ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 31, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າໜ້າທີ່ກັກຕົວເປົ້າໝາຍລັກລົດຈັກ ແລະເປົ້າໝາຍຢາເສບຕິດຈຳນວນ 3 ຄົນ

jon by jon
ເດືອນຕຸລາ 21, 2021
in ທົ່ວໄປ
0
Home ທົ່ວໄປ

ໃນຄືນວັນທີ 19 ກັນຍາ 2021, ກອງພັນປ້ອງກັນເຄື່ອນທີ່ໄວ ນະຄອນຫຼວງວຽງຈັນ ອອກກວດກາລາດຕະເວນ ຕາມພື້ນທີ່ຄວາມຮັບຜິດຊອບ ພໍຮອດເຂດຕະຫຼາດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເວລາ ປະມານ 23:55 ໂມງ ພົບເຫັນກຸ່ມຄົນຮ້ອງຂໍຄວາມຊ່ວຍເຫຼືອຈາກ ເຈົ້າໜ້າທີ່ຕໍາຫຼວດສາຍກວດວ່າ: ມີຄົນລັກລົດຈັກ ເຈົ້າໜ້າທີ່ ຈິ່ງຂັບຂີ່ລົດໄລ່ຕາມ ສາມາດກັກຕົວ ທ້າວ ແຊມ ອາຍຸ 20 ປີ ອາຊີບ ກໍາມະກອນ ປັດຈຸບັນ ພັກເຊົາຢູ່ ບ້ານຫົວຂົວ ເມືອງໄຊເສດຖາ ພ້ອມຂອງກາງ ລົດຈັກເວບ 100 ສີຟ້າດໍາ ບໍ່ມີປ້າຍທະບຽນພາຍຫຼັງກັກຕົວໄດ້ ກໍສົ່ງຜູ້ກ່ຽວໃຫ້ ກອງບັນຊາການ ປກສ ເມືອງໄຊເສດຖາ ດໍາເນີນຄະດີ.

ເວລາຕໍ່ມາໄດ້ກັກຕົວ ທ້າວ ໄຊຊະນະ ອາຍຸ 29 ປີ ອາຊີບ ກໍາມະກອນ ຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ຢູ່ຖະໜົນກໍາແພງເມືອງ ເຂດບ້ານໂພນປ່າເປົ້າ ພ້ອມຂອງກາງຢາບ້າ 03 ເມັດ ສົ່ງໃຫ້ກອງບັນຊາການ ປກສ ເມືອງໄຊເສດຖາ ດໍາເນີນຄະດີ ແລະ ໃນເວລານໍາສົ່ງທ້າວໄຊຊະນະໃຫ້ ກອງບັນຊາການ ປກສ ເມືອງໄຊເສດຖາ ແລ້ວເຈົ້າໜ້າທີ່ ກອງພັນປ້ອງກັນເຄື່ອນທີ່ໄວ ຍັງສາມາດກັກຕົວຜູ້ຖືກຫາ ໄດ້ອີກ 1 ຄົນ ຄື: ທ້າວ ອຸ້ຍ ອາຍຸ 40 ປີ ອາຊີບ ກໍາມະກອນ ຢູ່ບ້ານໂພນພະເນົາ ເມືອງໄຊເຊດຖາ ພ້ອມຂອງກາງຢາບ້າ 07 ເມັດ ສົ່ງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ນວ ດໍາເນີນຄະດີ.ກອງບັນຊາການ ປກສ ນວ ຮຽກຮ້ອງ ມາຍັງທຸກຄົນໃນສັງຄົມ ໃຫ້ປະຕິບັດພັນທະຂອງຕົນປະກອບສວນເຂົ້າໃນວຽກງານຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຖ້າພົບຫັນບັນຫາທີ່ເປັນໜໍ່ແໜງ ຂອງການກະທໍາຜິດທາງອາຍາ ຫຼື ການກະທໍາທີ່ເຕະຕ້ອງເຖິງການພົວພັນຂອງສັງຄົມ ທີ່ກົດໝາຍ ແລະ ລະບຽບການກໍານົດໄວ້ ຂໍຄວາມຮ່ວມມື ແຈ້ງມາທີ່ເບີວອດແອັບ ປກສ ນວ 020 28899774 ຫຼື ແຈ້ງຜ່ານຊ່ອງທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ທີ່ມາ: ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ShareTweetShare
Next Post
ຂ່າວດີ!… ມື້ນີ້ປົວດີແລ້ວ 725 ຄົນ ຫາຍດີແບບນີ້ຕະຫຼອດເດີ້

ຂ່າວດີ!... ມື້ນີ້ປົວດີແລ້ວ 725 ຄົນ ຫາຍດີແບບນີ້ຕະຫຼອດເດີ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...