ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 2, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຈ້ງການໄຊຍະບູລີ ປະຕິບັດໃນການເຂົ້າ-ອອກພາຍໃນແຂວງ ຕໍ່ກັບລົດຂົນສົ່ງສິນຄ້າທີ່ມາຈາກເຂດສ່ຽງ

jon by jon
ເດືອນຕຸລາ 26, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 25 ຕຸລາ 2021 ຫົວໜ້າຄະນະສະເພາະກິດຄວບຄຸມໂຄວິດ-19 ແຂວງໄຊຍະບູລີ ແຈ້ງມາຍັງບັນດາທ່ານເພື່ອຊາບຕໍ່ກັບມາດຕະການທີ່ຈະຕ້ອງປະຕິບັດ ໃນການເຂົ້າ-ອອກ ຂອງແຂວງໄຊຍະບູລີ ຕໍ່ກັບລົດຂົນສົ່ງສິນຄ້າ, ຊ່ຽວຊານ, ວິຊາການ ທີ່ມາຈາກເຂດສ່ຽງ, ຈໍາເປັນຕ້ອງປະຕິບັດ ມາດຕະການດັ່ງລຸ່ມນີ້.

1.​ ສໍາລັບລົດຂົນສົ່ງສິນຄ້າທີ່ມາຈາກເຂດທີ່ມີຄວາມສ່ຽງໃນໄລຍະການເຝົ້າລະວັງຢ່າງເຄັ່ງຮ້ອນ ການນໍາສົ່ງສິນຄ້າເຂົ້າ-ອອກແຂວງໄຊຍະບຸລີ ໃຫ້ປະຕິບັດການເຄື່ອນຖ່າຍສິນຄ້າ, ຖ້າບໍ່ສາມາດເຄື່ອນຖ່າຍສິນຄ້າແມ່ນຈະຕ້ອງໄດ້ປ່ຽນຫົວລາກ ຫຼື ໂຊເຟີລົດ.

2. ບຸກຄົນທີ່ມີຄວາມຈໍາເປັນທີ່ຈະຕ້ອງເຂົ້າມາແຂວງໄຊຍະບູລີ ກ່ອນອອກເດີນທາງ ຈະຕ້ອງມີໃບຢັ້ງຢືນການສັກວັກຊິນ, ມີໃບຢັ້ງຢືນການກວດຫາເຊື້ອ COVID-19, ມີໃບຢັ້ງຢືນຂອງຄະນະສະເພາະກິດຂອງແຂວງຕົ້ນທາງ ແລະ ຈະຕ້ອງປະຕິບັດດັ່ງນີ້: ກ່ອນເຂົ້າມາແຂວງໄຊຍະບູລີຈະຕ້ອງກວດຫາເຊື້ອ COVID-19 ດ້ວຍລະບົບ PCR ພາຍໃນ 12 ຊົ່ວໂມງ ຈຶ່ງສາມາດເຂົ້າມາແຂວງໄຊຍະບູລີໄດ້ ບໍ່ເກີນ 3-5 ວັນ.ພາຍຫຼັງຄົບກໍານົດ ຖ້າຍັງສືບຕໍ່ຢູ່ແຂວງໄຊຍະບູລີ ແມ່ນໃຫ້ກວດຫາເຊື້ອ COVID-19 ດ້ວຍລະບົບ PCR ພາຍໃນ 72 ຊົ່ວໂມງ ຄັ້ງທີ 2, ຖ້າຜົນກວດເປັນຜົນລົບ ສາມາດຢູ່ຕໍ່ໄດ້ອີກ 7 ວັນ.

