ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຂ່າວເສົ້າ!.. ເກີດເຫດຫຼົງຍິງກັນຄິດວ່າແມ່ນໝູ່ປ່າ ເສຍຊີວິດ 1 ຄົນ

jon by jon
ເດືອນຕຸລາ 13, 2021
in ທົ່ວໄປ
0
Home ທົ່ວໄປ

ໃນເວລາ 8:45 ນາທີ ຂອງວັນທີ່ 1/10/2021 ທີ່ຜ່ານມາ ປກສ ເມືອງນາແລ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໄດ້ແຈ້ງຄວາມຈາກພົນລະເມືອງດີ ມີປະຊາຊົນບ້ານສາງແຫນ 3 ຄົນ ໄປລ່າເນື້ອແລ້ວຫຼົງຍິງກັນເສຍຊີວິດ 1 ຄົນ

ຈາກນັ້ນຈິ່ງໄດ້ແຕ່ງຕັ້ງໜ່ວຍພະນັກງານວິຊາສະເພາະລົງກວດກາ ສັນນະສູດສະຖານທີ່ເກີດເຫດ ຈິ່ງພົບຜູ້ເສຍຊີວິດໜຶ່ງຄົນຊື່ ທ.ວ່າງແກ້ວ ອາຍຸ 46ປີ ພ້ອມໝູ່ຄູ່ໄປນຳກັນ 2 ຄົນ.

ຊື່ທ.ສົມດີ ອາຍຸ 55 ປີ ແລະ ທ.ໃຈ ອາຍຸ 50 ປີ ທັງ 3 ເປັນປະຊາຊົນ ຢູ່ບ້ານສາງແຫນ2  ເມືອງນາແລ ແຂວງ ຫຼວງນ້ຳທາ ຜ່ານການເກັບກຳຂໍ້ມູນສືບສວນສອບສວນຂອງເຈົ້າໜ້າທີ່

ທ.ສົມດີ ຜູ້ຖືກຫາ ໄດ້ຮັບສາລະພາບວ່າ ກ່ອນເກີດເຫດ ທ.ວ່າງແກ້ວ ຜູ້ເສຍຊີວິດໄດ້ໄປລ່າສັດປ່າແລະໄດ້ຍິງໝູປ່າ 1 ໂຕ ແຕ່ບໍ່ຕາຍ ຈຶ່ງໄດ້ກັບມາບ້ານເພື່ອຊັກຊວນເອົາຕົນເອງແລະທ.ໃຈ ພ້ອມໝາອີກ 3 ໂຕໄປຊອກໝູປ່າ.

ພາຍຫຼັງໄດ້ຕົກລົງກັນລະອຽດແລ້ວ ທັງ3ກໍ່ໄດ້ເອົາປືນແກັບຄົນລະກະບອກ ເດີນທາງໄປຫາຈຸດໝາຍດັ່ງກ່າວ ພໍໄປຮອດກໍ່ໄດ້ແຍກທາງກັນ ພ້ອມທັງປ່່ອຍໝາເຂົ້າໄປໃນປ່າ.

ໄດ້ປະມານ 2-3 ນາທີ ໄດ້ຍິນສຽງໝາເຫົ່າຕົນເອງຈຶ່ງເຂົ້າໄປຈອບຍິງປະກົດເຫັນປ່າໄມ້ເໜັງໄປມາຄິດວ່າຕ້ອງແມ່ນໝູປ່າທີ່ຖືກບາດເຈັບ ຈຶ່ງຍົກປືນຍິງໃສບາດໝຶ່ງແລ້ວເຂົ້າໄປເບິ່ງປະກົດວ່າແມ່ນທ.ວ່າງແກ້ວ ນອນຄວ້ຳໜ້າຟູມກອງເລືອດຢູ່.

ຈາກນັ້ນຈິ່ງໄດ້ເອີ້ນເອົາທ.ໃຈມາເບິ່ງນຳກັນ ພ້ອມທັງໃຫ້ລາວເຝົ້າທ.ວ່າງແກ້ວ ທີ່ໄດ້ຮັບບາດເຈັບແລ້ວຕົນເອງກໍ່ໄດ້ກັບມາບ້ານ ເພື່ອແຈ້ງໃຫ້ຍາດພີ້ນ້ອງໄປຊ່ວຍເອົາມາໂຮງໝໍ.

ແຕ່ກໍ່ຍ້ອນວ່າ ທ.ວ່າງແກ້ວໄດ້ຮັບບາດເຈັບສາຫັດ ຖືກລູກປືນຍິງເຂົ້າຂະໝັບຫູເບື້ອງຊ້າຍເຮັດໃຫ້ເສຍເລືອດຫຼາຍ ທົນຕໍ່ບາດແຜບໍ່ໄດ້ຈິ່ງເສຍຊີວິດໃນເວລາຕໍ່ມາ ແນວໃດກໍ່ຕາມຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ.

ShareTweetShare
Next Post
ໜັກຫຼາຍມື້ນີ້!..ເສຍຊີວິດ 1 ຄົນ ໂຄວິດມື້ນີ້ +651 ຄົນ ຊຸມຊົນ +644 ຄົນ

ໜັກຫຼາຍມື້ນີ້!..ເສຍຊີວິດ 1 ຄົນ ໂຄວິດມື້ນີ້ +651 ຄົນ ຊຸມຊົນ +644 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...