ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 2, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໃນແຕ່ລະປີ ສປປ ລາວ ມີຜູ້ຕິດເຊື້ອໂລກເອດສ ພັນກວ່າຄົນ

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 27, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ນະຄອນຫຼວງວຽງຈັນ: ໂອກາດກ່າວຄໍາເຫັນຕໍ່ກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອສ ປະຈໍາປີ 2020 ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດຕ້ານເອສ ກ່າວບາງຕອນວ່າ: ໃນທ່າມກາງບັນຍາກາດທີ່ພວກເຮົາໄດ້ພ້ອມກັນຕໍ່ສູ້, ຄວບຄຸມພະຍາດໂຄວິດ-19 ແລະ ສາມາດສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດໃນ ສປປ ລາວ ຂອງພວກເຮົາໄວ້ໄດ້ ນັ້ນແມ່ນໄຊຊະນະອັນຍິ່ງໃຫຍ່ຂອງພວກເຮົາ ແລະ ກໍ່ແມ່ນຜົນສຳເລັດຂອງພວກເຮົາໝົດທຸກຄົນ.

ຄຽງຄູ່ກັບການຕໍ່ສູ້, ຄວບຄຸມພະຍາດໂຄວິດ-19 ພວກເຮົາກໍ່ຍັງສູ້ຊົນ ບັນລຸໃຫ້ໄດ້ເປົ້າໝາຍແບບເລັ່ງລັດ (Fast-Tract) ຂອງອົງການສະຫະປະຊາຊາດຕ້ານເອດ (UNAIDS) ຄື: ພາຍໃນປີ 2020 ຈະຕ້ອງບັນລຸເປົ້າໝາຍໃໝ່ໃນການປິ່ນປົວໃຫ້ໄດ້ 90-90-90, ພາຍໃນປີ 2025 ບັນລຸໃຫ້ໄດ້ 95-95-95 ແລະ ຢຸດຕິການແຜ່ລະບາດຂອງເຊື້ອເຮສໄອວີ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ໃນປີ 2030 ກໍແມ່ນຄວາມຮັບຜິດຊອບຂອງພວກເຮົາ ຊື່ງມີຄວາມທ້າທາຍຫຼາຍທີ່ຈະບັນລຸ.

ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ ປະຈຸບັນອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນ ກໍ່ສະໜັບສະໜູນງົບປະມານ ນັບມື້ນັບໜ້ອຍລົງ. ປະເທດຂອງພວກເຮົາປະສົບຂໍ້ຫຍຸ້ງຍາກຫຼາຍດ້ານ ແລະ ມີບັນຫາທາງດ້ານງົບປະມານ, ດ້ານການຕອບໂຕ້ຕໍ່ເຊື້ອເຮສໄອວີ ພະຍາດເອດ ກໍຍັງມີຫຼາຍສິ່ງທ້າທາຍຄື: ແຮງງານເຄື່ອນຍ້າຍກໍມີຫຼາຍ ເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ, ແຕ່ລະປີ ຍັງມີຜູ້ຕິດເຊື້ອຫຼາຍກວ່າ 1.000 ຄົນ, ຜູ້ຊາຍມີເພດສຳພັນກັບຊາຍ ຍັງຕິດເຊື້ອສູງ, ການສົ່ງເຊື້ອຈາກແມ່ຫາລູກມີທ່າອ່ຽງສູງຂຶ້ນ, ນ້ຳຢາກວດເລືອດຊອກຫາການຕິດເຊື້ອເຮສໄອວີບໍ່ພຽງພໍ, ຜູ້ຕິດເຊື້ອເຮສໄອວີ ແລະ ຜູ້ເປັນພະຍາດເອດຍັງຂາດການຕິດຕາມ ແລະ ການກິນຢາກໍຍັງບໍ່ຕໍ່ເນື່ອງ ແລະ ເປັນປົກກະຕິ ຍ້ອນມີຂໍ້ຫຍຸ້ງຍາກດ້ານສະພາບພະຍາດໂຄວິດ ແລະ ຂາດງົບປະມານມາຮັບການບໍລິການ ກວດສຸຂະພາບ ແລະ ມາຮັບຢາ ເຊິ່ງແຕ່ລະປີມີຜູ້ທີ່ຕ້ອງການປິ່ນປົວດ້ວຍຢາ ARV ຫຼາຍກວ່າ 7.000 ຄົນ.

ດັ່ງນັ້ນ, ໃນມື້ນີ້ ພວກເຮົາຈື່ງໄດ້ຈັດກອງປະຊຸມນີ້ຂຶ້ນມາເພື່ອເປັນການລາຍງານ, ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ພ້ອມກັນຊີ້ນຳ ນຳພາຊອກທຸກວິທີການແກ້ໄຂບັນຫາ, ວາງຍຸດທະສາດ, ມາດຕະການ ແລະ ວາງແຜນ ການເຄື່ອນໄຫວໃນຕໍ່ໜ້າ. ພ້ອມດຽວກັນນັ້ນ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າຊີ້ນຳ ນຳພາຜ່ານແຜນຍຸດທະສາດແຫ່ງຊາດຕ້ານເອດ 10 ປີ (2021-2030) ແລະ ແຜນງານ 5 ປີ (2021-2025).

