ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ອົງການກວດກາລັດກວດກາ 39 ເປົ້າໝາຍ ພົບຜົນເສຍຫາຍຫລາຍຕື້ກີບໃນ 1 ປີຜ່ານມາ

jon by jon
ເດືອນພະຈິກ 5, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຂປລ.ໃນຕອນບ່າຍວັນທີ 5 ພະຈິກ 2021 ເຊິ່ງເປັນມື້ທີ 5 ການດໍາເນີນກອງປະຊຸມສະໄໝສາ ມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX, ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງ ລັດ ໄດ້ລາຍງານກ່ຽວກັບວຽກງານເຄື່ອນໄຫວກວດກາໃນໄລຍະ 1 ປີຜ່ານມາ ສາມາດກວດກາທັງໝົດ 39 ເປົ້າໝາຍ ແລະ ຄົ້ນຄວ້າຄໍາຮ້ອງ-ການສະເໜີ 176 ສະບັບ, ສາມາດກວດເຫັນຜົນເສຍຫາຍ ທັງ ໝົດ 1.860,84 ຕື້ກີບ. ທ່ານ ປະທານກົງການກວດກາແຫ່ງລັດ ໄດ້ໄຈ້ແຍກໃຫ້ເຫັນຜົນງານກວດກາທີ່ພົ້ນເດັ່ນ ຄື: ການ ກວດກາໂຄງການລົງທຶນຂອງລັດແຕ່ຫົວທີ ມີຈໍານວນ 6 ໂຄງການ ມູນຄ່າ 1.055,97 ຕື້ກີບ, ມູນຄ່າປະ ຕິບັດໄດ້ທັງໝົດ 350,35 ຕື້ກີບ, ໄດ້ຮັບຊໍາລະແລ້ວ 17,69 ຕື້ກີບ. ຜ່ານການຕິດຕາມກວດກາ ເຫັນວ່າ ມີ 1 ໂຄງການ ແມ່ນຈັດຕັ້ງປະຕິບັດສໍາເລັດແລ້ວ ແລະ ຍັງມີ 5 ໂຄງການ ທີ່ສືບຕໍ່ປະຕິບັດ, ບັນດາ ໂຄງການທີ່ໄດ້ຜ່ານການຕິດຕາມ, ກວດກາ ມີຈຳນວນໜຶ່ງ ທີ່ຈັດຕັ້ງປະຕິບັດຍັງບໍ່ທັນສອດຄ່ອງກັບລະ ບຽບກົດໝາຍ ແລະ ໜ່ວຍງານ ກໍໄດ້ແນະນໍາ ໃຫ້ເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ ປັບປຸງແກ້ໄຂຄືນຕໍ່ບັນຫາຄົງຄ້າງ ເພື່ອເຮັດໃຫ້ໂຄງການມີປະສິດທິຜົນ, ທັງສອດຄ່ອງຕາມຂັ້ນຕອນຂອງ ກົດໝາຍ ແລະ ສໍາເລັດທັນຕາມກໍານົດເວລາ.

ນອກນັ້ນ, ຍັງໄດ້ເຂົ້າຮ່ວມຕິດຕາມກວດກາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມູນຄ່າ 37,7 ຕື້ຢວນ, ຮອດປັດຈຸບັນ ປະຕິບັດສໍາເລັດ 98% ຊຶ່ງການກໍ່ສ້າງໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 (409 ກິໂລແມັດ) ແຕ່ບໍ່ເຕ່ນຫາສະຖານີໂດຍສານນະຄອນຫລວງວຽງຈັນ ປະຕິບັດສໍາເລັດ 100% ແລະ ໄລຍະທີ 2 (17 ກິໂລແມັດ) ແຕ່ສະຖານີໂດຍສານນະຄອນຫລວງວຽງຈັນ ຫາ ສະຖານີສິນຄ້າ ວຽງຈັນໃຕ້ ທີ່ທ່ານາແລ້ງປະຕິບັດສໍາເລັດ 95%. ຜ່ານການຕິດຕາມກວດກາ ຍັງມີບາງບັນຫາຄົງຄ້າງ ເຊັ່ນ: ການກໍານົດຂອບເຂດເສັ້ນທາງ ແລະ ສະຖານີບາງຈຸດບໍ່ລະອຽດ, ການແກ້ໄຂສິ່ງກີດຂວາງຊັກຊ້າ ມີຫລາຍຈຸດບໍ່ທັນສໍາເລັດ, ການເກັບກໍາຂໍ້ມູນຜູ້ຖືກກະທົບບໍ່ທັນລະອຽດຊັດເຈນ, ການກໍານົດອັດຕາຄ່າຊົດ ເຊີຍທີ່ດິນທີ່ຖືກກະທົບ ທີ່ສະພາປະຊາຊົນແຂວງ-ນະຄອນຫລວງວຽງຈັນຮັບຮອງແລ້ວ ຍັງບໍ່ທັນເປັນເອ ກະພາບ, ການຄົ້ນຄວ້າປະຕິບັດສັນຍາຮ່ວມທຶນລາວ-ຈີນ ບໍ່ທັນເລິກເຊິ່ງ, ມີບາງເນື້ອໃນບໍ່ທັນລະອຽດ ຈະ ແຈ້ງ ເຖິງຄວາມຮັບຜິດຂອງບໍລິສັດກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ຄວາມຮັບຜິດຊອບ ຂອງລັດຖະ ບານລາວ ແລະ ບັນຫາອື່ນໆ.

