ໃນວັນທີ 10 ຕຸລາ 2021 ຜ່ານມາ,ເວລາປະມານ 14:34 ໂມງ ໄດ້ຮັບແຈ້ງຂ່າວຈາກປະຊາຊົນຜ່ານເບີ 071 1625 ວ່າ:
ເກີດມີອຸບັດຕິເຫດລົດໃຫຍ່ປະທະລົດໃຫຍ່. ທີ່ ແຂວງຫຼວງພະບາງ

ຢູ່ເຂດບ້ານນາເມືອງ ເສັ້ນທາງພູເກົ້າຫຼັກ ເມືອງນານ ແຂວງຫຼວງພະບາງ.

ດັ່ງນັ້ນໜ່ວຍກູ້ຊີບອົງການກາແດງລາວ ຈຶ່ງໄດ້ອອກກວດສອບພົບເຫັນຜູ້ບາດເຈັບທັງໝົດ ຈໍານວນ 2 ຄົນ ເພດຊາຍ, ເສຍຊີວິດ 1 ຄົນ.

ຜູ້ບາດເຈັບຜູ້ທີ 1 ມີບາດແຜຢູ່ຂາໂຕ້ເບື້ອງຊ້າຍ ແລະ ແໜ້ນໜ້າເອິກ (ບໍ່ປະສົ່ງໄປໂຮງໝໍ)

ຜູ້ທີ 2 ມີບາດແຜຕະເຫຼີ້ນຢູ່ແຂນສອກເບື້ອງຊ້າຍ, ເຈັບບ່າໄຫຼ່ເບື້ອງຊ້າຍ.
ອີກ 2 ຄົນແມ່ນນຳສົ່ງໂຮງໜໍນາເມືອງກ່ອນ.

Discussion about this post