ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຕົ້ນເຫດ ພາໃຫ້ມີການແຜ່ລະບາດໂຄວິດ ໃນຊຸມຊົນ ຕິດເຊື້ອຈາກຜູ້ໄປຮ່ວມງານສົບ

jon by jon
ເດືອນກັນຍາ 22, 2021
in ທົ່ວໄປ
0
Home ທົ່ວໄປ

ນອກຈາກການຊຸມແຊວແລ້ວ ການເດີນທາງໄປມາຫາສູ່ກັນກໍ່ເປັນຊ່ອງທາງໜຶ່ງທີ່ນຳເອົາເຊື້ອໄປແຜ່ລະບາດຫາກັນ ແລະ ໄລຍະຜ່ານມາສັງເກດເຫັນວ່າ: ກຸ່ມຄົນທີ່ມີການຕິດເຊື້ອ ໂ ຄ ວິ ດ-19 ໄລຍະຂອງການລະບາດໃນຊຸມຊົນຜ່ານມາສ່ວນໜຶ່ງແມ່ນມາຈາກການໄປຮ່ວມງານສົບ ເພາະມີຫຼາຍຄົນໄປຮ່ວມ ແລະ ຫຼາຍຄົນມາຈາກຫຼາຍບ່ອນ.

ເຊິ່ງມັນສະແດງອອກ ໃນໄລຍະຜ່ານມາຍ້ອນໄປຮ່ວມງານສົບ ຈຶ່ງເຮັດໃຫ້ມີການນຳເຊື້ອໄປແຜ່ລະບາດ ຫຼື ຕິດເຊື້ອຈາກຜູ້ໄປຮ່ວມງານສົບແລ້ວນຳເຊື້ອກັບໄປຕິດໃສ່ແຂວງທີ່ຍັງບໍ່ມີການລະບາດເຊັ່ນ: ເຫດການທີ 1 ມີຜູ້ຕິດເຊື້ອຈາກ ເມືອງຕົ້ນເຜີ້ງ ບໍ່ແກ້ວ ມາຮ່ວມງານສົບຢູ່ ເມືອງນານ ແຂວງຫຼວງພະບາງ ກໍ່ມີຄົນຕິດເຊື້ອນຳ ແລະ ຈາກນັ້ນເດີນທາງກັບໄປແວະຢາມພີ່ນ້ອງຢູ່ ຫຼວງນ້ຳທາ ກໍມີການຕິດເຊື້ອນຳອີກ ຈົນເຮັດໃຫ້ມີຜູ້ຕິດເຊື້ອຈຳນວນຫຼາຍຄົນ ຈົນເຖິງຂັ້ນສັ່ງປິດບ້ານ.

ເຫດທີ 2 ມີເຮືອນດີ ຢູ່ນະຄອນປາກເຊ ຈຳປາສັກ ມີຄົນຈາກນະຄອນຫຼວງໄປຮ່ວມງານ ແລ້ວຕິດເຊື້ອຈາກມາຮ່ວມງານຂຶ້ນມາແລ້ວບໍ່ກັບຕົວແລ້ວກໍ່ແຜ່ເຊື້ອຕໍ່ ຢູ່ນະຄອນຫຼວງ ຈົນເຮັດໃຫ້ມີການລັອກດາວໃນປະຈຸບັນ.

ເຫດການທີ 3 ມີເຮືອນດີ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ແມ່ນສອງເອື້ອຍນ້ອງໄປງານສົບດັ່ງກ່າວ ຜູ້ໜຶ່ງໄປຈາກນະຄອນຫຼວງ, ອີກຜູ້ໜຶ່ງໄປຈາກນະຄອນປາກເຊ ເຊິ່ງຕິດເຊື້ອຢູ່ແລ້ວ ໄດ້ນຳເຊື້ອໄປແຜ່ເຊື້ອຢູ່ງານເຮືອນດີ ເຮັດໃຫ້ແຂວງຊຽງຂວາງທີ່ບໍ່ມີການລະບາດໃນຊຸມຊົນມາດົນ ກັບມາມີຜູ້ຕິດເຊື້ອໃນຊຸມຊົນອີກ.

ເຫດການທີ 4 ມີເຮືອນດີ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມີຄົນໄປຮ່ວມຈາກນະຄອນຫຼວງ ມີຄົນຕິດເຊື້ອ 44 ຄົນ ຈາກກໍລະນີເຮືອນດີຖືວ່າເປັນຈຸ້ມໃຫ່ຍ ແລະ ແຜ່ເຊື້ອໄປຫຼາຍແຂວງ.

ຢ່າງໃດກໍ່ຕາມຂໍໃຫ້ທຸກຄົນຈົ່ງຫຼີກລ່ຽງໃນການໄປຮ່ວມງານສົບໃນຊ່ວງນີ້ເດີ ເພາະຕິດມາແລ້ວມັນສົ່ງຜົນກະທົບຫຼາຍຢ່າງ ທັງເສຍເງິນ, ເສຍເວລາ ແລະ ອື່ນໆ, ງານສົບກໍ່ໃຫ້ຄົນ ແລະ ອຳນາດການປົກຄອງ ຢູ່ບ້ານດັ່ງກ່າວເຮັດໄປກ່ອນ ທັງນີ້ກໍ່ເພື່ອຄວາມປອດໄພຂອງສ່ວນລວມ.

ShareTweetShare
Next Post
ໜັກໜ່ວງມື້ນີ້! ຜູ້ຕິດເຊື້ອໂຄວິດ-19 ເຖິງ 694ຄົນ 90%ມາຈາກໂຮງງານຕັດຫຍິບ

ໜັກໜ່ວງມື້ນີ້! ຜູ້ຕິດເຊື້ອໂຄວິດ-19 ເຖິງ 694ຄົນ 90%ມາຈາກໂຮງງານຕັດຫຍິບ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...