ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 31, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຈັບເປົ້າໝາຍ ຄາລົດຟໍຈູນເນີ ອາຍຸ 24 ປີ ພ້ອມຂອງກາງ 24.000 ເມັດ

jon by jon
ເດືອນກັນຍາ 27, 2021
in ທົ່ວໄປ
0
Home ທົ່ວໄປ

ວັນທີ 17 ກັນຍາ ຜ່ານມາ, ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນວ ໄດ້ນຳກຳລັງເຈົ້າໜ້າທີ່ວິຊາສະເພາະ ເຂົ້າປິດລ້ອມສະກັດຈັບເປົ້າໝາຍຢາເສບຕິດ ຢູ່່ເສັ້ນທາງເຂດບ້ານສາລະຄຳໃຕ້ ເມືອງຫາດຊາຍຟອງ ສາມາດຈັບເປົ້າໝາຍ ໄດ້ຄາລົດຟໍຈູນເນີ ຊື່ ທ້າວ ອຸດາສັກ ອາຍຸ 24 ປີ ຢູ່ບ້ານອຸດົມຜົນ ເມືອງໄຊທານີ ນວ,ພ້ອມຂອງກາງ ຢາບ້າ 12 ມັດ ເທົ່າກັບ 24.000 ເມັດ ຢູ່່ໃນລົດ ໄປດຳເນີນຄະດີ.

ຜ່ານການສອບສວນ ທ້າວ ອຸດາສັກ ສາລະພາບວ່າ: ໃນວັນທີ 17 ກັນຍາ ໄດ້ມີໄວລຸ້ນຢູ່່ບ້ານສາລາຄຳໃຕ້ ເມືອງຫາດຊາຍຟອງ ນວໂທລະ ສັບສັ່ງຊື້ຢາບ້າຈຳນວນ 12 ມັດ ເທົ່າກັບ 24.000 ເມັດ, ຫຼັງຈາກຕົກລົງລາຄາແລ້ວ ກໍນັດໝາຍສະຖານທີ່ສົ່ງຢາບ້າ.ຈາກນັ້ນ,ຕົນຈຶ່ງໄດ້ໂທສັ່ງຊື້ຢາບ້າ ໂດຍນັດຊື້ຂາຍກັນຢູ່່ເຂດບ້ານໃໝ່ ເມືອງສີໂຄດຕະບອງ,ຮອດເວລາປະມານ 15:30 ໂມງ ຂອງວັນດຽວກັນ ກໍໄດ້ຂັບຂີ່ລົດຟໍຈູນເນີ ສີຂາວ ເລກທະບຽນ ກພ 7435 ກຳແພງນະຄອນ ໄປຮັບເອົາຢາບ້າຢູ່່ຈຸດນັດໝາຍ.

ຫຼັງຈາກໄດ້ຢາບ້າ ຈຳນວນ 12 ມັດ ເທົ່າກັບ 24.000 ເມັດ ກໍຂີ່ມາຈອດລໍຖ້າສົ່ງຢາບ້າໃຫ້ໄວລຸ້ນທີ່ສັ່ງຊື້ ຢູ່່ແຄມທາງເຂດບ້ານສາລາຄໍາໃຕ້ ເມືອງຫາດຊາຍຟອງ ນວ, ພໍຮອດເວລາປະມານ 16:00 ໂມງ ກໍຖືກເຈົ້າໜ້າທີ່ຈັບຕົວ ພ້ອມກວດຄົ້ນລົດ ພົບຢາບ້າຈຳນວນດັ່ງກ່າວ.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫາດຊາຍຟອງ ພວມສອບສວນຂະຫຍາຍຜົນ ເພື່ອສືບຕໍ່ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວ-ພາບ: ປກສ ນະຄອນຫຼວງວຽງຈັນ

ShareTweetShare
Next Post
ດ່ວນ! ຕະຫຼາດ ທົ່ງຂັນຄຳ ມື້ນີ້ ຕິດໂຄວິດ-19 +35ຄົນ

ດ່ວນ! ຕະຫຼາດ ທົ່ງຂັນຄຳ ມື້ນີ້ ຕິດໂຄວິດ-19 +35ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...