ວັນທີ7ພະຈິກ2021,ເກີດໄຟໄໝ້ ໂຮງໝໍ ແຫ່ງໜຶ່ງ ໃນອິນເດຍ ເຮັດໃຫ້ຄົນເຈັບ ເສຍຊີວິດ ຢ່າງໜ້ອຍ 10ຄົນ ແລະ ບາດເຈັບ ອີກຫລາຍຄົນ ຈາກນັ້ນ ທ່ານ ເຣນທຣາ ໂມດີ,ນາຍົກລັດຖະມົນຕີ ອິນເດຍ ໄດ້ສົ່ງຂໍ້ຄວາມ ສະແດງຄວາມ ເສຍໃຈ ຕໍ່ຄອບຄົວ ຜູ້ເສຍຊີວິດ ແລະ ອວຍພອນໃຫ້ ຜູ້ໄດ້ຮັບບາດເຈັບ ຫາຍດີ ເປັນປົກກະຕິ ໂດຍໄວ.

ສຳລັບ ຜູ້ເສຍຊີວິດ ສ່ວນໃຫຍ່ ເປັນຜູ້ຕິດເຊື້ອ ໂຄວິດ-19 ຢູ່ໃນຫ້ອງສຸກເສີນ(ICU) ສ່ວນສາເຫດ ໃນເບື້ອງ ຕົ້ນຄາດວ່າ ເປັນຍ້ອນ ລະບົບໄຟຟ້າ ລັດວົງຈອນ./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ
Discussion about this post