ພາບປະກອບຈາກ google.com

ສໍາລັບການກວດກາຕາມຄໍາສັ່ງ ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ທັງໝົດ 15 ເປົ້າໝາຍ, ກວດກາສໍາເລັດ 4 ເປົ້າໝາຍ, ຍັງສືບຕໍ່ກວດ 11 ເປົ້າໝາຍ. ສ່ວນການ ກວດກາໂຄງການລົງທຶນຂອງລັດໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບຮອງເຂົ້າແຜນແລ້ວ ຕາມບັນຊີຂອງ ກະຊວງແຜນການ ແລະ ການລົງທຶນ ໄດ້ສະຫລຸບທັງໝົດ 5.542 ໂຄງການ ມູນຄ່າ 109.528,20 ຕື້ ກີບ, ກວດກາສໍາເລັດແລ້ວ 2.004 ໂຄງການ ມູນຄ່າ 58.956,80 ຕື້ກີບ. ໃນນີ້ໂຄງການລົງທຶນ ຂອງ ລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ມີ 760 ໂຄງການ ມູນຄ່າ 55.492,24 ຕື້ກີບ; ໂຄງການທີ່ມີມູນຄ່າ ຫລຸດ 10 ຕື້ກີບລົງມາ ທີ່ໄດ້ມອບໃຫ້ບັນດາກະຊວງ, ແຂວງ-ນະຄອນຫລວງ ເປັນເຈົ້າການດໍາເນີນການ ກວດກາ 1.244 ໂຄງການ ມູນຄ່າ 3.464,56 ຕື້ກີບ ແລະ ຍັງບໍ່ທັນກວດກາທັງໝົດ 3.538 ໂຄງການ ມູນຄ່າ 50.571,86 ຕື້ກີບ. ຜ່ານການກວດກາພົບເຫັນຕົວເລກຜົນເສຍຫາຍທັງໝົດ 1.807,50 ຕື້ກີບ, 399.459,28 ໂດລາສະຫະລັດ. ໃນນີ້, ມູນຄ່າທີ່ຕ້ອງຫັກລົບອອກຈາກມູນຄ່າລວມຂອງໂຄງການ ຈໍາ ນວນ 1.349,68 ຕື້ກີບ, 104.891,81 ໂດລາສະຫະລັດ ແລະ ມູນຄ່າທີ່ຈະຕ້ອງທວງ ແລະ ສືບຕໍ່ເກັບ ຄືນໃຫ້ລັດ ຈໍານວນ 457,82 ຕື້ກີບ, 294.567,47 ໂດລາສະຫະລັດ ແລະ ກວດພົບເຫັນມູນຄ່າສະພາ ຍັງບໍ່ທັນຮັບ (ມູນຄ່ານອກແຜນ) ຈໍານວນ 585,26 ຕື້ກີບ (ນອນໃນ 48 ໂຄງການ).

ນອກນັ້ນ ຍັງພົບເຫັນ 183 ໂຄງການ ມີລາຄາຫົວໜ່ວຍຕາມສັນຍາສູງກວ່າລາຄາ ຂອງກະຊວງ ກ່ຽວຂ້ອງວາງອອກ 20% ຂຶ້ນໄປ, ຕົວເລກຜິດດ່ຽງ ເທົ່າກັບ 3.127,46 ຕື້ກີບ ທີ່ຈະຕ້ອງໄດ້ຕໍ່ລອງ ເພື່ອໃຫ້ໄດ້ມູນຄ່າການກໍ່ສ້າງທີ່ສົມເຫດສົມຜົນ. ອົງການກວດກາແຫ່ງລັດ ຍັງໄດ້ເຂົ້າຮ່ວມໜ່ວຍງານລົງ ແກ້ໄຂ, ເລັ່ງທວງໜີ້ຄ້າງມອບຕາມສັນຍາຊື້-ຂາຍໄມ້ ໃນຂອບເຂດທົ່ວປະເທດ, ກວດກາເຂດເສດຖະກິດ ພິເສດ 12 ແຫ່ງ, ກວດກາເຂດພັດທະນາກວມລວມໄຊເສດຖາ ນະຄອນຫລວງວຽງຈັນ, ກວດກາທະນາ ຄານພັດທະນາລາວ, ກວດກາການປະຕິບັດພັນທະອາກອນປະເພດຕ່າງໆຂອງ 26 ບໍລິສັດ ນໍ້າມັນເຊື້ອ ໄຟ ແລະ ກວດກາຫົວໜ່ວຍງົບປະມານອື່ນໆ, ຈາກຜົນເສຍຫາຍທີ່ພົບເຫັນທັງໝົດ ໄດ້ດໍາເນີນຄະດີກັບຜູ້ ກະທໍາຜິດກ່ຽວຂ້ອງຕາມລະບຽບກົດໝາຍແລ້ວ.ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.ຮູບ: ອ່າຍຄໍາ-ເກດສະໜາ.

ShareTweetShare
Next Post
ໜຸ່ມຟີລິບປິນທຸ້ມເງິນຊື້ປ້າຍໂຄສະນາ   ເພື່ອຂໍເຈນນີ້ BlackPink ອອກເດດ

ໜຸ່ມຟີລິບປິນທຸ້ມເງິນຊື້ປ້າຍໂຄສະນາ ເພື່ອຂໍເຈນນີ້ BlackPink ອອກເດດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...