ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 22, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຮ່ວມເຊັນອານຸສັນຍາ ສົ່ງໝາກກ້ຽງລາວອອກສູ່ ສປ ຈີນ

jon by jon
ເດືອນພະຈິກ 5, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເພື່ອຜັນຂະຫຍາຍ ແລະຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບ ການຜະລິດພືດເປັນສິນຄ້າ ເພື່ອສົ່ງອອກນໍາເອົາເງິນຕາເຂົ້າມາປະເທດ, ກົມປູກຝັງ ຂໍອະນຸຍາດລາຍງານໂດຍຫຍໍ້ ກ່ຽວກັບ ສະພາບການ ຜະລິດພືດຕະກຸນໝາກກ້ຽງ ເຊັ່ນ: ໝາກຜູກ, ໝາກກ້ຽງ, ແລະ ໝາກນາວ ເປັນສິນຄ້າ ເພື່ອສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ, ຊຶ່ງສາມາດສັງລວມ ດັ່ງລຸ່ມນີ້:

1. ສະພາບລວມ:ໃນປີ 2021, ເນື້ອທີ່ປູກພືດຕະກຸນໝາກກ້ຽງທົ່ວປະເທດມີທັງໝົດ 3,620 ຮຕ, ຜົນຜະລິດ 57,500 ຕ.ໃນນີ້, ເນື້ອທີ່ຜະລິດເປັນສິນຄ້າເພື່ອສົ່ງອອກມີ 2,500 ຮຕ ຫຼື ເທົ່າກັບ 70%, ຜົນຜະລິດ ປະມານ 50,000 ກວ່າໂຕນ ກວມເອົາ 9 ແຂວງ ຄື: ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ອັດຕະປື ໂດຍມີ 9 ບໍລິສັດ ພາຍໃນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຊຸກຍູ້ ແລະ ລົງທຶນ ໃນຮູບແບບ 2 ບວກ 3 ແລະ ເຊົ່າດິນນຳປະຊາຊົນ, ຄາດຄະເນຜົນຜະລິດເບື້ອງຕົ້ນທີ່ຈະສົ່ງອອກ ໄປ ສປ ຈີນ ມີປະມານ 50,000 ໂຕນ ຄິດເປັນມູນຄ່າປະມານ 50 ລ້ານໂດລາສະຫະລັດໃນຕົ້ນປີ 2022ເປັນຕົ້ນໄປ.

ສຳລັບຕົວເລກການສົ່ງອອກພືດ ພາຍໃນ 10 ເດືອນ ຂອງປີ 2021 ຜ່ານມາ ມີທັງໝົດ 800 ກວ່າລ້ານໂດລາສະຫະລັດ ທຽບໃສ່ຊ່ວງເວລາດຽວກັນ ປີ 2020 ຜ່ານມາ (623 ລ້ານໂດລາສະຫະລັດ) ເຫັນວ່າເພີ້ມຂຶ້ນ 29 %ຫຼື ເທົ່າກັບ 148 ລ້ານໂດລາສະຫະລັດ, ໃນນີ້, ຫຼາຍກວ່າ 80% ຂອງມູນຄ່າສົ່ງອອກທັງໝົດ ແມ່ນ ຕະຫຼາດ ສປຈີນ ແລະ ພືດທີ່ສົ່ງອອກຫຼາຍກວ່າໝູ່ແມ່ນ ມັນຕົ້ນ, ໝາກກ້ວຍ, ໝາກໂມ, ອ້ອຍ,ຢາງພາລາ.

2. ການເຈລະຈາເຕັກນິກເປີດຕະຫຼາດພືດຕະກຸນໝາກກ້ຽງ:ກົມປູກຝັງ ໃນນາມເປັນອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງ ສປປ ລາວ ໄດ້ດຳເນີນການເຈລະຈາເຕັກນິກເປີດຕະຫຼາດ ກັບກົມກັກກັນພືດ ແລະ ສັດ, ອົງການບໍລິຫານພາສີ ສປ ຈີນ ເພື່ອສົ່ງອອກໝາກພຸກ, ໝາກກ້ຽງ ແລະ ໝາກນາວ ໄປ ສປ ຈີນ ໂດຍໃຊ້ເວລາເກືອບ 3 ປີ ເລີ້ມແຕ່ ປີ 2019 ເປັນຕົ້ນມາ ຈົນເຖິງມື້ນີ້ ໂດຍຜ່ານຂະບວນການເຈລະຈາ ແລະ ປະຕິບັດຕາມຂັ້ນຕອນ ຕາມຄຳສັ່ງ ຂອງລັດຖະມົນຕີ ເລກທີ 01017ກປ, ລົງວັນທີ 20 ມັງກອນ 2020 ແລະ ຄໍາແນະນຳ ຂອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ເລກທີ1288/ກປ ລົງວັນທີ 30 ກັນຍາ 2021 ຊຶ່ງສາມາດ ສັງລວມຫຍໍ້ບັນດາໜ້າວຽກທີ່ໄດ້ເຄື່ອນໄຫວຕົວຈິງ ດັ່ງລຸ່ມນີ້:

