ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 7, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຣັດເຊຍ ສືບຕໍ່ໃຫ້ການສະໜັບສະໜູນວຽກງານຕ້າ ນໂ ຄວິ ດແກ່ກຸ່ມປະເທດອາຊຽນ

Staff by Staff
ເດືອນກໍລະກົດ 7, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ໃນວັນທີ 6 ກໍລະກົດ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ສະໄໝພິເສດ ແບບທາງໄກພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ຣັດເຊຍ ແລະ ທ່ານ ນາງ RetnoMarsudi, ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ.

ກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນ ແລະ ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນປະຕິບັດງານການຮ່ວມມືອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ, ເຊິ່ງກວມເອົາທັງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດເຊັ່ນ:

ຂະແໜງການສາທາລະນະສຸກ ໂດຍສະເພາະ ການຄວບຄຸມ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ການຮ່ວມມືເພື່ອຄົ້ນຄວ້າ ແລະ ພັດທະນາ (R&D) ແລະ ຜະລິດຢາປົວພະຍາດ ກໍຄືວັກຊີນຕ້ານໂຄວິດ-19 ແລະ ການຟື້ນຟູເສດຖະກິດຮອບດ້ານຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ສິ້ນສຸດລົງ.

ພ້ອມນີ້, ໄດ້ຊຸກຍູ້ໃຫ້ຣັດເຊຍ ພິຈາລະນາ ສະໜັບສະໜູນ ບັນດາໂຄງການທີ່ອາຊຽນເປັນຜູ້ລິເລີ່ມ ເພື່ອຮັບມື ແລະແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ເຊັ່ນ: ການຊ່ວຍເຫຼືອຄັງແຮສຸກເສີນຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ, ໃຫ້ການສະໜັບສະໜູນການຈັດຕັ້ງປະຕິດບັດແຜນຟື້ນຟູເສດຖະກິດຮອບດ້ານອາຊຽນຫຼັງໂຄວິດ-19 ແລະ ການຮວມມືຜ່ານຊ່ອງທາງເດີນທາງພິເສດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ ລະຫວ່າງ ປະຊາຊົນ ຂອງ ສອງພາກພື້ນ.

ສໍາລັບ ສປປ ລາວ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ກອງປະຊຸມ ພິຈາລະນາ ຮັດແໜ້ນການຮ່ວມມື ໃນບາງຂົງເຂດບູລິມະສິດການຮ່ວມມື ອາຊຽນ-ຣັດເຊຍ ໃນໄລຍະຕໍ່ໜ້າ ເຊັ່ນ:

ການຄຸ້ມຄອງໄພພິບັດ, ການຮ່ວມມືດ້ານຄວາມໝັ້ນຄົງທາງໄອຊີທີ, ການສຶກສາ, ການແລກປ່ຽນ ລະຫວ່າງ ຊາວໜຸ່ມ ແລະ ຂົງເຂດການຮ່ວມມືອື່ນໆ ທີ່ອາຊຽນ ແລະຣັດເຊຍ ມີທ່າແຮງຮ່ວມກັນ. ໃນໂອກາດນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະແມ່ນ ການຂະຫຍາຍໂຄງສ້າງພາກພື້ນ ໃນອາຊີ-ປາຊີຟິກ.

ຕອນທ້າຍ, ກອງປະຊຸມຍັງໄດ້ປຶກສາຫາລືການກະກຽມດ້ານເນື້ອໃນ ແລະພິທີການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຣັດເຊຍ(PMC) ໃນຕົ້ນເດືອນສິງຫາ 2021 ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຣັດເຊຍ ຄັ້ງທີ 4 ທີ່ຈະຈັດຂຶ້ນ ໃນເດືອນ ຕຸລາ 2021.

ShareTweetShare
Next Post
ສປປ ລາວ ສົ່ງອອກ ແຮ່ທອງເຂັ້ມຂຸ້ນ ໄລຍະ 6 ເດືອນຕົ້ນ ປີ 2021 ມີມູນຄ່າລວມ 216 ລ້ານໂດລາສະຫະລັດ.

ສປປ ລາວ ສົ່ງອອກ ແຮ່ທອງເຂັ້ມຂຸ້ນ ໄລຍະ 6 ເດືອນຕົ້ນ ປີ 2021 ມີມູນຄ່າລວມ 216 ລ້ານໂດລາສະຫະລັດ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເສົ້າເດ ເຫດລົດໃຫຍ່+ລົດຈັກ ຄົນສົ່ງອາຫານ ເສຍຊີວິດຄາທີ່

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...