ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 5, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ດ່ວນ!..ຫ້າມຈັດງານປະເພນິບຸນອອກພັນສາ ສະເພາະເຂດບ້ານແດງ

jon by jon
ເດືອນຕຸລາ 20, 2021
in ທົ່ວໄປ
0
Home ທົ່ວໄປ

ໃນວັນທີ​ 20​ ຕຸລາ​ 2021​ ແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ແຈ້ງອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນນະຄອນຫຼວງວຽງຈັນ ເຫັນວ່າຍັງມີກໍລະນີຜູ້ຕິດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍ ຊຶ່ງມີຄວາມສ່ຽງສູງທີ່ຈະແຜ່ລະບາດໃນຊຸມຊົນ ແລະ ຂະຫຍາຍເປັນວົງກວ້າງ, ເພື່ອເປັນການເພີ່ມທະວີການປ້ອງກັນ, ພ້ອມທັງເປັນການຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດຂຶ້ນຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າໃນທົ່ວນະຄອນຫຼວງວຽງຈັນ. ແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງແນວລາວສ້າງຊາດ 9 ຕົວເມືອງ, ແນວລາວສ້າງຊາດບ້ານ, ພະນັກງານ-ລັດຖະກອນທະຫານ, ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ໃຫ້ປະຕິບັດ ດັ່ງນີ້:

1. ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແຈ້ງການຂອງຄະນະສະເພາະກິດ ນະຄອນຫຼວງວຽງຈັນ, ສະບັບເລກທີ 30/ສພກ.ນວ, ລົງວັນທີ 15 ຕຸລາ 2021, ກ່ຽວກັບການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 16-30 ຕຸລາ 2021 ຢ່າງເຂັ້ມງວດ.
2. ວັນບຸນອອກພັນສາ ວັນທີ 21 ຕຸລາ 2021 ສໍາລັບບ້ານ/ວັດ ທີ່ບໍ່ນອນຢູ່ໃນພື້ນທີ່ສີແດງ ແມ່ນເຫັນດີໃຫ້ແຕ່ລະວັດຕັ້ງບາດ, ເຮັດພິທີທາງສາສະໜາ ດ້ວຍວິທີທີ່ບໍ່ໃຫຍ່ໂຕ, ຄົນຮ່ວມບໍ່ຫຼາຍ, ຮັກສາໄລຍະຫ່າງ, ເວລາໃສ່ບາດແລ້ວໃຫ້ລົງຢາດນໍ້າ ແລະ ກັບບ້ານເລີຍ; ການມາໃສ່ບາດ ກໍບໍ່ຄວນມາເວລາດຽວກັນ.
3. ຫ້າມຈັດງານບຸນປະເພນີ (ວັນບຸນອອກພັນສາ) ໃນວັນທີ 21 ຕຸລາ 2021 ຢູ່ບ້ານ/ວັດ ໃນພື້ນທີ່ ເຂດບ້ານແດງ ໃນນະຄອນຫຼວງວຽງຈັນ ຢ່າງເດັດຂາດ.
4. ໃນພື້ນທີ່ແດງບໍ່ໃຫ້ອອກບິນທະບາດ ເພາະມີຄວາມສ່ຽງຕໍ່ການລະບາດ ນັບທັງຜູ້ຕັກ ແລະ ພຣະສົງ.
5. ມອບໃຫ້ແນວລາວສ້າງຊາດ 9 ຕົວເມືອງ, ແນວລາວສ້າງຊາດບ້ານ ສົມທົບກັບອົງການປົກຄອງເມືອງບ້ານ ແລະ ການຈັດຕັ້ງກ່ຽວຂ້ອງ ທຸກພາກສ່ວນ ແຈ້ງໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ຢ່າງທົ່ວເຖິງ.
6. ມອບໃຫ້ແນວລາວສ້າງຊາດ 9 ຕົວເມືອງ, ແນວລາວສ້າງຊາດບ້ານ ສົມທົບກັບ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂັ້ນເມືອງ, ຂັ້ນບ້ານ ແລະ ການຈັດຕັ້ງກ່ຽວຂ້ອງ ທຸກພາກສ່ວນ ເປັນເຈົ້າການເຄື່ອນໄຫວ ຕິດຕາມ, ກວດກາ, ຖ້າພົບເຫັນມີການລະເມີດໃນການຈັດງານບຸນ ໃຫ້ເຈົ້າໜ້າທີ່ປະຕິບັດຕາມ ຄໍາສັ່ງເລກທີ 015/ຈນວ ແລະ ແຈ້ງການ ເລກທີ 30/ສພກ.ນວ ຢ່າງເຂັ້ມງວດ.

ShareTweetShare
Next Post
ອົງການຕ້ານການສໍ້ລາດບັງຫຼວງ ກວດສອບກຸ່ມທຸຈະລິດໄດ້ 650 ເປົ້າໝາຍ, ພົບເຫັນຜົນເສຍຫາຍ 1.562 ຕື້ກວ່າກີບ ແລະ 147.387 ໂດລາສະຫະລັດ

ອົງການຕ້ານການສໍ້ລາດບັງຫຼວງ ກວດສອບກຸ່ມທຸຈະລິດໄດ້ 650 ເປົ້າໝາຍ, ພົບເຫັນຜົນເສຍຫາຍ 1.562 ຕື້ກວ່າກີບ ແລະ 147.387 ໂດລາສະຫະລັດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...