ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຂວງສະຫວັນນະເຂດ ຈູດທໍາລາຍຢາເສບຕິດ ຈຳນວນຫຼາຍ

jon by jon
ເດືອນຕຸລາ 29, 2021
in ທົ່ວໄປ
0
Home ທົ່ວໄປ

ໃນຕອນເຊົ້າຂອງວັນທີ 29 ຕຸລາ 2021 ນີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ 12 ຕຸລາ 2001-12 ຕຸລາ 2021 ໂດຍການເປັນທານຂອງທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້້າແຂວງສະຫວັນນະເຂດ, ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານກະກຽມສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ, ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະບັນຊາ, ພະນັກງານຫຼັກແຫຼ່ງ, ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານກະກຽມສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດໄດ້ໃຫ້ຮູວ່າ: ຄະນະພັກ, ອໍານາດການປົກຄອງແຂວງສະຫວັນນະເຂດ, ຮ່ວມກັບຄະນະກໍາມະການກວດກາ-ຄວບຄຸມຢາເສບຕິດ ແລະ ຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງ ໄດ້ຈັດພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ ແລະ ພິທີທໍາລາຍຢາເສບຕິດທີ່ສານຕັດສິນຢ່າງເດັດຂາດ, ທັງນີ້ກໍເພື່ອສະແດງເຖິງເຈດຈໍານົງ ແລະ ການຮ່ວມມືຂອງສັງຄົມທີ່ພ້ອມຈິດພ້ອມໃຈໃນການຕໍ່ຕ້ານກັບບັນຫາຢາເສບຕິດ ເຊິ່ງເປັນໄພຮຸກຮານເຖິງການພັດທະນາເສດຖະກິດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລ ຄວາມໝັ້ນຄົງຂອງຊາດ, ຍ້ອນແນວນັ້ນໃນໄລຍະຜ່ານມາ ກໍຄືປັດຈຸບັນ ພັກ ແລະ ລັດຖະບານຈຶ່ງໄດ້ຖືເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສໍາຄັນ ແລະ ໄດ້ຊີ້ນໍາ-ນໍາພາການຈັດຕັ້ງທີ່ກ່ຽວຂ້ອງປະຕິບັດວຽກງານຢ່າງຕັ້ງໜ້າ ແລະ ຈິງຈັງຕະຫລອດມາ, ຕໍ່ກັບບັນຫາດັ່ງກ່າວພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນໃນສັງຄົມເປັນຕົ້ນແມ່ນ ຊາວໜຸ່ມ, ເຍົາວະຊົນ ຜູ້ທີ່ເປັນໜໍ່ແໜງຂອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພຶດໄພ ແລະ ຜົນຮ້າຍຂອງຢາເສບຕິດ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ໃນໄລຍະໜຶ່ງປີຜ່ານມາ, ສູນບໍາບັດປິ່ນປົ່ວ ແລະ ພື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຫຼັກ 26 ແຂວງສະຫວັນນະເຂດ ໄດ້ຮັບຜູ້ຕິດຢາເສບຕິດເຂົ້າປິ່ນປົ່ວທັງໝົດ 567 ຄົນ ຍິງ 26 ຄົນ, ປິ່ນປົວຫາຍດີ ແລະ ກັບຄືນສູ່ຄອບຄົວແລ້ວມີ 449 ຄົນ ຍິງ 20 ຄົນ, ສາມາດສ້າງ ແລະ ຮັບຮອງປະກາດບ້ານເປັນບ້ານປອດຢາເສບຕິດໄດ້ 601 ບ້ານ, ໂຮງຮຽນປອດຢາເສບຕິດໄດ້ 1.407 ແຫ່ງ, ໃນນີ້ມີຊັ້ນປະຖົມສຶກສາ 1.182 ແຫ່ງ, ຊັ້ນມັດທະຍົມສຶກສາ 225 ແຫ່ງ; ໂຮງງານປອດຢາເສບຕິດໄດ້ 1 ແຫ່ງ, ໄລຍະໜຶ່ງປີຜ່ານມາສາມາດມ້າງຄະດີ ແລະ ຈັບກຸມຜູ້ກະທໍາຜິດຄ້າຂາຍຢາເສບຕິດໄດ້ທັງໝົດ 342 ລາຍ, ຜູ້ຖືກຫາ 592 ຄົນ ຍິງ 53 ຄົນ, ໃນນັ້ນ, ມີຕ່າງປະເທດ 10 ຄົນ, ຢຶດຂອງກາງຄະດີປະເພດຢາບ້າໄດ້ 1.578.413 ເມັດ, ຢາໄອສ໌ 13 ຖົງໃຫຍ່ 8 ຖົງກາງ 144 ຖົງນ້ອຍ ແລະ 23 ຫຼອດ, ກັນຊາແຫ້ງ 1.070 ແທ່ງກັບ 3 ກິໂລກຣາມ, ຢາເຄ 1 ຖົງນ້ອຍ, ໂຄເຄນ 0,7948 ກຣາມ ແລະ ໄດ້ຢຶດຊັບສິນປະເພດຕ່າງໆເຊັ່ນ: ພາຫະນະ, ສິ່ງປຸກສ້າງ, ອາວຸດ ແລະ ວັດຖຸມີຄ່າເປັນຈໍານວນຫຼວງຫຼາຍ.

ສ່ວນຂອງກາງຄະດີປະເພດຢາເສບຕິດທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດ ທີ່ຈະນໍາອອກທໍາລາຍໃນມື້ນີ້ມີ: ຢາບ້າ 621.247 ເມັດ, ນໍ້າໜັກ 76,910 ກຣາມ, ຢາໄອສ໌ 1,014 ກຣາມ, ກັນຊາແຫ້ງ 590,515 ກຣາມ.

ShareTweetShare
Next Post
30ຕຸລາ2021 ຕິດເຊື້ອໃໝ່ 863  ຄົນ ເສຍຊີວິດ 1..! ຊຸມຊົນນະຄອນຫຼວງ 361 ຄົນ

30ຕຸລາ2021 ຕິດເຊື້ອໃໝ່ 863 ຄົນ ເສຍຊີວິດ 1..! ຊຸມຊົນນະຄອນຫຼວງ 361 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...