ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 28, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຂວງຈຳປາສັກ ສຸມໃສ່ການກໍ່ສ້າງ ໂຄງການກໍ່ສ້າງເສັ້ນທາງໃຫ້ສຳເລັດຕາມແຜນ

jon by jon
ເດືອນຕຸລາ 25, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນປີ 2021 ນີ້ ແຂວງຈຳປາສັກ ໄດ້ວາງເປົ້າໝາຍສູ້ຊົນປະຕິບັດວຽກງານຂະແໜງໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະແມ່ນວຽກງານການພັດທະນາ ແລະ ປັບປຸງບັນດາເສັ້ນທາງໃນເທສະບານແຂວງ, ເມືອງ ແລະ ບ້ານໃຫ້ບັນລຸແຜນ ແນໃສ່ການອໍານວຍຄວາມສະດວກໃນການສອນຈອນໄປ – ມາໃຫ້ແກ່ປະຊາຊົນທີ່ເຫັນວ່າປັດຈຸບັນມີຫຼາຍໂຄງການມີຄວາມຄືບໜ້າ.

ອີງໃສ່ແຜນປີ 2021 ຂອງແຂວງຈຳປາສັກ ການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງ ໄດ້ໄປຕາມເນື້ອໃນທີ່ກໍານົດໄວ້ ເຊິ່ງເຮັດໃຫ້ວຽກງານດັ່ງກ່າວໄດ້ຖືກຮັບໃຊ້ໃນທຸກຂົງເຂດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການຄ້າ, ກະສິກໍາເປັນຕົ້ນ. ໂດຍມີຜົນສໍາເລັດຂອງວຽກງານສາມສ້າງມີບາງໜ້າວຽກ ຄື: ໄດ້ສຳເລັດການອອກແບບຜັງບ້ານສາມສ້າງ ນະຄອນປາກເຊ ( ບ້ານໂນນສະຫວ່າງ ແລະ ບ້ານດອນເຂາະ ); ເມືອງປາກຊ່ອງ ( ບ້ານຫຼັກ 35 ແລະ ບ້ານຫ້ວຍກອງ ) ແລະ ເມືອງມຸນລະປາໂມກ ( ບ້ານປາໂມກ ແລະ ບ້ານນາດີ ).

ໄດ້ປັບປຸງສ້ອມແປງທາງເຂົ້າບ້ານກາຫຼົງ ຈຳນວນ 25 ກິໂລແມັດ; ໄດ້ປັບປຸງຂົວ 2 ແຫ່ງ ຢູ່ເສັ້ນທາງທົ່ງຫວາຍ – ຫ້ວຍກອງ ໂດຍໄດ້ສຳເລັດແລ້ວ 1 ແຫ່ງ ສ່ວນອີກຂົວ 1 ແຫ່ງ ຈະສືບຕໍ່ ໃນປີຕໍ່ໄປ; ໄດ້ມອບວຽກໃຫ້ບັນດາ ຍທຂ ເມືອງ ແລະ ນະຄອນ ດຳເນີນການບໍລິການຂຶ້ນທະບຽນ ແລະ ກວດກາເຕັກນິກກັບທີ່ສໍາລັບລົດຈັກ; ໄດ້ຮ່ວມຄະນະຮັບຜິດຊອບລົງກໍ່ສ້າງຮາກຖານນະຄອນປາກເຊ ໃນການສ້າງແຜນຜັງເມືອງຂອງບ້ານໃຫຍ່ໃນຊົນນະບົດ ບ້ານຊົງ ແລະ ແຜນຜັງບ້ານພັດທະນາ ບ້ານບາຈຽງ.
ປັດຈຸບັນທົ່ວແຂວງມີນ້ຳປະປາທີ່ຊົມໃຊ້ໄດ້ແລ້ວ 6 ຕົວເມືອງ ມີຄົວເຮືອນທີ່ນໍາໃຊ້ນໍ້າປະປາທັງໝົດ 25.382 ຄົວເຮືອນ.

