ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 28, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຈັບຕົວ ຍິງສາວ ອາຍຸ 21 ດຳເນີນຄະດີ ຖານມີຢາເສບຕິດໄວ້ຄອບຄອງ

jon by jon
ເດືອນຕຸລາ 25, 2021
in ທົ່ວໄປ
0
Home ທົ່ວໄປ

ເວລາ 23:54 ໂມງ ຂອງວັນທີ 24 ຕຸລາ 2021, ພະແນກຕໍາຫຼວດຈະລາຈອນ ນວ, ຕັ້ງຈຸດກວດກາຍານພາຫະນະ ຢູ່ຖະໜົນລ້ານຊ້າງ, ໃນຂະນະກຳລັງປະຕິບັດໜ້າທີ່ ເຫັນລົດເກັງ ໂຕໂຢຕ້າ ແກນເລີ ໝາຍເລກທະບຽນ ກຣ 8704 ຂັບຂີ່ ໂດຍ ນາງ ນ່ານ່າ ອາຍຸ 21 ປີ ວ່າງງານ, ພັກເຊົາຢູ່ອາພາດເມັ້ນ ເຂດບ້ານຈອມມະນີ ເມືອງຈັນທະບູລີ ນວ, ຜ່ານການການກວດກາຕົວຈິງ ເຈົ້າໜ້າທີ່ພົບເຫັນວັດຖຸເປັນແທ່ງ 1 ອັນ ສົງໄສຢາເສບຕິດປະເພດ ຢາໄອ໌ສ, ເຈົ້າໜ້າທີ່ກຳລັງກວດຈຸດ ຈິ່ງໄດ້ກັກຕົວ ນາງ ນ່ານ່າ ໄວ້ແລ້ວນຳສົ່ງໄປສືບສວນ-ສອບສວນ.

ຜ່ານການການສືບສວນ-ສອບສວນ ເບື້ອງຕົ້ນ ນາງ ນ່ານ່າ ຮັບສາລະພາບວ່າ: ວັດຖຸເປັນແທ່ງ 1 ອັນ ທີ່ເຈົ້າໜ້າທີ່ພົບເຫັນໃນລົດເວລາຖືກກວດກາຢູ່ຈຸດກວດກາ ຖະໜົນລ້ານຊ້າງ (ເຂດຫໍຄໍາ) ນັ້ນແມ່ນວັດຖຸຂອງແຟນຊາຍ ສັນຊາດຈີນ ປະວາງໄວ້ລົດ; ໃນມື້ເກີດເຫດເວລາປະມານ 22 ໂມງ ຕົນເອງໄດ້ຂໍຢືມລົດນຳແຟນຊາຍ ຂັບຂີ່ຈະກັບບ່ອນພັກເຊົາ ຢູ່ອາພາດເມັ້ນ ເຂດບ້ານຈອມມະນີ ໃນເວລາຂັບຂີ່ໄປຕາມຖະໜົນ ຈິ່ງຖືກເຈົ້າໜ້າທີ່ກວດພົບ.

ສຳລັບບັນຫາດັ່ງກ່າວເຫັນວ່າ ຍັງມີຄວາມຈຳເປັນຕ້ອງໄດ້ກວດກາຊັນນະສູດ ແລະ ດຳເນີນຄະດີໃຫ້ລະອຽດຈະແຈ້ງ, ຊອກຜູ້ກະທຳຜິດ ແລະ ຜູ້ສົມຮູ້ຮ່ວມຄິດມາດຳເນີນຄະດີ. ຕຳຫຼວດຈະລາຈອນ ຈິ່ງໄດ້ສົ່ງ ນາງ ນ່ານ່າ ໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ ເປີດກວ້າງຂະຫຍາຍຜົນສືບຄົ້ນຫາຜູ້ກະທຳຜິດມາລົງໂທດຕາມກົດໝາຍ.

ທີ່ມາ:ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ShareTweetShare
Next Post
26ຕຸລາ ຕິດເຊື້ອ 770 ຄົນ ເສຍຊີວິດ 3..! ຊຸມຊົນນະຄອນຫຼວງ 337 ຄົນ

26ຕຸລາ ຕິດເຊື້ອ 770 ຄົນ ເສຍຊີວິດ 3..! ຊຸມຊົນນະຄອນຫຼວງ 337 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...