ແບບນີກໍ່ມີ ສາວຢາກງາມເຮັດປາກກະຈັບ ເອົາເຜິ້ງຕອດປາກ!!
ເອົາແຕ່ຊິເປັນໄປເນາະຄົນສະໄໝນີ້ ເມື່ອມີຄວາມຢາກ ສິ່ງໃດກໍ່ກ້າເຮັດໄປໝົດ ບໍ່ເວັ້ນແມ້ແຕ່ແນວທີ່ມັນອັນຕະລາຍຕໍ່ຊີວິດຂອງຕົນເອງ ດັ່ງກໍລະນີທີ່ແອັດກໍາລັງນໍາມາເຕືອນເປັນອຸທາຫອນນີ້ ສາວຫວັງຢາກງາມ ບໍ່ຮູ້ວ່າຍ້ອນຄວາມບໍ່ຮູ້ຫຼື ຮູ້ປຕ່ຍອມສ່ຽງເພື່ອຄວາມງາມ ຈັບເຜິ້ງມາດຽດປາກໃຫ້ເປັນປາກກະຈັບສຸດທ້າຍກະຈັບສົມໃຈອີຫຼີສົບພອງຈົນເຫວີ. ຢາກງາມຕ້ອງສຶກສາໃຫ້ດີ(ພາບນີ້ເປັນພຽງພາບປະກອບຂ່າວເທົ່ານັ້ນ)ເລື່ອງທີ່ແອັດກ່າວມາຂ້າງເທິງແມ່ນມາຈາກເຟສບຸກໝໍແລັບແພນດ້າ ໝໍດັງໃນໂລກອອນລາຍຂອງປະເທດໄທທີ່ໄດ້ໂພສເຕືອນ ຫຼັງມີຄລິບສອນເຮັດປາກກະຈັບ ດ້ວຍການເອົາເຜີ້ງມາດຽດປາກ ໂດຍລະບຸວ່າ ຢ່າເຮັດເນື່ອງຈາກເຫຼັກໃນຂອງເຜິ້ງມີພິດ ເປັນພວກໂປຣຕີນ ແລະ ສານອິນຊີຫຼາຍຊະນິດ ດຽດປຸບຈະເຮັດໃຫ້ເຈັບປວດ ເກີດການແພ້ ປວດ, ບວມບໍລິເວນທີ່ຖືກດຽດ, ຖ້າຖືກດຽດຄວນຮີບເອົາເຫຼັກໃນອອກໃຫ້ໄວທີ່ສຸດ ເພາະກ້າມເນື້ອທີ່ຢູ່ຕິດກັບເຫຼັກໃນມັນຈະຍັງບີບຕົວຢູ່ ເຮັດໃຫ້ຂັບຜິດເຂົ້າສູ່ຜິວໜັງຢ່າງຕໍ່ເນື່ອງ. ໝໍແລັບແພນດ້າ ໝໍຊື່ດັງ ຊາວເນັດຮູ້ຈັກກັນດີກັບໝໍທີ່ມີຂອບຕາດໍາຄືແພນດ້າແລະ ທີ່ສໍາຄັນແຕ່ລະຄົນມີອາການບໍ່ຄືກັນ ບາງຄົນອາດຈະແພ້ຮຸນແຮງ...
Read more