
ສະຖານະການໃຈບໍ່ດີຂຶ້ນນັບມື້ ກ່ຽວກັບຜູ້ຕິດເຊື້ອໂຄວິດ 19 ທັງກໍລະນີນຳເຂົ້າ ແລະ ໃນ ຊຸມຊົນ ທີ່ເພ່ມຂຶ້ນ ແລະ ໜ້າເປັນຫ່ວງຫຼາຍ
ຫຼ້າສຸດ ເຈົ້າເມືອງປະທຸມພອນ ອອກຄໍາສັ່ງເພີ່ມເຕີມ ສະບັບເລກທີ 13 / ຈມ.ປພ ,ລົງວັນທີ 03 ກັນຍາ 2021 ລ໋ອກດາວ 68 ບ້ານທົ່ວເມືອງ

ນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງ ປະທຸມພອນຂອງພວກເຮົາເກີດມີການຕິດເຊື້ອໃນຊຸມ, ຊົນເພີ່ມຂຶ້ນຢູ່ຫຼາຍບ່ອນ ເຊິ່ງເປັນແພດ-ຫມໍ ແລະ ເຈົ້າຫນ້າທີ່ປະຈໍາຢູ່ສູນກັກກັນເປັນສ່ວນໃຫ່ຍ
ປະຈຸບັນມີບ້ານທີ່ໄດ້ກໍານົດ ເປັນບ້ານສີແດງ ຈໍານວນ 2 ບ້ານ: ບ້ານນາກອກ ແລະ ບ້ານຫຼັກ 40, ບ້ານສີເຫຼືອງ ຈໍານວນ 6 ບ້ານຄື: ບ້ານກ້ຽດໂງ້ງ, ບ້ານ ປະທຸມພອນ, ບ້ານ ອຸດົມພັນ, ບ້ານ ຝຸ່ນ, ບ້ານ ໂຕະໂຫມະທ່າ ແລະ ບ້ານນາລານ ເຊິ່ງເປັນບ້ານທີ່ຕ້ອງໄດ້ປະຕິບັດ ມາດຕະການ ລ່ອກດາວຢ່າງເຂັ້ມງວດ; ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດໂດວິດ-19 ສາມາດແຜ່ເຊື້ອໄປສູ່ທ້ອງຖິ່ນອື່ນ.
ເຈົ້າເມືອງປະທຸມພອນ ອອກຄໍາສັ່ງເພີ່ມເຕີມ
1 ມອບໃຫ້ເລຂາຄະນະພັກຮາກຖານ 9 ກຸ່ມບ້ານ ແລະ ນາຍບ້ານ 88 ບ້ານ ປະຕິບັດມາດຕະການ Lock down ເປັນເວລາ 14 ວັນ, ປີດການເຂົ້າ-ອອກບ້ານໃນທົ່ວເມືອງ ເລີ່ມແຕ່ເວລາ 21:00 ໂມງ ຂອງວັນທີ 04 ຫາ 06:00 ໂມງເຊົ້າ ຂອງວັນທີ 17/09/2011, ຍົກເວັ້ນການສັນຈອນຕາມເສັ້ນທາງຫຼວງເລກທີ 13 ໃຕ້ ແລະ ຜູ້ທີ່ໄດ້ຮັບອະນຸຍາດຢ່າງເປັນທາງ ການຈາກອໍານາດການປົກ ຄອງບ້ານ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ,[“]

ສ່ວນບ້ານທີ່ໄດ້ລ່ອກດາວກ່ອນຫນ້ານີ້ແມ່ນໃຫ້ສືບຕໍ່ ປະຕິບັດຕາມດໍາສັ່ງເລກທີ 11/ຈມ.ປພ, ລົງວັນທີ 01/03/2001 ແລະ ແຈ້ງການເລກທີ 17/ຈມ.ປພ, ລົງວັນທີ 30/08/2021,
2 ມອບໃຫ້ກອງບັນຊາການທະຫານເມືອງ ແລະ ກອງບັນຊາການ ປກສ ເມືອງ ຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງ 2 ຈຸດຄື: ຈຸດຫຼັກ 16 ແລະ ຈູດທາງເຂົ້າບ້ານບຸ່ນ, ຫ້າມບໍ່ໃຫ້ຄົນເມືອງປະທຸມພອນ ເດິນທາງອອກໄປເມືອງອື່ນ ແລະ ຫ້າມ ຄົນເມືອງອື່ນເດີນທາງເຂົ້າເມືອງປະທຸມພອນ (ຍົກເວັ້ນກໍລະນີຈໍາເປັນ) ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ,
ສໍາລັບຜູ້ທີ່ສັນຈອນຕາມເສັ້ນຫຼວງແມ່ນອະນຸຍາດຜ່ານ ແຕ່ຫ້າມຢຸດແວ່ເຂົ້າບ້ານໃນຂອບເຂດ ທົ່ວເມືອງປະທຸມພອນ; ພ້ອມດຽວກັນນັ້ນ ກໍ່ໃຫ້ສົມທົບກັບຄະນະພັກຮາກຖານກຸ່ມບ້ານ ລົງເຄື່ອນໄຫວຊີ້ນໍາ, ຕິດຕາມ, ກວດກາ ແລະ ຊຸກຍູ້ ການຕັ້ງຈຸດກວດກາຂອງອໍານາດການປົກຄອງບ້ານ ຕາມທາງເຂົ້າ-ອອກບ້ານໃນທົ່ວເມືອງ

3 ໃຫ້ສືບຕໍ່ປີດຮ້ານກິນດື່ມ-ບັນເທີງ, ຮ້ານຂາຍເຄື່ອງດື່ມທີ່ມີທາດເຫລົ້າ, ຮ້ານອາຫານ, ຮ້ານຂາຍເຝີ, ຮ້ານ ຂາຍຍ່ອຍ, ຮ້ານດາຣາໂອເກະ, ຮ້ານນວດ, ຮ້ານເກມອອນລາຍທຸກປະເພດ, ຮ້ານອິນເຕີເນັດ, ຮ້ານສະຫນຸກເກີ້, ສັງວຽນ ໄກ່ຕີ, ຮ້ານສະຫນຸກເກີ, ຮ້ານເກມ, ຮ້ານຕັດຜົມ ແລະ ຮ້ານເສີມສວຍ ໃນຂອບເຂດທົ່ວເມືອງປະທຸມພອນ
4 ມອບໃຫ້ເຈົ້າຫນ້າທີ່ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມກວດກາສະພາບການເຫນັງຕີງ ຂອງລາຄາສິນຄ້າຕາມທ້ອງຕະຫຼາດ ເປັນຕົ້ນ: ອຸປະກອນທາງການແພດ ຜ້າປິດປາກ-ດັງ, ນ້ໍາຢາລ້າງມື, ຢາປົວພະຍາດ, ແລະ ສິນຄ້າທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຖ້າພົບເຫັນການລະເມີດ ສວຍໂອກາດຂຶ້ນລາຄາສິນຄ້າ, ກັກຕູນ ສິນຄ້າ ຕ້ອງດໍາເນີນມາດຕະການຕາມລະບຽບກົດຫມາຍຢ່າງເຂັ້ມງວດ.

Discussion about this post