ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 26, ເດືອນກັນຍາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກໍາປູເຈຍ ມອບ​ວັກ​ຊີນ ຊີ​ໂນ​ແວັກ ຈຳນວນ 200.000 ໂດ​ສ ໃຫ້ແກ່ ສ​ປ​ປ ລ​າວ

jon by jon
ເດືອນກັນຍາ 28, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ລັດຖະບານ ແລະ ປະຊາຊົນຣາຊະອານາຈັກກໍາປູເຈຍ ໄດ້​ມອບ​ວັກ​ຊິນ​ຍີ່​ຫໍ້ ຊີ​ໂນ​ແວັກ (Sinovac) ຈໍານວນ 200.000 ໂດສ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປ ລາວ.

ພິ​ທີ​ມອບ-ຮັບ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 28 ກັນ​ຍາ 2021 ນີ້ ທີ່ດ່ານຊາຍແດນສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບໂດຍ ທ່ານ ອຸດ ບໍຣິດ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຮອງລັດຖະມົນຕີ ຜູ້ປະຈໍາການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ, ພ້ອມທັງ ຄະນະນໍາ ແລະ ວິຊາການ ທີ່ກ່ຽວຂ້ອງຈຳນວນໜຶ່ງຂອງທັງສອງຝ່າຍ.

ການຊ່ວຍເຫຼືອຈາກລັດຖະບານແຫ່ງຣາຊະອານາຈັກກຳປູເຈຍໃນຄັ້ງນີ້ ໄດ້ຮັບການຕີລາຄາສູງ ແລະ ການຂອບໃຈຢ່າງຈິງໃຈ ຈາກລັດຖະບານ ແລະ ປະຊາຊົນລາວ ເພາະເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຍາມທີ່ສອງປະເທດພວມປະເຊີນໜ້າກັບການລະບາດຂອງພ ະ ຍ າດ ໂຄ ວິ ດ-19,

ທັງຍັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວ-ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ

ShareTweetShare
Next Post
ຕະຫລາດລາວອົດຊີ ວາງມາດຕະການ ໃຫ້ແຕ່ລະຮ້ານຄ້າ ເຮັດຜ້າຢາງກັ້ນເພື່ອຫຼີ້ກລຽງການສຳຜັດ ລະຫວ່າງ ລູກຄ້າ ແມ່ຄ້າ

ຕະຫລາດລາວອົດຊີ ວາງມາດຕະການ ໃຫ້ແຕ່ລະຮ້ານຄ້າ ເຮັດຜ້າຢາງກັ້ນເພື່ອຫຼີ້ກລຽງການສຳຜັດ ລະຫວ່າງ ລູກຄ້າ ແມ່ຄ້າ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0
  • ຂ່າວດີຂອງວັນນີ້! ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວດີ ອີກ59ຄົນ ລວມການປິ່ນປົວດີແລ້ວ297ຄົນ

    0 shares
    Share 0 Tweet 0
  • ທ່ານ ນາງ ວາລີ ເວດສະພົງ ກ່າວ: ຄົນລາວເຮົາກໍ່ມີຄົນເກັ່ງ ຂໍແຕ່ໃຫ້ໂອກາດໃຫ້ທົ່ວຄົນເກັ່ງເຂົ້າໃນວົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...