ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 6, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

104ຄົນມີອາການ ຫຼັງຈາກການສັກຢາວັກຊີນຕ້ານພະຍາດ ໂຄ ວິ ດແຕ່ບໍ່ມີຜູ້ເສຍຊີວິດ

Staff by Staff
ເດືອນມີນາ 25, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ຕາງໜ້າໂດຍ ທ່ານດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:

ຮອດວັນທີ 23 ມິຖຸນາ 2021 ຢູ່ ສປປ ລາວ ສາມາດສັກຢາວັກຊີນ ປ້ອງກັນພະຍາດໂຄວິດເຂັມທີ 1 ໄດ້ແລ້ວ 853.782 ຄົນ ແລະ ເຂັມ ທີ 2 ຈໍານວນ 494.477 ຄົນໃນຂອບເຂດທົ່ວປະເທດ ທີ່ເປັນກຸ່ມສ່ຽງ ແລະ ປະຊາຊົນທົ່ວໄປ ຊຶ່ງຈໍານວນ ຜູ້ໄດ້ຮັບການສັກຢາວັກຊີນນັ້ນ ພົບວ່າມີ 104 ຄົນ ທີ່ເກີດອາການສົນພາຍຫຼັງຈາກການສັກວັກຊີນ

ໃນນີ້ ມີອາການເບົາບາງ 95 ຄົນໂດຍມີອາການ ໄຂ້ ເລັກນ້ອຍ ແລະ ປວດຕົນຕົວ ແລະ 9 ຄົນມີອາການ ຮຸນແຮງໂດຍມີອາການຮາກ ແລະ ປຸ້ນທ້ອງໄດ້ເຂົ້າ ປິ່ນປົວຢູ່ໂຮງໝໍ ແລະ ມີອາການດີຂຶ້ນ ຊຶ່ງໂດຍລວມ ແລ້ວ ບໍ່ມີໃຜມີອາການຜິດປົກກະຕິຫຍັງ ແລະ ບໍ່​ມີ ​ຜູ້​ເສຍ​ຊີ​ວິດ​ຈາກ​ການ​ສັກ​ວັກ​ຊີນ​ຕ້ານ​ພະ​ຍາດ​ດັ່ງ​ກ່າວ.

ທ່ານດຣ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ມາຮອດປະຈຸບັນ, ວັກຊີນທີ່ນໍາໃຊ້ຢູ່ລາວປະກອບມີ 4 ຊະນິດຄື: ຊິໂນຟາມ, ແອສຕຣາເຊເນກາ , ໄຟເຊີ ແລະ ສະປຸກນິກ ຊຶ່ງ ສປປ ລາວເຮົາໄດ້ຮັບໂຄຕ້າທີ່ ຈະໄດ້ຮັບວັກຊີນທັງໝົດ 6.606.084 ໂດສ ແຕ່ການຈັດສັນວັກຊີນນັ້ນ ອາດຈະບໍ່ຕອບສະ ໜອງ ໄດ້ຕາມຄວາມຕ້ອງການຂອງປະເທດເຮົາ , ຮອດປະຈຸບັນນີ້ໄດ້ພຽງແຕ່ 2.135.620 ໂດສເທົ່ານັ້ນ.

ສະເພາະຢູ່ນະຄອນຫຼວງວຽງຈັນ ການສັກວັກຊີນຊິໂນຟາມ ແລະ ໄຟເຊີເຂັມທີ1 ໄດ້ສັກໝົດແລ້ວ ໂດຍຈະມີການສັກຮອບ 3 ເຂັມທີ 1 ໃນເດືອນກໍລະກົດ 2021 ທີ່ຈະມາເຖິງ, ແຕ່ຍັງສືບຕໍ່ສັກເຂັມທີ2.

ShareTweetShare
Next Post
ແຂວງບໍ່ແກ້ວ ທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້ານຳເຂົ້າທີ່ບໍ່ຖືກຕ້ອງ ລວມມູນຄ່າ 38 ລ້ານກວ່າກີບ

ແຂວງບໍ່ແກ້ວ ທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້ານຳເຂົ້າທີ່ບໍ່ຖືກຕ້ອງ ລວມມູນຄ່າ 38 ລ້ານກວ່າກີບ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...