ຕາາມການລາຍງານຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງແກ່ນທ້າວ ແຂວງໄຊຍະບູລີ ລາຍງານວ່າ: ເມື່ອບໍ່ດົນນີ້ໃນລະຫວ່າງວັນທີ 13-20 ກັນຍາ ຜ່ານມາ ມີຝົນຕົກໜັກເຮັດໃຫ້ນໍ້າຖ້ວມເນື້ອທີ່ທໍາການຜະລິດ, ສິ່ງປຸກສ້າງຂອງປະຊາຊົນ, ເສັ້ນທາງ ແລະ ຂົວຢູ່ພາຍໃນເມືອງຖືກນໍ້າໄຫລຊຸຈົນຂາດ ພາຍໃນເມືອງແກ່ນທ້າວ ສ້າງຄວາມເສຍຫາຍ ລວມມູນຄ່າເບື້ອງຕົ້ນ 3,8 ຕື້ກວ້າກີບກີບ.
![](http://kkklao.com/wp-content/uploads/2021/09/8.1-5.jpg)
ສຳລັບ ບ້ານທີ່ຖືກຜົນກະທົບ ມີ 19 ບ້ານ 480 ກວ່າຄອບຄົວ ໂດຍກະທົບຕໍ່ສິ່ງປຸກສ້າງ 30 ຄອບຄົວ, ເຮືອນ 30 ຫລັງ, ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 126 ລ້ານກວ່າກີບ, ຜົນກະທົບຕໍ່ເນື້ອທີ່ທໍາການຜະລິດ 440 ກວ່າຄອບຄົວ, ເນື້ອທີ່ເສຍຫາຍ 130 ກວ່າເຮັກຕາ
![](http://kkklao.com/wp-content/uploads/2021/09/8.2-7.jpg)
ປະເມີນມູນຄ່າເສຍຫາຍເບື້ອງຕົນ 219 ລ້ານກວ່າກີບ, ໜອງປາ 5 ຄອບຄົວ ປະເມີນມູນຄ່າເສຍຫາຍ 69 ລ້ານກວ່າກີບ. ນອກຈາກນີ້, ຍັງມີເສັ້ນທາງ 4 ຈຸດ ແລະ ຂົວ 8 ແຫ່ງ ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 3,4 ຕື້ກວ່າກີບ.
![](http://kkklao.com/wp-content/uploads/2021/09/8.3-2.jpg)
ຂໍ້ມູນຂ່າວ: ຫ້ອງການ ຖວທ ເມືອງແກ່ນທ້າວ
![](http://kkklao.com/wp-content/uploads/2021/09/8.4-3.jpg)
Discussion about this post