ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສຶກສາອົບຮົມເປົ້າໝາຍ 7 ຄົນ ພຶດຕິກໍາ ການເຄື່ອນໄຫວພົວພັນກັບສິ່ງເສບຕິດ

jon by jon
ເດືອນພະຈິກ 14, 2021
in ທົ່ວໄປ
0
Home ທົ່ວໄປ

ວັນທີ 11 ພະຈິກ 2021 ເວລາ 14:00 ໂມງ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດ ປກສ ເມືອງສີສັດຕະນາກ ໄດ້ສົມທົບກັບ ປກສ ກຸ່ມທາດຂາວ, ການຈັດຕັ້ງບ້ານພະໄຊ ໄດ້ເຊີນເປົ້າໝາຍ ແລະ ຜູ້ປົກຄອງ ຈໍານວນ 7 ຄົນ, ຍິງ 1 ຄົນ ມາສຶກສາອົບຮົມ ຍ້ອນມີພຶດຕິກໍາ ການເຄື່ອນໄຫວພົວພັນກັບສິ່ງເສບຕິດ.

ການສຶກສາອົບຮົມຄັ້ງນີ້ ເຈົ້າໜ້າທີ່ ໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ຕໍ່ຊີວິດຊັບສິນ, ຕໍ່ສັງຄົມ ແລະ ເປັນການກະທໍາທີ່ຜິດລະເມີດລະບຽບກົດໝາຍ ໃຫ້ເຂົາເຈົ້າຮັບຮູ້ ແລະ ຮູ້ສຶກກິນແໜງແຄງໃຈ ຕໍ່ການກະທໍາຜິດ ບໍ່ໃຫ້ໄປພົວພັນກັບຢາເສບຕິດອີກ ການສຶກສາອົບຮົມ ແມ່ນອີງໃສ່ຄໍາສັ່ງເລກທີ 02/ກມສພ ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາ ຂອງຄະນະແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພໍ່ແມ່, ຜູ້ປົກຄອງ ເອົາໃຈໃສ່ຕໍ່ລູກຫຼານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ເອົາໃຈໃສ່ຕິດຕາມພຶດຕິດກໍາ, ການເຄື່ອນໄຫວໄປ-ມາ ພົວພັນກັບໝູ່ຄູ່ສັງຄົມ ຖ້າເຫັນລູກຫຼານຂອງຕົນ ມີການປ່ຽນແປງໄປໃນທາງທີ່ບໍ່ຖືກຕ້ອງ ໃຫ້ຈິງໃຈລາຍງານນຳອຳນາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ ເພື່ອກອບກູ້ ແລະ ປັບປ່ຽນ ແນວຄິດ ການກະທໍາໃຫ້ຖືກຕ້ອງ ຕາມລະບຽບດໍາລົງຊີວິດຂອງສັງຄົມ,

ນອກຈາກນັ້ນ ເພື່ອເປັນການປ້ອງກັນ ແລະ ຢັບຢັ້ງການກະທໍາທີ່ຜິດກົດໝາຍ ກັບກາຍເຂົ້າມາສູ່ຄອບຄົວ ຖ້າພົບເຫັນໜໍ່ແໜງ ຂໍໃຫ້ແຈ້ງ ວອດແອັບ ປກສ ນວ ເບີ 020 28899774 ຫຼື ຜ່ານຊ່ອງທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ShareTweetShare
Next Post
15ພະຈິກ2021 ຕິດເຊື້ອໃໝ່ 826ຄົນ ເສຍຊີວິດ 5.! ຊຸມຊົນນະຄອນຫຼວງ 292ຄົນ

15ພະຈິກ2021 ຕິດເຊື້ອໃໝ່ 826ຄົນ ເສຍຊີວິດ 5.! ຊຸມຊົນນະຄອນຫຼວງ 292ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...