາສະເລ່ຍ ປະມານ 1.682,5 ກີບ/kWh.

ຂອບໃຈຂໍ້ມູນ: (ຂ່າວ-ພາບ: ແສງຈັນ),​ ໜັງສືພິມປະຊາຊົນ

ShareTweetShare
Next Post
ເຈົ້າໜ້າທີ່!.ກັກຕົວຊາຍ 2 ຄົນ ກໍາລັງຈະຂ້າມ ແມ່ນໍ້າຂອງ ໄປປະເທດໄທ

ເຈົ້າໜ້າທີ່!.ກັກຕົວຊາຍ 2 ຄົນ ກໍາລັງຈະຂ້າມ ແມ່ນໍ້າຂອງ ໄປປະເທດໄທ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...