ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 6, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ມັກກະເສດຕ້ອງຮູ້ ເຕັກນິກ ການຂະຫຍາຍພັນ ແລະການປູກ ” ກ້ວຍ ” ຢ່າງຖືກຕ້ອງ

Staff by Staff
ເດືອນກໍລະກົດ 4, 2021
in ທົ່ວໄປ
0
Home ທົ່ວໄປ

ວິທີແລະຂັ້ນຕອນ ການຂະຫຍາຍພັນແລະການປູກ ” ກ້ວຍ ” ຢ່າງຖືກຕ້ອງ.

+ ອຸປະກອນ ແລະ ຂັ້ນຕອນມີດັ່ງນີ້:– ໜໍ່ກ້ວຍອາຍຸປະມານ 3 ເດືອນ– ມີດ, ສຽມ– ຖົງດຳຂະໜາດ 4 × 8– ຊາມ– ຂີ້ເຖົ້າ, ແກບ– ຢ່າຂ້າເຊື້ອຣາ.

+ ຂັ້ນຕອນການເຮັດ– ນຳໜໍ່ກ້ວຍອາຍຸປະມານ 3 ເດືອນ ຂຶ້ນໄປທີ່ຍັງບໍ່ອອກເຄືອມາຕັດລຳຕົ້ນ, ຕັດຮາກ ແລະ ຕົກແຕ່ງເຫງົາໃຫ້ງາມ

– ຈາກນັ້ນແບ່ງເຫງົາເປັນ 2 ສ່ວນ ແລະ ນຳແຕ່ລະສ່ວນມາແບ່ງເປັນ 3-4 ອັນ ແລະ ແຕ່ຂະໜາດຂອງໜໍ່ກ້ວຍ ຂະໜາດອັນລະ 2 ນີ້ວ– ຕົກແຕ່ງແຕ່ລະອັນໃຫ້ງາມແລະ ນຳໄປແຊ່ໃນນໍ້າຢາຂ້າເຊື້ອຣາປະມານ 5 ນາທີ.

– ນຳຖົງດຳຂະໜາດ 4 × 8 ມາໃສ່ຂີ້ເຖົ້າ, ແກບໃຫ້ໄດ້ 1/2 ຂອງຖົງທີ່ກຽມໄວ້ ຈາກນັ້ນນຳກ້ວຍທີ່ແຊ່ນໍ້າຢາຂ້າເຊື້ອຣາແລ້ວໃສ່ລົງໃນຖົງດຳ ໂດຍໃຫ້ສ່ວນເທິງລົງລຸ່ມປົກດວຍຂີ້ເຖົ້າແກບອີກເທື່ອໜຶ່ງ.

– ຫົດນໍ້າຕອນເຊົ້າເປັນເວລາ 45 ວັນ– ພຽງເທົ່ານີກໍ່ຈະໄດ້ຕົ້ນພັນກ້ວຍທີ່ແຂງແຮງປະມານ 4-12 ຕົ້ນ ໃຫ້ໄດ້ນຳໄປປູກ+ ວິທີການປູກກ້ວຍກ້ວຍໃນພື້ນທີ່ 1 ໄລ່ ຄວນປູກປະມານ 177 ໜໍ່ ຖ້າປູກຫຼາຍກວ່ານັ້ນຈະເຮັດໃຫ້ໜາແໜ້ນເກີນໄປ ການກຽມດິນໄຖ.1 ຄັ້ງ ຕາກດິນແລ້ວໄຖພວນ 1-2 ຄັ້ງ ໃຫ້ດິນມຸ່ນບໍ່ມີວັດສະພືດ ຖ້າວັດສະພືດຫຼາຍກວ່າ 20% ຕ້ອງໄຖໃໝ່ ຫຼື ເຮັດໜານຂະໜາດກວ້າງ 7 ມ ປູກ 3 ແຖ້ວ 2 x 1.8 ມ.

+ ການກຽມຂຸມປູກ– ໄລຍະປູກລະຫວ່າງແຖວ ແລະ ຕົ້ນ 3x 3 ມ– ຂະໜາດຂຸມປູກກວ້າງ 80 ຊມ, ຍາວ 80 ຊມ, ເລິກ 30 ຊມ– ຮອງກົ້ນຂຸມດ້ວຍດິນປະສົມປຸ່ຍອິນຊີປະມານ 5 ກິໂລກຼາມ/ຂຸມ.

+ ການກຽມ ແລະ ປູກ– ໃສ່ໜໍ່ກ້ວຍທີ່ສົມບູນປາສະຈາກສັດຕູພືດໜໍ່ມີຄວາມຍາວ 25 – 35 ຊມ, ມີໃບ 2 – 3 ໃບ– ວາງໜໍ່ກ້ວຍລົງຂຸມ– ປົກດິນ ແລະ ປົກດິນບໍລິເວນໂຄນຕົ້ນໃຫ້ແໜ້ນຄຸມດ້ວຍເຟືອງຫຼື ຫຍ້າແຫ້ງ ແລະ ຫົດນໍ້າໃຫ້ຊຸ່ມ.

