ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຊ່ວຍເຫຼືອເດັກນ້ອຍທັງ 4 ພໍ່ແມ່ແຍກທາງກັນປ່ອຍໃຫ້ຢູ່ຕາມລຳພັງ

jon by jon
ເດືອນກັນຍາ 5, 2021
in ທົ່ວໄປ
0
Home ທົ່ວໄປ

ນວັນທີ 1 ກັນຍາ 2021 ນີ້, ທ່ານ ສົມນິດ ໄຊທະວົງສິດ ກໍາມະການພັກເມືອງ ຮອງເຈົ້າເມືອງ(ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ) ແລະທ່ານ ໂພເພັດ ບຸນທອງ ຮອງຫົວໜ້າພະແນກ ແ ຮ ງ ງານ ແລະ ສະຫວັດດີການ-ສັງຄົມແຂວງບໍ່ແກ້ວ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງຂອງແຂວງ-ຂອງເມືອງໄດ້ລົງໄປຢ້ຽມຢາມ ແລະ ຊ່ວຍເຫຼືອເດັກນ້ອຍໃນຄອບຄົວທຸກຍາກ ຢູ່ບ້ານວຽງພັດທະນາ ເມືອງຜາອຸດົມ ແຂວງບໍ່ແກ້ວ. ຕາມການລາຍງານຂອງວິຊາການຫ້ອງການ ແ ຮ ງ ງານ ແລະ ສະຫວັດດີການ-ສັງຄົມເມືອງ ໄດ້ລົງສົມທົບກັບ ອໍານາດການປົກຄອງບ້ານ

ແລະ ພີ່ນ້ອງຂອງເດັກນ້ອຍໃນຄອບຄົວທຸກຍາກ ຈໍານວນ 4 ຄົນດັ່ງກ່າວໃຫ້ຮູ້ວ່າ: ເດັກນ້ອຍ ຈໍານວນ 4 ຄົນ, ຍິງ 1 ຄົນ ຄື: ນາງ ເລົາລີ ອາຍຸ 11 ປີ, ທ້າວ ອົງລີ ອາຍຸ 9 ປີ, ທ້າວ ວືລີ ອາຍຸ 7 ປີ ແລະ ຕູໃຈລີ ອາຍຸ 5 ປີ ເປັນລູກຂອງທ້າວ ກໍ ລີ ແລະ ນາງ ໄມ ວາ, ປະຈຸບັນຢູ່ບ້ານ ວຽງພັດທະນາ ເມືອງຜາອຸດົົມ ເຊິ່ງດ້ວຍຄວາມຈໍາເປັນຂອງສະພາບຄອບຄົວ ທັງສອງຜົວ-ເມຍ ຜູ້ເປັນພໍ່ ແລະ ແມ່ຂອງເດັກນ້ອຍທັງ 4 ຄົນ ໄດ້ແຍກທາງກັນຢູ່ ແລະ ພໍ່ໄດ້ໄປຊອກວຽກເຮັດ-ງານທໍາ ຢູ່ນະຄອນຫຼວງວຽງຈັນ ໄດ້ 6 ເດືອນກວ່າ

ໂດຍໄດ້ຝາກລູກ ໃຫ້ພໍ່ປູ່-ແມ່ຍ່າ ເປັນຜູ້ເບິ່ງແຍງດູແລ ແລະ ຜູ້ກ່ຽວກໍ່ໄດ້ຝາກເງິນມາໃຫ້ລູກເປັນປົກກະຕິໃນແຕ່ລະເດືອນ. ທ່ານ ສົມນິດ ໄຊທະວົງສິດ ຮອງເຈົ້າເມືອງ(ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ) ໄດ້ມີຄໍາເຫັນໂອ້ລົມ ຕໍ່ພໍ່ປູ່-ແມ່ຍ່າ ຂອງເດັກນ້ອຍ 4 ຄົນ ແລະ ອົງການຈັດຕັ້ງບ້ານວ່າ: ຕໍ່ບັນຫາດັ່ງກ່າວ ທາງຫ້ອງການກ່ຽວຂ້ອງ ກໍ່ຄື ຄະນະພັກຂັ້ນເທິງ ກໍ່ບໍ່ໄດ້ປ່ອຍປະລະເລີຍ ເຊິ່ງຍາມໃດພັກ-ລັດ ກໍ່ມີຄວາມເປັນຫວ່ງເປັນໃຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ຢ່າງສະເໝີຕົ້ນ ສະເໝີປາຍ ໃນນີ້, ທາງຄະນະພັກຂັ້ນເທິງ ໄດ້ຊີ້ນໍາຫ້ອງການກ່ຽວຂ້ອງ ລົງຕິດຕາມເກັບກໍາຂໍ້ຄອບຄົວທຸກຍາກ ຕາມລະບຽບ ຫຼັກການ ຢ່າງເປັນປົກກະຕິ.