ເຖິງແນວນັ້ນກໍຕາມ ພວກເຮົາຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງໄດ້ສູ້ຊົນຜ່ານຜ່າ ຈະຕ້ອງໄດ້ເພີ່ມທະວີການຊີ້ນຳ ນຳພາ, ການປະສານງານ, ການເຊື່ອມສານວຽກງານຕ້ານເອດ ເຂົ້າໃນແຜນການ ເຄື່ອນໄຫວຂອງຕົນ, ໃນສະພາວະຄວາມຫຍຸ້ງຍາກດ້ານງົບປະມານ ແລະ ໄລຍະໃດກໍຕາມ ຂໍໃຫ້ຖືວຽກງານຕ້ານເອດແມ່ນຂອງພວກເຮົາໝົດທຸກຄົນ ບໍ່ແມ່ນວຽກຂອງໂຄງການ ແລະ ບໍ່ແມ່ນວຽກຂອງຜູ້ໃດຜູ້ໜຶ່ງ, ຂໍໃຫ້ທ່ານຊີ້ນຳ ນຳພາບໍ່ໃຫ້ມີການຈຳແນກ ແລະ ບໍ່ລັງກຽດຜູ້ຕິດເຊື້ອຜູ້ທີ່ເປັນພະຍາດເອດ ແລະ ພ້ອມກັນຕອບໂຕ້ຢ່າງເອົາຈິງເອົາຈັງ ບໍ່ດັ່ງນັ້ນ ພວກເຮົາຈະພົບຂໍ້ຫຍຸ້ງຍາກໃນອະນາຄົດ.

ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈທີ່ໄລຍະຜ່ານມາບັນດາທ່ານ ຄະນະກຳມະການແຫ່ງຊາດຕ້ານເອດ ໄດ້ຊີ້ນຳ ນຳພາໃນການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ ແລະ ພະຍາດເອດ ແລະ ຂໍຮຽກຮ້ອງມາຍັງທ່ານຈົ່ງອອກແຮງ ແລະ ເພີ່ມທະວີການຊີ້ນຳ ນຳພາເຂົ້າໃນວຽກງານດັ່ງກ່າວນີ້ຕື່ມອີກ. ຂໍຮຽກຮ້ອງໃຫ້ທ່ານຈົ່ງຊ່ວຍປະກອບຄຳຄິດຄຳເຫັນ ສະເໜີແນະ ວິທີການ, ມາດຕະການເຂົ້າໃນຮ່າງແຜນຍຸດທະສາດ ແລະ ແຜນງານແຫ່ງຊາດໃນການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດ 10 ປີ (2021-2030) ແລະ ແຜນງານ 5 ປີ (2021-2025) ໃຫ້ເປັນອັນສົມບູນ ເພື່ອຈະໄດ້ເຜີຍແຜ່ ແລະ ເປັນບ່ອນອີງເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອສ ປະຈໍາປີ 2020 ຈັດຂຶ້ນໃນຕອນເຊົ້າ ວັນທີ 27 ສິງຫາ 2020 ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ.

ພາຍໃຕ້ການເປັນປະທານຂອງທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດຕ້ານເອສ ພ້ອມດ້ວຍຄະນະກໍາມະການແຫ່ງຊາດຕ້ານເອສ ເຂົ້າຮ່ວມ 50 ກວ່າທ່ານ.

Share1063TweetShare
Next Post
​ເສົ້າ​ໄປ​ອີກ! ອ້ອຍ ການ​ຈະ​ນາ ອາ​ດີດ​ນາງ​ເອກ​ດັງປະເທດເພື່ອນບ້ານ ເສຍຊີວິດກະທັນຫັນ

​ເສົ້າ​ໄປ​ອີກ! ອ້ອຍ ການ​ຈະ​ນາ ອາ​ດີດ​ນາງ​ເອກ​ດັງປະເທດເພື່ອນບ້ານ ເສຍຊີວິດກະທັນຫັນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ຮ່ວມສົ່ງແຮງໃຈ ໃຫ້ອ້າຍນ້ອງທະຫານ ລາວທີມລົດຖັງ ໃນການແຂ່ງຂັນ Army Games International 2020 ທີ່ປະເທດລັດເຊຍ

    937 shares
    Share 937 Tweet 0
  • ສະບາຍດີທຸກຄົນແຊຊ່ວຍກັນແດ່!……..ຢ່າຟ້າວພາ ກັ ນ ເລື່ອ ຜ່ ານ ເດີ້ທຸກຄົນ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...