ທ້າວ ສົມຍົດ ອາຍຸ 25 ປີ ກໍາມະກອນ, ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ລົງມືກັບໝູ່ ກໍ່ເຫດລັກຊັບພົນລະເມືອງ (ລັກສາຍໄຟຟ້າ) ຢູ່ເຂດເມືອງປາກງື່ມ ນວ ມາແລ້ວຫຼາຍຄັ້ງ; ຈາກນັ້ນ ໄດ້ເອົາຕົວລົບໜີມາລີ້ຊ້ອນ ເຄື່ອນໄຫວລັກລົດຈັກ ຢູ່ເຂດບ້ານໃໝ່ ເມືອງສີໂຄດຕະບອງ ນວ, ມາຮອດວັນທີ 6 ພະຈິກ 2021, ຈິ່ງຖືກອໍານາດການປົກຄອງບ້ານໃໝ່ ສົມທົບກັບເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເມືອງສີໂຄດຕະບອງ ເຂົ້າກັກຕົວ.
ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ກ່ອນເຂົ້າກັກຕົວ ທ້າວສົມຍົດ ໃນວັນທີ 6 ພະຈິກ 2021, ໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານໃໝ່ ວ່າ: ມີເຫດການລົດຈັກຂອງ ປະຊາຊົນ ຖືກລັກ ຢູ່ເຂດບ້ານໃໝ່ ຈາກນັ້ນ ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ຈິ່ງສົມທົບກັບອໍານາດການປົກຄອງບ້ານ ລົງຕິດຕາມ ກວດກາ ແລະ ສືບຮູ້ໄດ້ວ່າ ຜູ້ກໍ່ເຫດລັກລົດຈັກແມ່ນ ທ້າວສົມຍົດ, ຈິ່ງໄດ້ກັກຕົວຜູ້ກ່ຽວມາສືບສວນ-ສອບສວນ ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ.
ປັດຈຸບັນ, ທ້າວສົມຍົດ ແມ່ນຖືກເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ມອບໃຫ້ ປກສ ເມືອງປາກງື່ມ ສືບຕໍ່ດໍາເນີນຄະດີ, ສ່ວນລົດຈັກຂອງກາງ ທີ່ຜູ້ກ່ຽວລັກຄັ້ງນີ້ ເຈົ້່າໜ້າທີ່ສາມາດເກັບກູ້ຄືນມາໄດ້ ແລະ ມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍ.
ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ
Discussion about this post