ເຊິ່ງຄອບຄົວຂອງເດັກນ້ອຍດັ່ງກ່າວ ໄລຍະຜ່ານມາ ກໍ່ເປັນຄອບຄົວທຸກຍາກ ທີ່ຢູ່ໃນຖານຂໍ້ມູນຄອບຄົວທຸກຍາກຂອງເມືອງ ແລະ ໄດ້ຮັບການຊ່ວຍເຫຼືອເບິ່ງແຍງ ຈາກພາກສ່ວນທີ່ກ່ຽວຂ້ອງ ຕາມລະບຽບການ ພ້ອມນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ ພໍ່ປູ່ແມ່ຍ່າ ຫຼື ພີ່ນ້ອງຂອງເດັກນ້ອຍ ແລະ ຄະນະພັກຮາກຖານ, ອໍານາດການປົກຄອງບ້ານ ຈົ່ງສືບຕໍ່ເບິ່ງແຍງ-ດູແລ ເຂົາເຈົ້າໃຫ້ມີຄວາມອົບອຸ່ນ ຖືກຕ້ອງຕາມຮິດຄອງປະເພນີ ທີ່ເຄີຍປະຕິບັດກັນມາ ຖ້າມີບັນຫາ ຫຼື ຂາດເຂີນສິ່ງຈໍາເປັນແນວໃດ ໃຫ້ສະເໜີຫາຫ້ອງການທີ່ກ່ຽວຂ້ອງ ເພື່ອຊ່ວຍເຫຼືອຕາມເງື່ອນໄຂ ແລະ ລະບຽບ ຫຼັກການຂອງຂະແໜງການທີ່ກ່ຽວຂ້ອງ.

ໂອກາດ ລົງຢ້ຽມຢາມ ແລະ ຊ່ວຍເຫຼືອເດັກນ້ອຍໃນຄັ້ງນີ້ ທ່ານ ສົມນິດໄຊທະວົງສິດ ຮອງເຈົ້າເມືອງ(ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ) ຕາງໜ້າໃຫ້ການນໍາຂອງແຂວງ-ຂອງເມືອງ ແລະຫ້ອງການທີ່ກ່ຽວຂ້ອງໄດ້ນໍາເອົາເຄື່ອງຊ່ວຍເຫຼືອປະ ເ ພ ດ ເຄື່ອງນຸ່ງຮົ່ມ ແລະ ອາຫານແຫ້ງ ລວມມູນຄ່າ 1.000.000 ກວ່າກີບ. ມອບໃຫ້ເດັກນ້ອຍທັງ 4 ຄົນ ເພື່ອເປັນຂວັນກໍາລັງໃຈ ແລະ ບັນເທົາຄວາມທຸກຈົນ ໂດຍມີຄະນະພັກຮາກຖານ, ອໍານາດການປົກຄອງບ້ານ ແລະ ພີ່ນ້ອງຂອງ ເດັກນ້ອຍ ທັງ 4 ຄົນ ເຂົ້າຮ່ວມເປັນສັກຂີພີຍານ.

ShareTweetShare
Next Post
ປິດໂຮງຮຽນອະນຸບານທັນທີຜູ້ປົກຄອງອະນຸບາດກວດພົບເຊື້ອໂຄວິດ

ປິດໂຮງຮຽນອະນຸບານທັນທີຜູ້ປົກຄອງອະນຸບາດກວດພົບເຊື້ອໂຄວິດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...