ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 19, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຖະແຫຼງຜົນສຳເລັດຂອງ ສສຊ ໃນການປະກອບຄຳເຫັນ ຕໍ່ບົດລາຍງານຂອງລັດຖະບານ

jon by jon
ເດືອນພະຈິກ 7, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນໄລຍະ 5 ວັນທີ່ຜ່ານມາ (1-5/11/2021), ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ສຸມໃສ່ ຄົ້ນຄວ້າພິຈາລະນາ ວຽກງານຂອງລັດຖະບານ ຢ່າງມີຜົນສໍາເລັດ ຊຶ່ງສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງໄດ້ສະເໜີກົນໄກ, ວິທີການ ແລະ ມາດຕະການ ເພື່ອໃຫ້ລັດຖະບານນໍາໄປຄົ້ນຄວ້າປັບປຸງ ແລະ ສືບຕໍ່ຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄລຍະ ວັນທີ 1-5/11/2021 ໃນການພິຈາລະນາວຽກງານຂົງເຂດ ລັດຖະບານ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານໂດຍສັງເຂບ ຈາກທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງການລາຍງານຈາກບັນດາກະຊວງ ແລະ ອົງການ ຈໍານວນ 5 ອົງການຄື: ບົດລາຍງານ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ໃນໄລຍະ 9 ເດືອນ, ວຽກງານຈຸດສຸມ 3 ເດືອນທ້າຍປີ 2021 ແລະ ແຜນການປະຈໍາປີ 2022; ບົດລາຍງານ ສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2020, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນງົບປະມານ ປີ 2022; ບົດລາຍງານການຈັດຕັ້ງປະຕິບັດ ແຜນເງິນຕາ 9 ເດືອນປີ 2021, ແຜນວຽກຈຸດສຸມຮອດທ້າຍປີ 2021 ແລະ ທິດທາງແຜນການ ປີ 2022; ບົດລາຍງານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025); ບົດລາຍງານ ກ່ຽວກັບວິໄສທັດ 20 ປີ (2021-2040) ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດ ດິຈີຕອນ ແຫ່ງຊາດ 5 ປີ (2021-2025).

ພາຍຫຼັງທີ່ໄດ້ຮັບຟັງການລາຍງານຂອງລັດຖະບານແລ້ວ, ກອງປະຊຸມ ໄດ້ມອບໝາຍໃຫ້ ຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນມີຄໍາເຫັນ ຕໍ່ບົດລາຍງານຂອງລັດຖະບານ ແລະ ປະທານກອງປະຊຸມ ໄດ້ສະເໜີເຈາະຈີ້ມ ໃຫ້ ສສຊ ປະກອບຄໍາເຫັນຢ່າງມີຈຸດສຸມຕໍ່ບົດລາຍງານດັ່ງກ່າວ. ສັງເກດ ໄດ້ວ່າ ສສຊ ຊຸດທີ IX ໄດ້ສຸມໃສ່ປະກອບຄໍາເຫັນ ດ້ວຍຄວາມ ຮັບຜິດຊອບສູງ ໃນຖານະທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ, ພ້ອມທັງສະເໜີກົນໄກ, ວິທີການ ແລະ ມາດຕະການ ເພື່ອໃຫ້ລັດຖະບານນໍາໄປຄົ້ນຄວ້າປັບປຸງ ແລະ ສືບຕໍ່ຈັດ ຕັ້ງປະຕິບັດ ໃຫ້ມີຜົນສໍາເລັດດີຂຶ້ນ ໃນທ່າມກາງທີ່ປະເທດຂອງພວກເຮົາ ພວມປະເຊີນກັບການລະບາດ ຂອງພະບາດໂຄວິດ-19. ສາມາດສັງລວມການປະກອບຄໍາເຫັນໄດ້ທັງໝົດ 75 ເທື່ອຄົນ, ຍິງ 15 ເທື່ອຄົນ, ສັງລວມເນື້ອໃນບັນຫາພົ້ນເດັ່ນໄດ້ ດັ່ງນີ້:

1. ການກໍານົດຕົວເລກ ການເຕີບໂຕທາງດ້ານເສດຖະກິດ ໃນປີ 2022 ນີ້, ລັດຖະບານ ໄດ້ກໍານົດ ໃນລະດັບ 4,2%, ສະມາຊິກສະພາແຫ່ງຊາດ ໄດ້ສະເໜີຍົກຂຶ້ນເປັນ 4,5%. ເນື່ອງຈາກວ່າ ອີງໃສ່ສະພາບເງື່ອນໄຂຕົວຈິງ, ບັນດາທ່າແຮງຂອງຂະແໜງການ ແລະ ຄວາມອາດສາມາດ ໃນການຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2022 ຄາດວ່າມີຄວາມເປັນໄປໄດ້;

