ພາຍຸເຂດຮ້ອນດຽນມູ (Dianmu) ຫົວທີ 15, ໃນເວລາ 7:00 ໂມງເຊົ້າຂອງວັນທີ 24 ກັນຍາ 2021 ມີຈຸດສູນກາງ ຢູ່່ເສັ້ນຂະໜານທີ 15,7 ອົງສາ ເໜືອ ແລະ ເສັ້ນແວງ ທີ 108,8 ອົງສາຕາເວັນອອກ ແລະ ຍັງເຄື່ອນທີ່ມາທາງທິດຕາເວັນຕົກ ຫາ ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 20 ກິໂລແມັດ ຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດໃກ້ຈຸດສູນກາງ ແມ່ນ 18 ແມັດຕໍ່ວິນາທີ.

ພາຍຸຫົວນີ້,ຍັງຈະເຄື່ອນທີ່ ຢູ່່ເຂດພາກໃຕ້, ພາກກາງ ແລະ ຈະສືບຕໍ່ຜ່ານພາກເໜືອດ້ານຕາເວັນຕົກຂອງປະເທດລາວ. ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງຫາຕົກໜັກ ແລະ ຕົກໜັກຫຼາຍ ພ້ອມມີລົມພັດແຮງ ຢູ່່ບາງທ້ອງຖິ່ນ ເຊັ່ນ ແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ປາກຊັນ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ໄຊຍະບູລີ.
ດັ່ງນັ້ນ.ຈຶ່ງແຈ້ງເຕືອນເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກທີ່ເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍຶ່ງ ແລະ ລົມພັດແຮງ ອາດຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ເຮືອນຊານເປ່່ເພທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້,ພ້ອມນີ້ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ3 ວັນຕໍ່ໜ້ານີ້.

ພາກເໜືອດ້ານຕາເວັນອອກ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ,ພ້ອມມີລົມພັດແຮງຢູ່່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ, ອຸນຫະພູມ ໃນລະຫວ່າງ 18 ຫາ28 ອົງສາ.
ພາກເໜືອດ້ານຕາເວັນຕົກ ແຂວງຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຢູ່່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ,ພ້ອມມີລົມພັດແຮງ ຢູ່່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 19 ຫາ33 ອົງສາ.

ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຢູ່່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ຢູ່່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60%, ອຸນຫະພູມ ໃນລະຫວ່າງ 23 ຫາ32 ອົງສາ.
ພາກກາງ ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່່ເກືອບທົ່ວໄປ ແລະ ຈະມີຝົນຕົກຕົກໜັກ ຫາ ຕົກໜັກຫຼາຍ, ພ້ອມມີລົມພັດແຮງ ຢູ່່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 85% ຂອງພາກອຸນຫະພູມ ໃນລະຫວ່າງ 21 ຫາ 33 ອົງສາ.

ແຂວງໄຊສົມບູນ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ, ພ້ອມມີລົມພັດແຮງ ຢູ່່ບາງບໍລິເວນຫຼືເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າ ກັບ 50% ຂອງແຂວງ,ອຸນຫະພູມໃນລະຫວ່າງ 17 ຫາ 27 ອົງສາ.
ພາກໃຕ້ ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ຢູ່່ທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງ ຢູ່່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 85%ຂອງພາກ, ອຸນ ຫະພູມໃນລະຫວ່າງ 21 ຫາ33 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 70%, ອຸນຫະພູມໃນລະຫວ່າງ 15 ຫາ 26 ອົງສາ.
Discussion about this post