+ ການໃຫ້ນໍ້າຕ້ອງໃຫ້ນໍ້າຢ່າງສະໝໍ່າສະເໝີ ເມື່ອໜ້າດິນແຫ້ງຕ້ອງໃຫ້ນໍ້າ+ ການໃສ່ປຸ໋ຍປຸ໋ນຄອກ, ປຸ໋ຍອິນຊີປະເພດປຸ໋ຍໝັກຫຼືປຸ໋ຍຄອກ ອັດຕາການໃສ່ປຸ໋ຍ 3-5 ກິໂລກຼາມ/ຕົ້ນ/ຄັ້ງ, ປຸ໋ຍເຄມີອັດຕາໃນການ.ໃສ່ 100 ກຼາມ/ຕົ້ນ/ຄັ້ງ ໂດຍໃສ່ປຸ໋ຍຫຼັງຈາກການປູກ 1 ເດືອນ ແລະ ຄັ້ງທີ 2 ໃນເດືອນທີ 5 ຫຼັງການປູກ ຫຼື ໃນຊ່ວຍກ່ອນກ້ວຍໃກ້ຈະອອກປີ 2-3 ເດືອນ.

+ ວິທີເຮັດຈຸລິນຊີໜໍ່ກ້ວຍ– ເລືອກໜໍ່ກ້ວຍຄວາມສູງ 1 ມ ຈາກພືດເຖິງຍອດເປັນໜໍ່ຊະນິດທີ່ສົມບູນບໍ່ມີໂລກ ເກີດຈາກຕົ້ນແມ່ທີ່ສົມບູນແຂງແຮງໃຫ້ຜົນຜະລິດໄດ້ດີ ທັງຕົ້ນແມ່ ແລະ ໜໍ່ຢູ່ໃນບໍລິເວນທີ່ດິນມີຄ່າກົດ-ດ່າງເປັນກາງຫຼືເປັນກົດອ່ອນໆ.

– ຂຸດໜໍ່ຂຶ້ນມາໃຫ້ມີເຫງົາຕິດຮາກຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ສຳລັບດິນປະໄວ້ໃຫ້ເຫຼືອຕິດຮາກໄວ້ເລັກໜ້ອຍບໍ່ຕ້ອງລ້າງນໍ້າ.

– ຊອຍນ້ອຍໆຫຼືບົດລະອຽດທັງຕົ້ນ ( ຮາກ, ເຫງົາ, ຕົ້ນ, ໃບ ) ອັດຕາສ່ວນ: ໜໍ່ກ້ວຍ 3 ສ່ວນ, ກາກນໍ້າຕານ 1 ສ່ວນ– ຕື່ມນໍ້າໝາກພ້າວອ່ອນພໍໃຫ້ແຫຼວບັນຈຸໃນພາສະນະທີ່ບໍ່ແມ່ນໄລຫະຄົ້ນໃຫ້ເຂົ້າກັນປະໄວ້ໃນຮົມ.

– ເພື່ອເລັ່ງອາກາດໃຫ້ແກ່ຈຸລິນຊີໝັກປະມານ 7-10 ວັນ ຕອງເອົາກາກອອກນໍ້າທີ່ໄດ້ຄື ຫົວເຊືອຈຸລິນຊີໜໍ່ກ້ວຍເຂັ້ມຂຸ້ນ ພ້ອມໃຊ້ງານຂັ້ນຕອນການໝັກການກວດສອບ ແລະ ການນຳໄປໃຊ້ຄືກັບຈຸລິນຊີທົ່ວໄປອາຍຸການປະມານ 6 ເດືອນຫຼັງຈາກມົດອາຍຸແລ້ວນຳມາຂະຫຍາຍເຊື້ອຈຸລິນຊີເລີ່ມຕົ້ນຊຸດໃໝ່ໄດ້.

+ ປະໂຫຍດຂອງຈຸລິນຊີໜໍ່ກ້ວຍ– ໃຊ້ໃນການໝັກປຸ໋ຍຊີວະພາບ, ຣໍໂມນພືດ, ບົ່ມດິນ, ປັບປຸງດິນ ແລະ ອື່ນໆ.

– ລາດລົງດິນຊ່ວຍປັບປຸງໂຄງສ້າງຂອງດິນເຮັດໃຫ້ດິນໂປ່ງມຸ່ນຊ່ວຍກຳຈັດເຊື້ອໂລກໃນດິນ– ປະສົມກັບປຸ໋ຍໝັກປຸ໋ຍຄອກໃຫ້ໄດ້ຄວາມຊຸ່ມ 50% ຊ່ວຍເລັ່ງໃຫ້ປຸ໋ຍໝັກ-ປຸ໋ຍຄອກໃຊ້ງ່າຍໄດ້ຢ່າງວ່ອງໄວ ແລະ ດີຂຶ້ນ.

– ຊ່ວຍຍ່ອຍສະຫຼາຍສານອິນຊີທີ່ໃສ່ລົງໄປໃນດິນຊ່ວງປັບດິນໃຫ້ເກີດ ຮີວມິດ, ແອຊິດ ໄດ້ໄວ້ ແລະ ຈຳນວນຫຼາຍ– ຊ່ວຍຍ່ອຍສະຫຼາຍເຟືອງໃນນາເຂົ້າ– ສີດພົ່ນໃບຊ່ວຍກຳຈັດເຊື້ອຣາເຮັດໃຫ້ໝອນບໍ່ລອກຄາບບໍ່ກິນອາຫານ.

ShareTweetShare
Next Post
ເຫັນແລ້ວສະເທືອນໃຈ! ນັກຮົບຊຸດຂາວ ຈາກປະເທດໄທ ເຮັດວຽກໜັກ ຈົນຮ່າງກາຍແລະຈິດໃຈຮັບບໍ່ໄຫວ!

ເຫັນແລ້ວສະເທືອນໃຈ! ນັກຮົບຊຸດຂາວ ຈາກປະເທດໄທ ເຮັດວຽກໜັກ ຈົນຮ່າງກາຍແລະຈິດໃຈຮັບບໍ່ໄຫວ!

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສານຂອງທ່ານນາຍຍົກໃນມື້ເປີດໂຊກຮຽນໃໝ່

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...