ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນທັນວາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໜຸ່ມສະຫະລັດ ພົບຈົດໝາຍໃນຂວດແກ້ວ ທີ່ສົ່ງຈາກທະຫານຣັດເຊຍ ເມື່ອ 50 ປີກ່ອນ

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 27, 2020
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ຊາຍໜຸ່ມໃນລັດອະລາສກາ ໄດ້ຄົ້ນພົບຈົດໝາຍໃນຂວດແກ້ວລອຍມາຕິດແຄມຝັ່ງທະເລ ເມື່ອເປີດອອກມາເບິ່ງພົບວ່າ ເປັນເຈ້ຍຂຽນຂໍ້ຄວາມພາສາຣັດເຊຍໃນສະໄໝສົງຄາມເຢັນ ເມື່ອປະມານ 50 ປີກ່ອນ ໂດຍເຊື່ອວ່າໜ້າຈະເປັນຈົດໝາຍຈາກທະຫານຣັດເຊຍໃນສະໄໝນັ້ນ

ເທເລີ ກັບລູກຂອງລາວໄດ້ຄົ້ນພົບສິ່ງລໍ້າຄ່າ ຫຼັງຈາກທີ່ພວກເຂົາຍ່າງຫຼິ້ນຢູ່ໃນເມືອງຊິຊມາເຣຟ ທາງພາກຕາເວັນຕົກສ່ຽງເໜືອຂອງລັດ ບໍລິເວນຊ່ອງແຄບເບຣິງ ເມື່ອວັນທີ 5 ສິງຫາທີ່ຜ່ານມາ ລາວໄດ້ພົບກັບຂວດແກ້ວທີ່ລອຍມາແຄມຝັ່ງ ໂດຍພົບວ່າຂວດແກ້ວດັ່ງກ່າວມີການປິດຝາເອົາໄວ້ຢ່າງແຈບດີ. ເມື່ອນຳຂຶ້ນມາກວດສອບກໍພົບວ່າພາຍໃນມີແຜ່ນເຈ້ຍບັນຈຸຢູ່.

ລາວບອກວ່າ ລູກໆຂອງລາວຮູ້ສຶກຕື່ນເຕັ້ນກັບການຄົ້ນພົບຄັ້ງນີ້ຫຼາຍ ເພາະພວກເຂົາເຄີຍເຫັນແຕ່ໃນກາຕູນຈຳພວກຈົດໝາຍຂອງໂຈນສະຫຼັດ ຫຼື ແຜນທີ່ສົມບັດ ແຕ່ເມື່ອສ່ອງເບິ່ງໃກ້ໆພົບວ່າເຈ້ຍທີ່ບັນຈຸຢູ່ດ້ານໃນນັ້ນເປັນພາສາຣັດເຊຍ ກ່ອນທີ່ລາວຈະໂພສລົງເຟສບຸກປະກາດຫາໝູ່ເພື່ອນມາຊ່ວຍແປຈົດໝາຍພາສາຣັດເຊຍສະບັບນີ້.

ຂໍ້ຄວາມຂອງລາວຖືກສົ່ງຕໍ່ອອກໄປເປັນວົງກວ້າງ ຈົນມີຜູ້ທີ່ຮູ້ພາສາຣັດເຊຍນຳມາຊ່ວຍແປ ກ່ອນຈະພົບວ່າເປັນຈົດໝາຍຂອງທະຫານຣັດເຊຍທີ່ຂຽນໄວ້ເມື່ອປີ 1969 ຫຼື ເມື່ອ 50 ປີກ່ອນ ໂດຍແປຂໍ້ຄວາມດັ່ງກ່າວວ່າ:
“ຂໍສະແດງຄວາມນັບຖືຈາກໃຈ! ຈາກເຮືອຮົບຣັດເຊຍຕາເວັນອອກໄກ VRXF Sulak. ຂ້ອຍຮູ້ສຶກດີໃຈ ບໍ່ວ່າໃຜຈະເກັບແກ້ວນີ້ໄດ້ ແລະ ພົບຂໍ້ຄວາມນີ້, ຂໍໃຫ້ທ່ານຊ່ວຍສົ່ງຂ່າວໄປຫາ Vladivostok-43 BRXF Sulak ເຖິງຂ່າວຄາວຂອງລູກເຮືອທຸກຄົນ. ພວກເຮົາຂໍອວຍພອນໃຫ້ທ່ານມີສຸຂະພາບແຂງແຮງ ອາຍຸໝັ້ນຂວັນຍືນ ລວມທັງຂໍໃຫ້ມີຄວາມສຸກໃນການລ່ອງເຮືອ. ລົງວັນທີ 20 ມິຖຸນາ 1969”.

ໃນເວລາຕໍ່ມາ ສື່ທ້ອງຖິ່ນຂອງຣັດເຊຍກໍໄດ້ລາຍງານການຄົ້ນພົບຈົດໝາຍພາສາຣັດເຊຍໃນຄັ້ງນີ້. ປາກົດວ່າ ກັບຕັນບັອດຊາເນນກາ ອະດີດທະຫານເຮືອໄດ້ອອກມາເປີດເຜີຍວ່າ ຂໍ້ຄວາມໃນຈົດໝາຍສະບັບນີ້ອາດຈະເປັນລາຍມືຂອງລາວທີ່ຂຽນໄວ້ໃນໄລຍະສົງຄາມ ເຊິ່ງລາວເອງກໍຍັງບໍ່ແນ່ໃຈ ແຕ່ໃນສະໄໝນັ້ນລາວໄດ້ຂຽນຈົດໝາຍລາຍງານເຊັ່ນນີ້ເປັນປະຈຳ.

Share192TweetShare
Next Post
ສຸດແປກ ພົບແຂ້ວ 526 ເຫຼັ້ມ ໃນປາກຂອງເດັກນ້ອຍອິນເດຍ ອາຍຸ 7 ປີ

ສຸດແປກ ພົບແຂ້ວ 526 ເຫຼັ້ມ ໃນປາກຂອງເດັກນ້ອຍອິນເດຍ ອາຍຸ 7 ປີ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສູດ ຮັກສາພະຍາດ ຄໍໜຽງກິນເລືອດ ໃຫ້ເຊົາໄດ້ ພາຍໃນ 3-4 ເດືອນ ພຽງດື່ມນຳ້ຢານາງທຸກວັນ ກໍ່ຫາຍຂາດ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຫັນດີນຳເດີ້…! ອີງຕາມຂໍ້ຕົກລົງ ເລກທີ 581 ສັ່ງຮື້ຖອນ ສິ່ງປຸກສ້າງອອກຈາກທາງນໍ້າຊອງ ເພື່ອຄວາມເປັນລະບຽບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...