1) ໃນເດືອນ 8 ປີ 2019, ກົມປູກຝັງ ໄດ້ສົມທົບກັບຂະແໜງປູກຝັງແຂວງ, ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງ ລົງສຳຫຼວດ ແລະ ເກັບກໍາຂໍ້ມູນ ເພື່ອສ້າງເປັນບົດລາຍງານເຕັກນິກ ກ່ຽວກັບການປະເມີນຄວາມສ່ຽງສັດຕູພືດ (PRA); ຫຼັງຈາກນັ້ນ, ກໍ່ໄດ້ນຳສົ່ງຂໍ້ມູນດັ່ງກ່າວ ໃຫ້ກົມກັກກັນພືດ ແລະ ສັດຂອງອົງການບໍລິຫານພາສີ ແຫ່ງ ສປ ຈີນ (GACC) ເພື່ອພິຈາລະນາ ໂດຍຜ່ານສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສປ ຈີນ ທີ່ ນະຄອນຫຼວງປັກກິ່ງ.

2) ເດືອນ 1 ໃນປີ 2020 ຝ່າຍຈີນ ໄດ້ສົ່ງຄະນະຊ່ຽວຊານສະເພາະດ້ານ (ແມງໄມ້, ພະຍາດ, ເຄມີ, ພາສີ) ມາສົມທົບ ແລະ ເຮັດວຽກຮ່ວມກັບກົມປູກຝັງ ເພື່ອກວດກາ ແລະ ປະເມີນບັນດານິຕິກຳ, ຄູ່ມືວິຊາການ ພ້ອມທັງລົງກວດກາ ແລະ ປະເມີນສະພາບການຜະລິດຕົວຈິງໂດຍການສຸ່ມເອົາ 5 ແຂວງ ຄື: ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ອັດຕະປື ແລະ ນະຄອນຫຼວງວຽງຈັນ.

3) ເດືອນ 5 ປີ 2020, ຝ່າຍຈີນ ໄດ້ສົ່ງຮ່າງອານຸສັນຍາ (ພາສາອັງກິດ ແລະ ພາສາຈີນ) ໃຫ້ກົມປູກຝັງເພື່ອ ຄົ້ນຄ້ວາ ພິຈາລະນາທາງດ້ານໂຄງສ້າງ, ເນື້ອໃນ, ເຕັກນິກ ແລະ ແປ ເປັນພາສາລາວ ພ້ອມທັງໄດ້ກຳນົດແຜນລົງນາມເຊັນອານຸສັນຍາດັ່ງກ່າວ ໃນຊ່ວງເວລາງານວາງສະແດງສິນຄ້າ ຊຽງໄຮ, ສປ ຈີນ ໃນທ້າຍປີ 2020 ແຕ່ເນື່ອງຈາກ ມີການລະບາດຂອງພະຍາດໂຄວິດ-19 ຮຸ້ນແຮງ ຈຶ່ງຖືກເລື່ອນອອກໄປໂດຍບໍ່ມີກໍານົດ.

4) ໃນຕົ້ນປີ 2011, ທາງຝ່າຍຈີນ ໄດ້ສົ່ງຮ່າງອານຸສັນຍາ ສະບັບປຸງໃໝ່ ໃຫ້ກົມປູກຝັງ ໂດຍຜ່ານສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສປ ຈີນ ທີ່ ນະຄອນຫຼວງປັກກິ່ງ ເພື່ອ ໃຫ້ປັບປຸງເນື້ອໃນ, ຄໍາສັບເຕັກນິກ ແລະ ໂຟເມັດ ແບບໃໝ່.

5) ໃນ 2 ວັນຜ່ານມານີ້ ຫຼື ວັນທີ 4 ເດືອນນີ້, ສະຖານເອກອັກຄະລັດຖະທູດລາວ ທີ່ ນະຄອນຫຼວງປັກກິ່ງແລະ ຝ່າຍຈີນ ໄດ້ຕອບເຫັນດີເປັນເອກະພາບ ແລະ ກໍານົດເອົາ ວັນທີ 5 ພະຈິກ 2021 ເປັນມື້ລົງນາມອານຸສັນຍາ ໂດຍໃຫ້ແຕ່ລະຝ່າຍຈັດສະເພາະໃຜແລະ ຖ່າຍຮູບລວມຂອງຝ່າຍຕົນ ເປັນສັກຂີພິຍານແລ້ວສົ່ງໃຫ້ອີກຝ່າຍໜຶ່ງເພື່ອລົງນາມ ແລະ ເກັບຮັກສາໄວ້ເປັນບ່ອນອີງ.

ຂໍ້ມູນຈາກ: ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້

ShareTweetShare
Next Post
ລາຍລະອຽດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ປະຈໍາວັນທີ 5 ພະຈິກ 2021

ລາຍລະອຽດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ປະຈໍາວັນທີ 5 ພະຈິກ 2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ດ່ວນໆ ແຈ້ງຂ່າວ ປັບຂຶ້ນລາຄາປີ້ລົດໄຟລາວ-ຈີນທຸກໆສະຖານີ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...