2. ສສຊ ໄດ້ສະເໜີ ໃຫ້ລັດຖະບານ ເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງແຂງແຮງ ການຜະລິດ ຂອງບັນດາຂະແໜງການ ໂດຍສະເພາະ ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ພາຍໃນປະເທດ, ກະກຽມໃຫ້ແກ່ ການທ່ອງທ່ຽວ ແລະ ການສົ່ງອອກສິນຄ້າ ພາຍຫຼັງ ເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ;

3. ສສຊ ໄດ້ສະເໜີໃຫ້ລັດຖະບານພິຈາລະນາຄືນໂຄງປະກອບການຈັດສັນງົບປະມານການລົງທຶນຂອງລັດໃຫ້ຂະແໜງການສູນກາງ ແລະ ທ້ອງຖິ່ນ ໃຫ້ຈະແຈ້ງ ແລະ ສອດຄ່ອງກັບສະພາບຕົວຈິງ; ແກ້ໄຂຂອດອຸດຕັນ ເພື່ອແນໃສ່ ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ສອດຄ່ອງ ແລະ ເໝາະສົມ ກັບທ່າແຮງບົ່ມຊ້ອນ ຂອງປະເທດເຮົາ;

4. ສສຊ ໄດ້ສະເໜີໃຫ້ລັດຖະບານ ຄົ້ນຄວ້າປັບປຸງໂຄງສ້າງລາຄານໍ້າມັນເຊື້ອໄຟ, ເນື່ອງຈາກລາຄານໍ້າມັນເຊື້ອໄຟ ມີທ່າອ່ຽງເພີ່ມສູງຂຶ້ນເລື້ອຍໆ ແລະ ມີການປັບລາຄາ ຫຼາຍຄັ້ງຕໍ່ປີ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການດໍາລົງຊີວິດຂອງປະຊາຊົນໃນປັດຈຸບັນ;

5. ເອົາໃຈໃສ່ຈັດເກັບລາຍຮັບຈາກຖານລາຍຮັບທີ່ມີຄວາມແນ່ນອນ ເປັນຕົ້ນ: ອາກອນທີ່ດິນ, ແຮ່ທາດຕ່າງໆ, ຄ່າທຳນຽມທາງ, ພາສີສິນຄ້ານຳເຂົ້າ, ຄ່າເຊົ່າ-ສຳປະທານທີ່ດິນ ແລະ ຊັບສິນຂອງລັດ ໃຫ້ຄົບຖ້ວນ;

6. ຮີບຮ້ອນຈັດສັນງົບປະມານ ສຳລັບປີ 2022 ໃຫ້ສໍາເລັດໂດຍໄວເພື່ອໃຫ້ທັນຕາມກໍານົດເວລາ, ເອົາໃຈໃສ່ຄຸ້ມຄອງລາຍຈ່າຍ ໃຫ້ມີປະສິດທິຜົນ, ສອດຄ່ອງກັບວາລະແຫ່ງຊາດ ແລະ ພິຈາລະ ນາການຈັດສັນງົບປະມານສຳລັບການຊຳລະໜີ້ສິນການລົງທຶນຂອງລັດ ໃຫ້ໄປຕາມກົດໝາຍຢ່າງເຂັ້ມງວດ;

7. ສສຊ ສະແດງຄວາມເປັນຫ່ວງຕໍ່ກັບ ອັດຕາເງິນເຟີ້ທີ່ມີທ່າອ່ຽງເພີ່ມຂຶ້ນ ແລະ ໄດ້ສະເໜີໃຫ້ເອົາໃຈໃສ່ຄວບຄຸມອັດຕາເງິນເຟີ້ໃຫ້ຕ່ຳກວ່າອັດຕາການເຕີບໂຕເສດຖະກິດ ໃນປີ 2022; ເອົາໃຈໃສ່ຄຸ້ມຄອງ ອັດຕາແລກປ່ຽນ ເພື່ອຮັບປະກັນບໍ່ໃຫ້ມີຄວາມແຕກໂຕນກັນຫຼາຍ ລະຫວ່າງ ອັດຕາຂອງທະນາຄານ ແລະ ຮ້ານແລກປ່ຽນຕ່າງໆ;

