ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 18, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າແຂວງສາລະວັນ ລົງຕິດຕາມສະພາບນໍ້າຖ້ວມຢູ່່ບ້ານຫ້ວຍແສງ ເມືອງເລົ່າງາມ

jon by jon
ເດືອນກັນຍາ 26, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຕອນບ່າຍວັນທີ 24 ກັນຍາ ນີ້, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ,ພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງແຂວງ ແລະ ການນຳເມືອງເລົ່າງາມ ລົງຕິດຕາມສະພາບນໍ້າຖ້ວມ ຢູ່່ບ້ານຫ້ວຍແສງ ເມືອງເລົ່າງາມ,ຈາກການປະເມີນຜົນເສຍຫາຍເບື້ອງຕົ້ນ ມີໜອງປາ ເສຍ ຫາຍ 47 ໜອງ, ລານຕາກກາເຟ 2 ລານ, ເຮືອນຄົວ ແລະ ຮ້ານຂາຍເຄື່ອງແຫ້ງເສຍຫາຍ ຈໍານວນໜຶ່ງ.ພ້ອມນີ້, ຍັງມີເຄື່ອງປູກຂອງປະ ຊາຊົນ ເປັນຕົ້ນ ກະເຟ ແລະ ພືດຜັກ ໄດ້ຮັບຄວາມເສຍຫາຍ 5 ເຮັກຕາ ຄິດເປັນມູນຄ່າເສຍຫາຍເກືອບ 200 ລ້ານກີບ.

ທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມ ໃຫ້ຮູ້ວ່າ: ໃນວັັນທີ 24 ກັນຍາ ນີ້ ໄດ້ເກີດມີຝົນຕົກຕໍ່ເນື່ອງ ເຮັດໃຫ້ນໍ້າປ່່າໄຫຼລົ້ນຫ້ວຍຕະພົງ ແລ້ວໄຫຼເຂົ້າບ້ານຫ້ວຍແສງ ເຮັດໃຫ້ປະຊາຊົນ 30 ກວ່າຫຼັງຄາເຮືອນ ຢູ່່ລຽບຕາມຫ້ວຍ ແລະ ຢູ່່ພື້ນທີ່ຕໍ່າໄດ້ຮັບຜົນກະທົບ ແລະ ຂາດທີ່ ພັກອາໄສ, ເຊິ່ງນໍ້າໄດ້ຖ້ວມເຮືອນ, ວັດຖຸສິ່ງຂອງ ແລະ ເນື້ອທີ່ທຳການຜະລິດ.

ຕໍ່ເຫດການດັ່ງກ່າວ.ອົງການປົກຄອງເມືອງເລົ່າງາມ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ກຳລັງ ປກສ-ປກຊ ສົມທົບກັບກຳລັງຊາວໜຸ່ມຂອງບ້ານ ໄດ້ເຂົ້າໄປຊ່ວຍເຫຼືອຢ່່າງຮີບດ່ວນ, ພ້ອມເກັບມ້ຽນວັດຖຸສິ່ງຂອງ, ຍົກຍ້າຍສິ່ງກີດຂວາງ ແລະ ຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບໄປຢູ່່ບ່ອນທີ່ປອດໄພ ໂດຍກຳນົດ 3 ຈຸດ ຄື: ໂຮງຮຽນ, ວັດ ແລະ ຫ້ອງການບ້ານ ເປັນບ່ອນພັກຊົ່ວຄາວ.

ພາຍຫຼັງນໍ້າບົກແຫ້ງ,ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຈະສົມທົບກັບການຈັດຕັ້ງບ້ານ ລົງຕິດຕາມກວດກາ, ເກັບກໍາຂໍ້ມູນຜົນເສຍຫາຍ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ຊອກຫາວິທີຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ.

ໃນໂອກາດນີ້, ທ່ານເຈົ້າແຂວງສາລະວັນ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ແລະ ການຈັດຕັ້ງບ້ານ ເອົາໃຈໃສ່ປຸກລະດົມກຳລັງໃຫ້ມີຄວາມສາ ມັກຄີ, ມີນໍ້າໃຈຊ່ວຍເຫຼືອເຊິ່ງກັນແລະກັນ ໃຫ້ວ່ອງໄວ ແລະ ປຸກລະດົມນຳຫຼາຍພາກສ່ວນ ເພື່ອຂໍການຊ່ວຍເຫຼືອ ແລະ ພ້ອມກັນ ມີສະຕິຕິດຕາມສະພາບອາກາດໃນແຕ່ລະໄລຍະ ເພື່ອກຽມຄວາມພ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

ShareTweetShare
Next Post
ວັນທີ 26 ກັນຍາ 2021 ແມ່ນວັນພັກລາດສະການບໍ່ຈຳເປັນບໍ່ໃຫ້ອອກເຮືອນ

ວັນທີ 26 ກັນຍາ 2021 ແມ່ນວັນພັກລາດສະການບໍ່ຈຳເປັນບໍ່ໃຫ້ອອກເຮືອນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ນ້ອງ ບົ້ງກື ໄດ້ບໍ່! ປະກາດຕາມຫາ ນາງບົ້ງກີ ອູມພູທອນ ຫາຍໂຕໄປ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ດ່ວນໆ ສາວພອນກິນຢາປິດຊີບຕົນເອງ ໃຜຢູ່ໃກ້ລາວພາໄປໂຮງໝໍດ່ວນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ວິກິດໜັກ ລ່າສຸດ ລັດຖະບານ ສີລັງກາປະກາດ ບໍ່ມີນ້ຳມັນຂາຍແລ້ວ
  • ຂ່າວດ່ວນ ແຈ້ງປັບຂຶ້ນລາຄາ ນ້ຳມັນທົ່ວປະເທດ
  • ດ່ວນ..! ລົດ ອະນຸສິດຂົນສົ່ງ ເສຍຫລັກ​ປີ້ນ​
  • ເລັ່ງຈັດສັນລັດໃຫ້ສອດຄ່ອງ ຫັນໃຊ້ລົດໄຟຟ້າ ແລະ ຍົກເລີກລົດປະຈຳຕຳແໜ່ງຂັ້ນກົມລົງມາ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...