3.​ ນັກວິຊາການ, ຊ່ຽວຊານ ແລະ ແຮງງານນອກ ທີ່ຈະເຂົ້າມາເຮັດວຽກຢູ່ແຂວງໄຊຍະບູລີ ຈະຕ້ອງປະຕິບັດດັ່ງນີ້: ກ່ອນເຂົ້າມາແຂວງໄຊຍຸລີ ໃຫ໌ຈຳກັດບໍລິເວນຕົວເອງ 7 ວັນ ແລະ ກວດຫາເຊື້ອຢູ່ບ່ອນຜູ້ກຽວຈໍາກັດບໍລິເວນ ດ້ວຍລະບົບ PCR ພາຍໃນ 72 ຊົ່ວໂມງ ແລະ ໃຫ້ມີທາມລາຍໃນໄລຍະທີ່ຜູ້ກ່ຽວກັກຕົວ 7 ວັນແມ່ນໄດ້ພົວພັນໃຜແດ.ພາຍຫຼັງເຂົ້າມາແຂວງໄຊຍະບູລີ ແມ່ນຈະຕ້ອງໄດ້ຈໍາກັດບໍລິເວນ 14 ວັນ ຢູ່ເຮືອນພັກ ຫຼື ສະຖານທີ່ ຄະນະສະເພາະກິດຂັ້ນແຂວງກໍານົດໃຫ້ ແລະ ກວດຫາເຊື້ອ COVID-19 ຕື່ມ 2 ຄັ້ງ, ຖ້າຜົນກວດເປັນລົບແລ້ວ ມອບໃຫ້ບໍລິສັດຜູ້ກ່ຽວເອົາໄປຈໍາກັດບໍລິເວນຕື່ມ 7 ວັນ.ໝາຍເຫດ: ກ່ອນອອກຈາກສະຖານທີ່ຈໍາກັດບໍລິເວນ ຜູ້ກ່ຽວ ຫຼື ບໍລິສັດຈະຕ້ອງຊຳລະຄ່ກວດພະຍາດດ້ວຍລະບົບ PCR ກ່ອນ ຈຶ່ງສາມາດອອກຈາກບ່ອນຈໍາກັດບໍລິເວນໄດ້ (ກໍລະນີບໍລິສັດມີຄວາມຂາດເຂີນຕ້ອງຈ່າຍກ່ອນ ຕໍ່າສຸດບໍ່ໃຫ້ຫຼຸດ 70%, ເມື່ອໄດ້ດໍາເນີນທຸລະກິດມີທຶນແລ້ວໃຫ້ມາຊໍາລະໝົດ, ຖ້າຊໍາລະບໍ່ໝົດແມ່ນຈະບໍ່ສາມາດອອກນອກປະເທດໄດ້).

4.​ ສຳລັບ ພົນລະເມືອງພາຍໃນແຂວງໄຊຍະບູລີໃນໄລຍະເຝົ້າລະວັງຢ່າງເຄັ່ງຮ້ອນ ທີ່ຈະເດີນທາງເຂດທີ່ມີຄວາມສ່ຽງ ຈະຕ້ອງມີ ທາມລາຍ 5 ວັນກ່ອນອອກເດີນທາງ, ໃບຢັ້ງຢືນການສັກວັກຊິນ, ບົດບັນທຶກການກັກຕົວກັບຄະນະສະເພາະກິດຂັ້ນເມືອງຕົນ, ໃບຢັ້ງຢືນຈາກແຂວງປາຍທາງ ວ່າບໍ່ແມ່ນບ້ານເຂດແດງ ແລະ ຈຸດປະສົງຂອງການໄປຈະຕ້ອງມີຄວາມຈໍາເປັນແທ້ ຈຶ່ງສາມາດອານຸຍາດໃຫ້ເດີນທາງໄດ້ ແລະ ກັບມາຈະຕ້ອງຈໍາກັດບໍລິເວນຢູ່ສະຖານທີ່ຂອງເມືອງຢັ້ງຢືນໃຫ້ຈົນຄົບກໍານົດ 21 ວັນ.

ທີ່ມາຂ່າວ:Lao Youth Radio FM 90.0 Mhz

ShareTweetShare
Next Post
ປະຊາຊົນທີ່ອາໄສຢູ່ລຽບແຄມຂອງ ຢືນຢັນວ່າ: ບັ້ງໄຟພະຍານາກມີແທ້

ປະຊາຊົນທີ່ອາໄສຢູ່ລຽບແຄມຂອງ ຢືນຢັນວ່າ: ບັ້ງໄຟພະຍານາກມີແທ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...