8. ຄົ້ນຄວ້າສ້າງນິຕິກຳຄຸ້ມຄອງ ການດຳເນີນທຸລະກິດ ບິດຄອຍ (Bitcoin) ໃຫ້ມີຄວາມຮັດກຸມ, ຈະແຈ້ງ, ຊັດເຈນ ແລະ ມີການຄົ້ນຄວ້າຜົນໄດ້, ຜົນເສຍ ຂອງທຸລະກິດດັ່ງກ່າວ ໃຫ້ເລິກເຊິ່ງ;

9. ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ເພື່ອຮັບປະກັນໃຫ້ແກ່ການຮຽນ-ການສອນ ດ້ວຍລະບົບທາງໄກ ແລະ ວິທີອື່ນໆ ໃຫ້ມີຄຸນນະພາບ ໃນເງື່ອນໄຂການແຜ່ລະບາດຂອງພະຍາດໂຄວິດ-19;

10. ສຸມທຶນຮອນໃສ່ການຈັດຫາວັກຊີນ ທີ່ມີຄຸນນະພາບ ແລະ ແຈກຢາຍໃຫ້ທົ່ວເຖິງປະຊາຊົນທີ່ຢູ່ບັນດາແຂວງ ໂດຍສະເພາະ ນັກຮຽນ-ນັກສຶກສາ ໃຫ້ກວມອັດຕາສ່ວນ 70% ຂຶ້ນໄປ ເພື່ອກະກຽມເປີດປະເທດ; ແກ້ໄຂໄພວ່າງງານ ໃຫ້ຫຼຸດລົງ ເທື່ອລະກ້າວ, ສ້າງວຽກເຮັດງານທຳໃຫ້ແຮງງານທີ່ວ່າງງານ ຢູ່ພາຍໃນ, ແຮງງານທີ່ກັບມາຈາກຕ່າງປະເທດ ແລະ ນັກສຶກສາທີ່ຮຽນຈົບໃໝ່ ໃຫ້ຫຼາຍຂຶ້ນ;

11. ຕໍ່ກັບແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ມີການປະກອບຄໍາຄິດຄໍາເຫັນຈໍານວນໜຶ່ງ ຊຶ່ງສາມາດສັງລວມໄດ້ ດັ່ງນີ້: ການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ໃຫ້ເປັນລະບົບຄົບຊຸດ, ມີເນື້ອໃນຄົບຖ້ວນ, ຊັດເຈນ ເພື່ອເປັນບ່ອນອີງໃນການຄຸ້ມຄອງວຽກງານພັດທະນາພະລັງງານໄຟຟ້າ; ການຊົດເຊີຍຜົນກະທົບຂອງໂຄງການພັດທະ ນາພະລັງງານໄຟຟ້າ ແລະ ບໍ່ແຮ່ ຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ ກໍເປັນບັນຫາໜຶ່ງທີ່ຍັງມີຄວາມຄິດເຫັນຫຼາຍຂອງປະຊາຊົນ, ການຍົກຍ້າຍຈັດສັນພື້ນທີ່ທໍາມາຫາກິນ ໃຫ້ປະຊາຊົນ, ການສ້າງວຽກເຮັດງານທໍາ ກໍຍັງເປັນບັນຫາທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ; ການປະສານສົມທົບ ລະຫວ່າງ ຂະແໜງການຕ່າງໆ ແລະ ທ້ອງຖິ່ນ ໃນການຄຸ້ມຄອງວຽກງານການພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ບາງດ້ານຍັງບໍ່ທັນລະອຽດ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຕິດຕາມກວດກາ; ສູ້ຊົນຊອກວິທີການແກ້ໄຂບັນຫາ ທີ່ຍັງຄົງຄ້າງ ໃນຂົງເຂດພະລັງງານ-ບໍ່ແຮ່ ເພື່ອສ້າງຖານລາຍຮັບທີ່ໝັ້ນຄົງ ໃຫ້ແກ່ປະເທດຊາດ.

