ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ອຸດົມໄຊ ຄຸມເຂັ້ມລາຄາສິນຄ້າ ໄຂ່ໄກ່ ບໍ່ໃຫ້ເກີນ 38.000ກີບຕໍ່ແຕະ

jon by jon
ເດືອນກັນຍາ 30, 2021
in ທົ່ວໄປ
0
Home ທົ່ວໄປ

ທ່ານ ນາງ ໄມພອນ ສິລິວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ພ້ອມ​ຄະ​ນະໄດ້​ລົງ​ຕິດ​ຕາມ​ລາ​ຄາ​ສິນ​ຄ້າ​ຢູ່​ຕະຫຼາດ​ແມງ​ດາ ແລະ ຕະຫຼາດ​ບ້ານ​ຖິ່ນ ໃນ​ວັນ​ທີ 28 ກັນ​ຍາ​ຜ່ານ​ມາ ປະ​ຕິ​ບັດ​ຕາມ​ຜົນ​ຂອງກອງ​ປະ​ຊຸມ​ວ່າ​ດ້ວຍ​ການ​ກຳ​ນົດ​ລາ​ຄາ​ສິນ​ຄ້າ ຊຶ່ງ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ກັນ​ຍາ​ຜ່ານ​ມາ.

ທ່ານນາງ ໄມພອນ ສິລິວົງ ໄດ້ໃຫ້ສຳພາດວ່າ: ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກຂອງເສດຖະກິດ ເຮັດໃຫ້ສິນຄ້າມີລາຄາແພງ ແລະ ປະຕິບັດຕາມວາລະແຫ່ງຊາດໃນການສຸມໃສ່ການຜະລິດ ແລະ ສະໜອງສິນຄ້າພາຍໃນໃຫ້ພຽງພໍ ແລະ ຜະລິດເພື່ອສົ່ງອອກນັ້ນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ​ອຸ​ດົມ​ໄຊ ໄດ້ສົມທົບກັບນັກທຸລະກິດ ຜູ້ປະກອບການ ໂດຍສະ

ເພາະແມ່ນຫົວໜ່ວຍການປູກ-ການລ້ຽງ ເພື່ອກຳນົດໂຄງປະກອບລາຄາສິນຄ້າປະເພດສະບຽງອາຫານໃຫ້ມີຄວາມເໜາະສົມ. ການລົງເຄື່ອນໄຫວຂອງຄະນະທິມງານຄັ້ງນີ້ ແມ່ນໄດ້ນຳເອົາ ຊິງຂອງລັດ ແລະ ແຜ່ນປ້າຍກຳນົດລາຄາ ໄປຕິດຢູ່ສອງຕະຫຼາດ ໂດຍສະເພາະແມ່ນລາຄາຊີ້ນໝູ ໜ້າຟາມສູງສຸດບໍ່ໄຫ້ເກີນ 26.000 ກີບຕໍ່ກິໂລ,

ລາຄາຊີ້ນສົດຂາຍໃນຕະຫຼາດສູງສຸດບໍ່ໃຫ້ເກີນ 50,000 ຕໍ່ກິໂລ, ລາຄາໄຂ່ໄກ່ໜ່ວຍໃຫຍ່ ໜ້າຟາມສູງສຸດບໍ່ໃຫ້ເກີນ 420.000 ກີບ ຕໍ່ແກັດ, ລາຄາຂາຍຍ່ອຍຢູ່ຕະຫຼາດສູງສຸດບໍ່ໃຫ້ເກີນ 38.000ກີບຕໍ່ແຕະ,

ລາຄາປານິນໜ້າ​ກະ​ຊັງສູງສຸດບໍ່ໃຫ້ເກີນ 20.000 ກີບ ຕໍ່ກິໂລ, ລາຄາປາຂາຍສົ່ງບໍ່ໃຫ້ເກີນ 22.000 ກີບຕໍ່ກິໂລ, ລາຄາຂາຍຍ່ອຍຢູ່ຕະຫຼາດບໍ່ໃຫ້ເກີນ 24.000 ກີບຕໍ່ກິໂລ,

ພ້ອມນີ້ຍັງມີມາດຕະການປັບໃໝຕໍ່ຜູ້ລະເມີດຂຶ້ນນລາຄາ ສວຍໂອກາດກັກຕຸນສິນຄ້າໂດຍ​ບໍ່ໄດ້ຮັບອານຸຍາດ, ແມ່ນຈະໄດ້ຖືກປັບໃໝ ແຕ່ 1 ລ້ານ – 5 ລ້ານກີບຕໍ່ຄັ້ງຕໍ່ຄົນ, ນອກນີ້ຍັງມີຂໍ້ຫ້າມອື່ນໆທີ່ເປັນປະໂຫຍດໃຫ້ແກ່ຜູ້ບໍລິການ ແລະ ຜູ້ບໍລິໂພກ,

ພ້ອມນີ້ ຍັງໄດ້ສຸ່ມກວດຕາ​ຊິງ​ຢູ່​ຕາມບັນດາຮ້ານຂາຍຊີ້ນ, ຂາຍປາ ຂາຍເຂົ້າ ແລະ ພືດຜັກອື່ນໆໃ​ຫ້ຢູ່ໃນເກນມາດຕະຖານ

ShareTweetShare
Next Post
ສາມາດຈັບເປົ້າໝາຍໄດ້ 2 ຄົນ ພ້ອມຢາບ້າ 214 ເມັດ ແລະ ຢາໄອສ໌ 1 ຫໍ້ນ້ອຍ ພ້ອມອຸປະກອນການເສບຢາ ຢູ່່ໃນບ້ານພັກແຫ່ງໜຶ່ງ ໄປດໍາເນີນຄະດີ.

ສາມາດຈັບເປົ້າໝາຍໄດ້ 2 ຄົນ ພ້ອມຢາບ້າ 214 ເມັດ ແລະ ຢາໄອສ໌ 1 ຫໍ້ນ້ອຍ ພ້ອມອຸປະກອນການເສບຢາ ຢູ່່ໃນບ້ານພັກແຫ່ງໜຶ່ງ ໄປດໍາເນີນຄະດີ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...