ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 24, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໜີບໍ່ລອດ!…ຖືກຈັບດໍາເນີນຄະດີ ເຄື່ອນໄຫວຊີງຊັບພົນລະເມືອງ

jon by jon
ເດືອນພະຈິກ 13, 2021
in ທົ່ວໄປ
0
Home ທົ່ວໄປ

ພັທ ອີນປັນ ຫາດາວເຮືອງ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຕິດຕາມ ເປົ້າໝາຍຊີງຊັບພົນລະເມືອງ ມາຮອດໃນວັນທີ 10 ພະຈິກ 2021 ໄດ້ກັກຕົວ ທ້າວ ບຸນສະຖິດ ອາຍຸ 35 ປີ ຫວ່າງງານ ຢູ່ບ້ານ ຫາດຊາຍຂາວ ເມືອງສີສັດຕະນາກ ຢູ່ເຮືອນຂອງຜູ້ກ່ຽວ ມາດໍາເນີນຄະດີ.

ຜ່ານການສອບສວນ ເບື້ອງຕົ້ນ ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ໄດ້ເຄື່ອນໄຫວຊີງຊັບພົນລະເມືອງມາແລ້ວ 3 ຄັ້ງ: ໃນນີ້ ຄັ້ງທີ 1 ແມ່ນກໍ່ເຫດຢູ່ເຂດບ້ານໂພນປ່າເປົ້າ ໃນວັນທີ 1 ເມສາ 2021 ດ້ວຍວິທີການໄປແວ່ຊື້ເລກນໍາຜູ້ເສຍຫາຍ ແລ້ວຍາດເອົາໂທລະສັບ ຫຼົບໜີໄປ, ຄັ້ງທີ 2 ກໍ່ເຫດຢູ່ເຂດບ້ານພັນໝັ້ນ ເຊິ່ງຄັ້ງນີ້ ໃຊ້ວິທີການ ເຂົ້າໄປຖາມຜູ້ເສຍຫາຍວ່າມີເຮືອນໃຫ້ເຊົ່າບໍ ແລະ ຂໍໃຫ້ພາໄປເບິ່ງ ຫຼັງຈາກນັ້ນກໍໄດ້ຂໍຢືມໂທລະສັບຂອງຜູ້ເສຍຫາຍ ເພື່ອຈະໂທຫາເຈົ້າຂອງ ເຮືອນເຊົ່າ ໂດຍອ້າງວ່າ ໂທລະສັບຕົນເອງບໍ່ມີມູນຄ່າໂທ ຜູ້ເສຍຫາຍຈິ່ງເອົາໂທລະສັບຢຶນໃຫ້ ແລ້ວໄດ້ເອົາຕົວຫຼົບໜີ ແລະ ຄັ້ງທີ 3 ວັນທີ 26 ຕຸລາ 2021, ໄດ້ກໍ່ເຫດຢູ່ບ້ານໂພນສີນວນ ໄດ້ເຂົ້າໄປຖາມຜູ້ເສຍຫາຍວ່າ: ຮູ້ຈັກເຮືອນຂອງ ແມ່ຕູ້ຄໍາແກ້ວ ບໍ່ ແລະ ໄດ້ຂໍຢືມໂທລະສັບຂອງຜູ້ເສຍຫາຍເພື່ອໂທ ພາຍຫຼັງໄດ້ໂທສະສັບແລ້ວ ກໍໄດ້ຂັບຂີ່ເອົາຕົວຫຼົບໜີ.

ປັດຈຸບັນ ໄດ້ນໍາຕົວຜູ້ກ່ຽວ ໄປກັກກັນຫາເຊື້ອພະຍາດໂຄວິດ-19 ຕາມມາດຕະການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນ ທີ່ຄະນະສະເພາະກິດວາງອອກ ພາຍຫຼັງຄົບກໍານົດເວລາແລ້ວ ຈິ່ງຈະໄດ້ນໍາຕົວຜູ້ກ່ຽວມາດໍາເນີນຄະດີ ຕາມລະບຽບກົດໝາຍ.

ທີ່ມາ:ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ShareTweetShare
Next Post
13ພະຈິກ2021 ຕິດເຊື້ອໃໝ່ 1032ຄົນ ເສຍຊີວິດ 2.! ຊຸມຊົນນະຄອນຫຼວງ 409ຄົນ

13ພະຈິກ2021 ຕິດເຊື້ອໃໝ່ 1032ຄົນ ເສຍຊີວິດ 2.! ຊຸມຊົນນະຄອນຫຼວງ 409ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...