12. ຕໍ່ກັບແຜນພັດທະນາເສດຖະກິດດີຈີຕອນ ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ມີການປະກອບຄໍາຄິດຄໍາເຫັນຈໍານວນໜຶ່ງ ຊຶ່ງສາມາດສັງລວມໄດ້ ດັ່ງນີ້: ການພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີດີຈີຕອນ ຍັງບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ ເຮັດໃຫ້ຄວາມຮຽກຮ້ອງຕ້ອງການ ໃນການນໍາໃຊ້ເຕັກໂນໂລຊີດີຈີຕອນ ບາງດ້ານມີຂໍ້ຈໍາກັດ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ເຂດຊົນນະບົດ; ການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນ ມີຄວາມຮຽກຮ້ອງຕ້ອງການ ບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດດ້ານເຕັກໂນໂລຊີ ຈຶ່ງຈະຕ້ອງຈັດເປັນວຽກງານບຸລິມະສິດ ມີຄວາມຈໍາເປັນໃນ ການປະສານສົມທົບ ລະຫວ່າງ ອົງການຈັດຕັ້ງລັດ, ພາກເອກະຊົນ, ປະຊາຊົນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວ. ໃນນັ້ນ ຖືເອົາການສ້າງຊັບພະຍາກອນມະນຸດ ເປັນບັນຫາສຳຄັນ; ການກໍານົດນະໂຍບາຍສົ່ງເສີມ, ການຕອບສະໜອງງົບປະມານ ເຂົ້າໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນ ກໍເປັນວຽກງານທີີ່ລັດຖະບານ ຈະຕ້ອງໄດ້ເອົາໃຈໃສ່ ການໂຄສະນາ ໃຫ້ສັງຄົມເຂົ້າໃຈ ກ່ຽວກັບແຜນພັດທະນາໂຄງລ່າງດ້ານນີ້ ໃຫ້ກວ້າງຂວາງ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ມີການຊັກຖາມ ເພື່ອໃຫ້ ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍ ລັດຖະມົນຕີ ຂອງກະຊວງກ່ຽວຂ້ອງ ຂຶ້ນຊີ້ແຈງ, ອະທິບາຍ ໃຫ້ຄວາມກະຈ່າງແຈ້ງ ຕໍ່ໍບັນຫາສໍາຄັນ ແລະ ພົ້ນເດັ່ນ ທີ່ ສສຊ ແລະ ສັງຄົມ ໃຫ້ຄວາມສົນໃຈ ເຮັດໃຫ້ການຄົ້ນຄວ້າພິຈາລະນາ ວຽກງານຂອງລັດຖະບານ ໃນກອງປະຊຸມຄັ້ງນີ້ ມີບັນຍາກາດທີ່ຟົດຟື້ນສົມຄວນ.

ທ່ານ ຮອງປະທານສະພາແຫ່ງຊາດ ກ່າວຕື່ມວ່າ: ວັນທີ 16-17 ພະຈິກ ທີ່ຈະມາເຖິງນີ້, ກອງປະຊຸມສະພາແຫ່ງຊາດ ຈະໄດ້ລົງຄະແນນສຽງຮັບຮອງເອົາ ຮ່າງມະຕິ ຕໍ່ບົດລາຍງານດັ່ງກ່າວ ເພື່ອມອບໃຫ້ລັດຖະບານນໍາໄປຈັດຕັ້ງປະຕິບັດ. ພ້ອມດຽວກັນນັ້ນ ສສຊ ກໍມີໜ້າທີ່ຕິດຕາມກວດກາ ການຈັດ ຕັ້ງປະຕິບັດມະຕິຂອງລັດຖະບານ ແລະ ຈະໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ໃນເທື່ອຖັດໄປ.

(ຂ່າວ: ສຸກສະຫວັນ, ພາບ: ສໍານານ)ໜັງສືພິມ ປະຊາຊົນ

ShareTweetShare
Next Post
ລາຍລະອຽດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ຈາກພະຍາດ COVID-19 7ພະຈິກ2021

ລາຍລະອຽດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ຈາກພະຍາດ COVID-19 7ພະຈິກ2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ເກີດເຫດຄົນຮ້າຍ ລອບວາງລະເບີດ 11 ຈຸດ ເສຍຫາຍຫນັກ

    0 shares
    Share 0 Tweet 0
  • ຂ່າວເສົ້າ RIP ເສຍຊີວິດແລ້ວ ສາວງາມທີ່ເກີດອຸປະຕິເຫດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຊຣ໌ໄວ້ເລີຍ ວິທີແກ້ ດວງຕົກ ແກ້ຊວຍ ຄ້າຂາຍບໍ່ຂື້ນ ຫາເງີນບໍ່ໄດ້ ພົບແຕ່ຄົນຕົ້ມຄົນຕົວະ
  • ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ
  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...