ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 29, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເມືອງເລົ່າງາມຈັດສົ່ງ ສາວໄທ ກັບຄືນປະເທດ ຫຼັງມາລັກຢູ່ກິນກັບໜຸ່ມລາວແບບບໍ່ຖືກຕ້ອງ

ກຂຄ ລາວ by ກຂຄ ລາວ
ເດືອນກັນຍາ 8, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ສາລະວັນ: ໃນວັນທີ 4 ກັນຍາ 2020 ນີ້ ເວລາ 2 ໂມງ00ນາທີ ຢູ່ທີ່ສະໂມສອນກອງບັນຊາການ ປ້ອງກັນຄວາມສະຫງົບເມືອງເລົ່າງາມໄດ້ ຈັດພິທີ ມອບ-ຮັບ ນາງ ດາລາ ມີສະມິງ ຄົນສັນຊາດໄທ ກັບຄືນປະເທດ ທີ່ລັກເຂົ້າມາ ສປປ ລາວບໍ່ຖືກຕ້ອງຜິດກົດໝາຍໂດຍການເຂົ້າຮ່ວມຂອງທ່ານ ຄໍາຫວັນ ສີສະໝຸດ ກໍາມະການພັກເມືອງ, ຮອງເຈົ້າເມືອງໆເລົ່າງາມ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີທ່ານ ພາສຸກ ແກ້ວໄກສອນ ຕ່າງໜ້າກົງສູນໄທ ປະຈໍາຢູ່ແຂວງສະຫວັນນະເຂດ

ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ພ້ອມດ້ວຍຄະນະໜ່ວຍສະເພາະກິດຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງ, ຂັ້ນເມືອງ, ເຈົ້າໜ້າທີ່ ປກສ, ພະແນກຄຸ້ມຄອງຄົນຕ່າງປະເທດ ແລະ ຫ້ອງການກ່ຽວຂ້ອງເຂົ້າຮ່ວມ.ຕາມການລາຍງານຂອງກອງບັນຊາການ ປ້ອງກັນຄວາມສະຫງົບແຂວງສາລະວັນໃຫ້ຮູ້ວ່າ:

ນາງສາວ ດາລາ ມີສະມິງ ຄົນສັນຊາດໄທ ອາຍຸ 23ປີ ເກີດຢູ່ຕໍາບົນຫີນເຫຼັກໄຟ, ອໍາເພີຫົວຫີນ, ຈັ່ງຫວັດປະຈວບຂີລີຂັນ, ອາຊີບຊາວສວນ ໄດ້ລັກລອບເຂົ້າ ສປປ ລາວ ຜິດກົດໝາຍໃນຄັ້ງວັນທີ 7 ສິງຫາ 2020 ໂດຍໃຊ້ເຮືອເປັນພາຫະນະເຂົ້າມາ ທາງເມືອງແກ່ນທ້າວ ແຂວງໄຊຍະບູລີ ເພື່ອເດີນທາງມາຫາຄົນຮັກ ມີແຟນເປັນຄົນລາວ ຊື່ ທ້າວ ໂຢ່ງ ອາຍຸ 19 ປີ ທີ່ຢູ່ບ້ານຄຽງຕັ້ງແລ, ເມືອງເລົ່າງາມ ແຂວງສາລະວັນ ໄດ້ຄົບຫາກັນ 7-8 ເດືອນແລ້ວ

ເຊີ່ງທ້າວໂຢ່ງໄດ້ເຄີຍໄປເຮັດວຽກຢູ່ປະເທດໄທ ເປັນລູກຈ້າງຂອງແມ່ຜູ້ສາວ ເຮັດຟາມເຫັດ ຫຼັງຈາກນັ້ນໄດ້ກັບມາປະເທດລາວ (ແຂວງສາລະວັນ)ໃນວັນທີ 5 ສິງຫາ 2020 ທີ່ບ້ານເກີດຄຽງຕັງແລ, ເມືອງເລົ່າງາມ ແຂວງສາລະວັນ.ດັ່ງນັ້ນ ນາງສາວ ດາລາ ຈິ່ງໄດ້ລັກລອບເຂົ້າມາ ສປປ ລາວ ຕາມຫາຄົນຮັກ ຈົນພົບຍ້ອນຄວາມຮັກບໍ່ມີພົມແດນ ສະນັ້ນເຈົ້າໜ້າທີ່ ປກສ ຈິ່ງໄດ້ກັກຕົວ ເຂົ້າມາສູນກັກຕົວຂອງເມືອງ, ຜ່ານການຕິດຕາມກວດກາຫາເຊື້ອ ໂຄວິດ-19 ແມ່ນບໍ່ພົບເຊື້ອ ແລະ ໄດ້ສຶກສາອົບຮົມຄູ່ບ່າວສາວ

ຖ້າມັກຮັກກັນໃຫ້ເຮັດໜັງສືຈົດທະບຽນສົມລົດໃຫ້ຖືກຕ້ອງຕາມລະບຽບ-ຮີດຄອງປະເພນີ, ເພື່ອເສີມຂະຫຍາຍມູນເຊື້ອສາຍພົວພັນອັນດີງາມ ລະ ຫວ່າງສອງຊາດລາວ-ໄທໃຫ້ໄດ້ມີຄວາມແໜ້ນແຟ້ນຍິ່ງໆຈາກນັ້ນ ທັງສອງຝ່າຍ ກໍໄດ້ເຮັດບົດບັນທຶກເຊັນມອບ-ຮັບສົ່ງ ນາງ ດາລາ ມີສະມິງ ກັບຄືນປະເທດໄທໂດຍຕາງໜ້າກົງສູນໄທ ທ່ານ ພາສຸກ ແກ້ວໄກສອນ ແລະ ຕາງໜ້າເມືອງເລົ່າງາມແມ່ນ ທ່ານ ຄໍາຫວັນ ສີສະໝຸດ ຮອງເຈົ້າເມືອງໆເລົ່າງາມ

ໂດຍຊ້ອງໜ້າຄະນະໜ່ວຍສະເພາະກິດຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງ, ຂັ້ນເມືອງ, ເຈົ້າໜ້າທີ່ ປກສ, ພະແນກຄຸ້ມຄອງຄົນຕ່າງປະເທດ ແລະ ຫ້ອງການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.ໂດຍ: ພອນໄຊ (ນັກຂ່າວເມືອງເລົ່າງາມ)

Share170TweetShare
Next Post
ຄົນລະແຊຣ໌ກະຍັງດີ ເພື່ອຊ່ວຍເຫລືອສອງເອຶ້ອຍນ້ອງ ຢູ່​ລຳ​ພັງວອນ​ຜູ້​ໃຈ​ບຸນ​ຊ່ວຍ

ຄົນລະແຊຣ໌ກະຍັງດີ ເພື່ອຊ່ວຍເຫລືອສອງເອຶ້ອຍນ້ອງ ຢູ່​ລຳ​ພັງວອນ​ຜູ້​ໃຈ​ບຸນ​ຊ່ວຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...