ດ້ານວຽກງານພື້ນຖານໂຄງລ່າງແມ່ນໄດ້ສືບຕໍ່ຄຸ້ມຄອງໂຄງການລົງທຶນຂອງລັດທີ່ໄດ້ສືບຕໍ່ຈັດຕັ້ງປະຕິບັດຈາກສົກປີຜ່ານມາ ເຊິ່ງບັນດາໂຄງການມີຄວາມຄືບໜ້າດັ່ງນີ້: ກໍ່ສ້າງເສັ້ນທາງເທສະບານເມືອງປະທຸມພອນ ມີຄວາມຍາວ 8,1 ກິໂລແມັດ ປະຕິບັດໄດ້ 91%, ກໍ່ສ້າງທາງປູອັດສະຟານເລກ 14 ກໍ ( ແຕ່ພະພີນ – ທາງຄົບ ) ຍາວ 9,26 ກິໂລແມັດ ກວ້າງ 9 ແມັດ, ( ທາງຄົບ – ວັດພູຈໍາປາສັກ ) ຍາວ 2,11 ກິໂລແມັດ ແລະ ( ແຕ່ທ່າບັກພະພິນ – ທາງຄົບ ) ຍາວ 12 ກິໂລແມັດ ກວ້າງ 9 ແມັດ ລວມປະຕິບັດໄດ້ 67,44%.

ກໍ່ສ້າງທາງປູຢາງລຽບແຄມຂອງ ( ຫ້ວຍເພັກ – ບ້ານເວີນໄຊ ) ຍາວ 34 ກິໂລແມັດ ກວ້າງ 8 ແມັດ ລວມປະຕິບັດໄດ້ 70%, ກໍ່ສ້າງທາງປູຢາງແຕ່ສຸຂຸມາ – ເມືອງມຸນລະປາໂມກ – ເຊລໍາເພົາ ຍາວ 78 ກິໂລແມັດ ກວ້າງ 8 ແມັດ ລວມປະຕິບັດໄດ້ 35,26%, ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ຕາຜ້າບ້ານພັດທະນາ ແລະ ບ້ານຈັດສັນຫຼັກ 7 ນະຄອນປາກເຊ ມີຄວາມຍາວ 11,9 ກິໂລແມັດ ກວ້າງ 7 ແມັດ ປະຕິບັດໄດ້ 52,12%, ກໍ່ສ້າງທາງປູຢາງ 14 ຄໍ ( ສີ່ແຍກເມືອງມູນລະປາໂມກ – ບ້ານປ່າກ້ວຍ ) ຍາວ 88,2 ກິໂລແມັດ ກວ້າງ 8 ແມັດ ລວມປະຕິບັດໄດ້ 44,45%, ກໍ່ສ້າງທາງປູຢາງສາມຂາ – ບ້ານຫຽງ – ຊ່ອງຕາອູ່ ເມືອງສຸຂຸມາ ຍາວ 31 ກິໂລແມັດ ລວມປະຕິບັດໄດ້ 80%, ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ແຍກທາງ 13 ບ້ານນາຫຼັກ ບ້ານນາຫຼົ້ງ – ບ້ານໂຊໂລໃຫຍ່ – ບ້ານໂຊໂລນ້ອຍ ມີຄວາມຍາວ 11,12 ກິໂລແມັດ ປະຕິບັດໄດ້ 87,99%, ໂຄງການກໍ່ສ້າງເສັ້ນທາງປູຢາງ ແຕ່ບ້ານບຸ່ງແກ້ວ – ສີ່ແຍກເມືອງສຸຂຸມາ ແລະ ກໍ່ສ້າງທ່າບັກ ລວມປະຕິບັດໄດ້ 44% ແລະ ໂຄງການອື່ນໆ.

ພ້ອມນີ້, ຈະສູ້ຊົນສ້ອມແປງກໍ່ສ້າງເສັ້ນທາງທີ່ໄດ້ຮັບການສະເໜີໃໝ່ ແລະ ສືບຕໍ່ປະຕິບັດໂຄງການທີ່ຍັງຈັດຕັ້ງບໍ່ສຳເລັດໃຫ້ສຳເລັດຕາມທິດທາງແຜນການ ແລະ ໃຫ້ຖືກນໍາໃຊ້ທັນກໍານົດຂອງສັນຍາ.

ທີ່ມາ:ເສດຖະກິດການຄ້າ

ShareTweetShare
Next Post
ຂໍ້ມູນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ ຈາກພະຍາດໂຄວິດ-19

ຂໍ້ມູນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ ຈາກພະຍາດໂຄວິດ-19

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...