ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 3, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຊົມເຊີຍເຈົ້າໜ້າທີ່ ປກສ ເມືອງປາກຊັນ ມ້າງຄະດີກຸ່ມແກ້ງລັກລົດຈັກໄດ້

Staff by Staff
ເດືອນມີນາ 30, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນຄັ້ງວັນທີ 12 ມີຖຸນາ 2021 ເວລາ 11 ໂມງ 20 ນາທີ ທາງໜ່ວຍງານຄະດີອາຍາເສດຖະກິດ ປກສ ເມືອງປາກຊັນ ໄດ້ຮັບແຈ້ງຄວາມຈາກ ນາງ ບົວຄຳ ສີຫາລາດ ອາຊີບຄ້າຂາຍ ບ້ານ ປາກຊັນ ເມືອງປາກຊັນ ແຂວງບໍລິຄຳໄຊ ວ່າ ໃນຄັ້ງວັນທີ 11 ມີຖຸຸນາ 2021 ເວລາປະມານ 24 ໂມງ ໄດ້ມີຄົນຮ້າຍມາລັກເອົາລົດຈັກ ເວບ 100 ສີປອນດຳ ປ້າຍທະບຽນ ຈຄ 6246 ຂອງລູກຜູ້ກ່ຽວທີ່ຈອດໄວ້ໜ້າຫ້ອງແຖວ ບ້ານ ມີໄຊ ເມືອງປາກຊັນ.

ຕົກມາຮອດວັນທີ 15 ມີຖຸນາ 2021 ລູກຊາຍຜູ້ກ່ຽວຈື່ງໄດ້ພົບເຫັນ ທ້າວ ໄຊຍາ ບ້ານນາສົ້ມມໍ ຂັບຂີ່ລົດຄັນດັ່ງກ່າວມາສ້ອມແປງຢູ່ຮ້ານໜ້າຕະຫລາດເກົ່າປາກຊັນ ຈື່ງໄດ້ເອົາລົດຄັນດັ່ງກ່າວຄືນແລ້ວເຂົ້າມາແຈ້ງຄວາມຕໍ່ເຈົ້້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງປາກຊັນ.ຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ກຳລັງເຈົ້າໜ້າທີ່ວິຊາສະເພາະກໍ່ໄດ້ລົງເກັບກຳຂໍ້ມູນເປົ້າໝາຍ ແລະ ຕິດຕາມ ຈົນຕົກມາຮອດວັນທີ 17 ມີຖຸນາ 2021 ຈື່ງໄດ້ກັກຕົວ ທ້າວ ໄຊຍາ ພ້ອມທັງຜູ້ຮ່ວມຂະບວນການອີກ 4

ຄົນ. ຄື: ທ. ຄຳຮຸ່ງ ອາຍຸ 21 ປີ ບ້ານຊະນະໄຊ, ທ້າວ ຕີ່ງຄຳ ອາຍຸ 28 ປີ ບ້ານ ນາສົ້ມມໍ, ທ້າວ ສົມສັກ ( ແຫຼ້ ) ອາຍຸ 32 ປີ ບ້ານ ສີມຸງຄຸນ, ທ້າວ ບົວໄລ ( ເອກ ) ອາຍຸ 25 ປີ ບ້ານ ໂພສີ ທັງ 5 ຄົນ ແມ່ນ ຢູ່ ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ຂະຫຍາຍຜົນເກັບກູ້ລົດທີ່ພວກກ່ຽວລັກມາ ແລ້ວເອົາໄປຂາຍໄດ້ອີກ 03 ຄັນ.

ຜ່ານການສືບສວນ-ສອບສວນ ພວກກ່ຽວແມ່ນໄດ້ຮັບສາລະພາບວ່າ: ແມ່ນໄດ້ພາກັນເຄື່ອນໄຫວລັກຊັບພົນລະເມືອງປະເພດລົດຈັກແຕ່ຕົ້ນປີ 2021 ເປັນຕົ້ນມາ ຫຼັງຈາກເຄື່ອນໄຫວລັກລົດມາໄດ້ແລ້ວ ກໍ່ພາກັນເອົາໄປຂາຍໃນລາຄາຖືກ ແລະ ເອົາເງີນຈຳນວນທີ່ໄດ້ຈາກຂາຍລົດມາແບ່ງປັນກັນ ແລະ ຫຼີ້ນກີນຟຸມເຟືອຍຈົນໝົດ. ໂອກາດດັ່ງກ່າວທ່ານ ພັນໂທ ທອງຕຸ່ນ ວົງສົມສຸກ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງປາກຊັນ ກໍ່ໄດ້ຝາກເຖີງພໍ່ແມ່ປະຊາຊົນ, ໃຫ້ພ້ອມກັນມີສະຕິໃນການປົກຮັກສາເຄື່ອງທີ່ມີຄ່າ ເປັນຕົ້ນກໍ່ແມ່ນພາຫະນະລົດຈັກ ທັງນີ້ ກໍ່ເພື່ອຫຼີກລຽ່ງຈາກກຸ່ມຄົນຂີ້ລັກ ກ່ອນຈອດລົດທຸກຄັ້ງຕ້ອງໃສ່ກະແຈລ໋ອກຄໍເພື່ອຮັບປະກັນຈາກກຸ່ມຄົນທີ່ບໍ່ດີ.

ສ່ວນລົດທີ່ເກັບກູ້ມາໄດ້ໃນຄັ້ງນີ້ ເຈົ້າທີ່ໜ້າພະແນກຕຳຫຼວດ ປກສ ເມືອງປາກຊັນ ພວມຢູ່ໃນຂັ້ນຕອນການແຈ້ງຕິດຕໍ່ຫາເຈົ້າຂອງລົດ ເພື່ອນຳເອົາເອກະສານທີ່ຖືກຕ້ອງມາຢັ້ງຢືນເອົາລົດຂອງຕົນ ຕາມລະບຽບຫຼັກການ.

2021 ຂ່າວໃຫມ່

ShareTweetShare
Next Post
ສະພາບການລັກຖີ້ມຂີ້ເຫຍື້ອຊະຊາຍຕາມແຄມທາງ

ສະພາບການລັກຖີ້ມຂີ້ເຫຍື້ອຊະຊາຍຕາມແຄມທາງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເລື່ອງເຈ້ທິບ ສັງຄົມລາວໄດ້ຮຽນຮູ້ຫຍັງແດ່…
  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...