ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 3, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໄປໝົດວົງ! ໄວລຸ້ນຕັ້ງວົງຊຸມແຊວຄາຫ້ອງແຖວ

jon by jon
ເດືອນກັນຍາ 15, 2021
in ທົ່ວໄປ
0
Home ທົ່ວໄປ

ໃນເວລາ 00: 45 ໂມງຂອງວັນທີ 11 ກັນຍາ 2021, ເຈົ້າ ໜ້າທີ່ ປກສ ກຸ່ມສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງ ຈັນ ສົມທົບກັບການຈັດຕັ້ງບ້ານ ສາຍນໍ້າເງິນ ອອກກວດກາລາດຕາເວນ ພົບເຫັນຫ້ອງແຖວແຫ່ງໜຶ່ງ ຢູ່ເຂດບ້ານດັ່ງກ່າວ ມີກຸ່ມໄວ້ລຸ້ນ 4 ຄົນ, ຍິງ 3 ຄົນ ຕັ້ງວົງຊຸມແຊວ ດື່ ມ ເ ຫຼົ້ າ – ເ ບ ຍ ທີ່ເປັນການລະເມີດຕໍ່ບັນດາຂໍ້ຫ້າມທີ່ຄະນະສະເພາະກິດຂັ້ນຕ່າງໆວາງອອກ.

ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການອອກກວດລາດຕາເວນຕາມເສັ້ນທາງຮ່ອມ, ທາງປ່ຽວ, ທາງມືດ ແລະ ຈຸດຫຼໍ່ແຫຼມ ໄດ້ພົບເຫັນກຸ່ມໄວລຸ້ນຕັ້ງວົງຊຸມແຊວ ເ ຫຼົ້ າ -ເ ບ ຍ ຢູ່ເຂດບ້ານ ສາຍນໍ້າເງິນ 4 ຄົນ, ຍິງ 3 ຄົນ ເຈົ້າໜ້າທີ່ ຈຶ່ງໄດ້ສຶກສາອົບຮົບກ່າວເຕືອນພວກກ່ຽວໃຫ້ຮັບຮູ້ວ່າການກະທໍາທີ່ເຫັນວ່າມີຄວາມສ່ຽງ ແລະ ລະເມີດຕໍ່ບັນດາແຈ້ງການ ແລະ ຄໍາສັ່ງເລກທີ 015/ຈນວ, ລົງວັນທີ 30 ສິງຫາ 2021 ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ ໃຫ້ຮູ້ອີກວ່າ: ວັນທີ 12 ກັນຍາ 2021, ເວລາ 1:30 ໂມງ ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໄດ້ສົມທົບກັບການຈັດຕັ້ງບ້ານອອກກວດກາລາດຕາເວນອີກໃນຂອບເຂດຄວາມຮັບຜິດຊອບຂອງກຸ່ມ ພົບເຫັນກຸ່ມໄວລຸ້ນ 10 ຄົນ, ຍິງ 5 ຄົນ ຕັ້ງວົງຊຸມແຊວດື່ມ ເ ຫຼົ້ າ – ເ ບ ຍ ຢູ່ເຂດບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທາງເຈົ້າໜ້າທີ່ ຈຶ່ງໄດ້ສຶກສາອົບຮົມພວກກ່ຽວໃຫ້ຢຸດເຊົາ ເພາະພຶດຕິກໍາດັ່ງກ່າວມີຄວາມສ່ຽງໃນການຕິດເຊື້ອໂຄວິດ-19 ແລະ ເປັນການລະເມີດຕໍ່ບັນດາຂໍ້ຫ້າມ, ຄໍາສັ່ງ- ແຈ້ງການ ທີ່ຄະນະສະເພາະກິດວາງອອກ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອໂຄວິດ-19.

ພ້ອມນັ້ນ, ເຈົ້າໜ້າທີ່ຕຳຫຼວດ ຍັງໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນທຸກຊັ້ນຄົນ ຈົ່ງປະຕິບັດຕາມຄຳສັ່ງຢ່າງເຂັ້ມງວດ. ຖ້າຫາກຍັງມີການຕັ້ງກຸ່ມຊຸມແຊວດື່ ມ ເ ຫຼົ້ າ – ເ ບ ຍ ອີກ ຈະຖືກປັບໃໝ ແລະ ປະຕິບັດຕາມຂັ້ນຕອນຂອງກົດໝາຍ.

ShareTweetShare
Next Post
ຊີ້ແຈ້ງ!..ເຫດການເບື່ອງຕົ້ນເມຍນ້ອຍຖືກຈູດທັງເປັນ

ຊີ້ແຈ້ງ!..ເຫດການເບື່ອງຕົ້ນເມຍນ້ອຍຖືກຈູດທັງເປັນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...