ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 7, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຂວງຄຳມ່ວນຫ້າງຫາກະກຽມເຄື່ອງຊ່ວຍເຫລືອປະຊາຊົນໄດ້ຮັບຜົນກະທົບໃນຊ່ວງໄລຍະປິດເມືອງ

jon by jon
ເດືອນກັນຍາ 19, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ດ້ວຍຄວາມເປັນຫວ່ງເປັນໄຍຂອງຄະນະພັກ – ອຳນາດການປົກຄອງແຂວງຄຳມ່ວນທີ່ມີຕໍ່ພໍ່ແມ່ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19. ໂດຍສະເພາະໃນຊ່ວງທີ່ແຂວງຄໍາມ່ວນພວກເຮົາພວມ ປະຕິບັດມາດຕະການຢ່າງເຂັ້ມງວດ ( ປິດເມືອງ ) ເພື່ອຄວບຄຸມປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ຂອງໂຄວິດ-19 ທີ່ຂະຫຍາຍເປັນວົງກວ້າງໃນປະຈຸບັນ. ປະຊາຊົນ, ຊາວຄ້າຂາຍ, ລວມເຖິງພະນັກ ງານຈຳນວນໜຶ່ງທີ່ພົບຄວາມຫຍຸ້ງຍາກ. ໃນຕອນເຊົ້າຂອງວັນທີ 18 ກັນຍາ 2021 ການນຳແຂວງຄຳມ່ວນນຳໂດຍ ທ່ານ ປ.ອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ແລະ ທ່ານ ປ.ອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ທັງເປັນຮອງຫົວໜ້າຄະນະສະເພາະກິດແຂວງ, ມີຄະນະສະເພາະກິດຂອງແຂວງ, ຄະນະສະເພາະກິດຂອງເມືອງ ແລະ ກຳລັງຊາວໜຸ່ມຕະລຸມບອນ ໄດ້ກະກຽມເຂົ້າສານອາຫານແຫ້ງ ເພື່ອລົງຊຸກຍູ້ປະຊາຊົນທີ່ໄດ້ຮັບຜົນກະທົບ.

ທ່ານ ປ.ອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນໄດ້ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນວ່າ : ຂ້າພະເຈົ້າຂໍກ່າວສະບາຍດີຜ່ານທາງສື່ມວນຊົນມາຍັງສັງຄົມທຸກທົ່ວໜ້າ ໃນສະພາບທີ່ປິດເມືອງນີ້ເຊິ່ງການນຳແຂວງກໍ່ບໍ່ໄດ້ນີ້ງນອນໃຈຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍໄດ້ມອບໃຫ້ສະເພາະກິດຂອງແຂວງ, ເມືອງ, ສົມທົບກັບອຳນາດການປົກຄອງບ້ານສັງລວມຄອບຄົວທີ່ໄດ້ຮັບຜົນກະທົບ. ໃນນັ້ນມີຈຳນວນໜຶ່ງທີ່ໄດ້ຮັບຜົນກະທົບໜ້ອຍ ແລະ ຈຳນວນໜຶ່ງແມ່ນໄດ້ຮັບຜົນກະທົບຫລາຍຕໍ່ສະພາບການດັ່ງກ່າວການນຳແຂວງເຫັນໄດ້ເຖິງຄວາມຈຳເປັນ ແລະ ເພື່ອປະຕິບັດນະໂຍບາຍກໍ່ໄດ້ມີການກະກຽມເຄື່ອງຊ່ວຍເຫລືອປະເພດເຂົ້າສານ, ໜີ່ ແລະ ປາກະປອງ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ ເພື່ອເຮັດແນວໃດໃຫ້ເຂົາເຈົ້າມີຂວັນກຳລັງໃຈ ແລະ ສາມາດຜ່ານຜ່າວິກິດນີ້ໄປໄດ້ດ້ວຍດີ.

ທ່ານ ປ.ອ ສົມສະອາດ ອຸ່ນສີດາ ຍັງໄດ້ກ່າວຕື່ມອີກວ່າ : ໂອກາດນີ້ຕາງໜ້າການນຳຂອງແຂວງ ຄຳມ່ວນ ຂໍສະແດງຄວາມຊົມເຊີຍມາຍັງພໍ່ແມ່ປະຊາຊົນທີ່ໄດ້ໃຫ້ຄວາມຮ່ວມມືກັບອຳນາດການປົກຄອງ ແລະ ເຫັນໄດ້ຄວາມສຳຄັນ ເຫັນໄດ້ຄວາມອັນຕະລາຍຂອງພະຍາດນີ້ໂດຍບໍ່ອອກຈາກບ້ານ, ຈາກເຮືອນ ປະຕິບັດມາດຕະການຂອງຂັ້ນເທິງວາງອອກໄດ້ຢ່າງເຂັ້ມງວດ ແລະ ເຄື່ອງທີ່ຈະນຳໄປແຈກຢາຍນີ້ແມ່ນຈະໄດ້ແຈກ ທຸກບ້ານໂດຍສະເພາະຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບໜັກພາຍຫລັງສຳເລັດການຫ້າງຫາກະກຽມ.

ຂອບໃຈແຫຼ່ງຂ່າວຈາກ: ຄໍາມ່ວນ

ShareTweetShare
Next Post
ການລະບາດໂຄວິດໃນໂຮງງານຢູ່ນະຄອນຫຼວງວຽງຈັນຄັ້ງນີ້ເລີ່ມຈາກຊ່າງແປງເຄື່ອງ

ການລະບາດໂຄວິດໃນໂຮງງານຢູ່ນະຄອນຫຼວງວຽງຈັນຄັ້ງນີ້ເລີ່ມຈາກຊ່າງແປງເຄື່ອງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເສົ້າເດ ເຫດລົດໃຫຍ່+ລົດຈັກ ຄົນສົ່ງອາຫານ ເສຍຊີວິດຄາທີ່

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...