ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໃນກໍລະນີທີ່ໂຮງໝໍລົ້ນຄົນເຈັບຈະໃຫ້ຈໍາກັດບໍລິເວນຢູ່ເຮືອນ

jon by jon
ເດືອນຕຸລາ 5, 2021
in ທົ່ວໄປ
0
Home ທົ່ວໄປ

ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໂດຍໄດ້ຮັບມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດໂຄວິດ ຖະແຫຼງຂ່າວ ປະຈໍາວັນທີ 4 ຕຸລາ 2021 ວ່າ: ປັດຈຸບັນ,ສະພາບຂອງການລະບາດພະຍາດໂຄວິດ ແມ່ນພົບຢູ່່ໃນຊຸມຊົນ,ເຊິງເຮັດໃຫ້ມີຜູ້ຕິດເຊື້ອຈໍານວນຫຼາຍ ທີ່ຈະຕ້ອງໄດ້ເຂົ້າໄປນອນຮັກສາປິ່ນປົວໃນໂຮງໝໍຕ່າງໆ ໃນນະຄອນຫຼວງວຽງຈັນ ກໍຄື ຫຼາຍແຂວງ ທີ່ກໍາລັງປະເຊີນໜ້າກັບການລະບາດ.

ຕໍ່ສະພາບການດັ່ງກ່າວ,ກະຊວງສາທາລະນະສຸກ ກໍຄື ພະແນກສາທາລະນະສຸກ ໃນແຕ່ລະແຂວງ ໄດ້ຄົ້ນຄວ້າ ແລະ ຈັດສັນໂຮງໝໍ ພາກສະ ໜາມຂຶ້ນຢູ່່ຫຼາຍແຫ່ງ ແຕ່ກໍຍັງບໍ່ສາມາດຕອບສະໜອງໄດ້ຕໍ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຄືການມາຮັບຄົນເຈັບໄວ,ການຈັດຫາຕຽງນອນ ໃຫ້ຄົນເຈັບໃນໄລຍະຮີບດ່ວນ.

ດັ່ງນັ້ນ.ໃນມື້ນີ້,ຈະໃຫ້ຂໍ້ມູນເບື້ອງຕົນ ກ່ຽວກັບການຈໍາກັດບໍລິເວນຢູ່່ເຮືອນ ແລະ ການປິ່ນປົວຢູ່່ກັບເຮືອນສໍາລັບຜູ້ບໍ່ມີອາການ ໃນກໍລະນີທີ່ໂຮງໝໍລົ້ນຄົນເຈັບ, ເຊິ່ງມາດຕະການດັ່ງກ່າວນີ້ ຍັງບໍ່ທັນໄດ້ຖືກຈັດຕັ້ງເທື່ອ ເນື່ອງຈາກສູນຈໍາກັດບໍລິເວນ ແລະ ສະຖານທີ່ບໍລິການປິ່ນປົວ ໃນປັດຈຸບັນ ກໍຍັງຮອງຮັບໄດ້ຢູ່່.

ການຈໍາກັດບໍລິເວນຢູ່່ເຮືອນ ແມ່ນສໍາລັບຜູ້ທີ່ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ແລະ ມີຫ້ອງສໍາລັບຈໍາກັດບໍລິເວນ ລວມທັງຫ້ອງນໍ້າທີ່ແຍກອອກເປັນຂອງຕົນເອງ ສິ່ງທີ່ທ່ານຄວນປະຕິບັດແມ່ນຢູ່່ເຮືອນ 14 ວັນ ນັບຫຼັງຈາກມື້ທີ່ເລີ່ມສໍາຜັດເຝົ້າລະວັງອາການຕົນເອງວ່າ ມີອາການໄຂ້ 37,5 ຂຶ້ນເມື່ອ, ມີອາການໄອ,ຫາຍໃຈຍາກ,ດັງບໍ່ໄດ້ກິ່ນ,ລີ້ນບໍ່ຮູ້ລົດຊາດ.

ໃຫ້ທ່ານ ຢູ່່ຫ່າງຈາກຄົນໃນຄອບຄົວທີ່ອາໃສຢູ່່ນໍາກັນ ໂດຍສະເພາະ ຜູ້ທີ່ມີປັດໃຈສ່ຽງສູງ ທີ່ຈະຕິດເຊື້ອໂຄວິດ ຫຼັງຈາກການຈໍາກັດບໍລິເວນແລ້ວ ແມ່ນໃຫ້ທ່ານເຝົ້າລະວັງອາການທ່ານ ຕື່ມອີກ 14 ວັນ.

ຖ້າທ່ານມີອາການ ໃຫ້ແຍກປ່່ຽວຕົນເອງທັນທີ່ ແລະ ຕິດຕໍ່ຫາສາຍດ່ວນ 165/166 ຫຼື ເຂົ້າໄປປືກສາແພດໝໍ ທີ່ຢູ່່ໃກ້ບ້ານທ່ານ.

ການປິ່ນປົວຕົນເອງຢູ່່ເຮືອນ ແມ່ນອະນຸຍາດສະເພາະ ຄົນເຈັບທີ່ຕິດເຊື້ອໂຄວິດບໍ່ມີອາການຫຍັງ ຫຼື ເບົາບາງ, ແຕ່ຕ້ອງມີຫ້ອງນອນ ແລະຫ້ອງ ນໍ້າໃຊ້ສະເພາະຕົນເອງ,ສິ່ງທີ່ທ່ານ ຄວນປະຕິບັດ ແມ່ນຕິດຕາມອາການຕົນເອງ,ຖ້າທ່ານມີອາການຮຸນແຮງ ເຊັນ:ຫາຍໃຈຍາກ ແມ່ນໃຫ້ໂທຫາແພດ ຫຼື ໄປໂຮງໝໍທັນທີ່ ແຍກຫ້ອງຢູ່່ຈາກສະມາຊິກພາຍໃນເຮືອນ,ໃຊ້ຫ້ອງນໍ້າແຍກກັນ,ບໍ່ໃຫ້ໃຊ້ສິ່ງຂອງຮ່ວມກັນ,ຕ້ອງໃສ່ຜ້າປິດປາກ-ດັງ.

ການອະນຸຍາດໃຫ້ຄົນເຈັບທີ່ບໍ່ມີອາການ ສາມາດປິ່ນປົວຕົນເອງໄດ້ຢູ່ເຮືອນ ກໍແມ່ນເພື່ອຫຼຸດຜ່ອນຄົນເຈັບທີ່ຕິດເຊື້ອ ແຕ່ມີອາການເບົາບາງ ແລະສຸມໃສ່ການດູແລປິ່ນປົວກໍລະນີໜັກ,ຄົນເຈັບທີ່ມີພະຍາດປະຈໍາຕົວ,ຄົນເຈັບທີ່ສູງອາຍຸ ເພື່ອຫຼຸດຜ່ອນການເສຍຊິວິດໃຫ້ໜ້ອຍທີ່ສຸດ.

ShareTweetShare
Next Post
Facebook, Messenger, Instagram, WhatsApp ຫຼົ່ມທົ່ວໂລກ

Facebook, Messenger, Instagram, WhatsApp ຫຼົ່ມທົ່ວໂລກ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...