ເອີຣົບ-ສ.ອາເມລິກາ ຈະຍົກເລິກຂໍ້ຈຳກັດການເດີນທາງ

ຂປລ.ຕາມແຫລ່ງຂ່າວ ຊິນຮວາ ຈີນ, ວັນທີ 23 ມິຖຸນາ, ເຈົ້າໜ້າທີ່ ສະຫະພາບ ເອີຣົບ(ອີຢູ) ໄດ້ສະແດງຄວາມຫວັງ ໃນການ ບັນລຸ ຂໍ້ຕົກລົງ ກ່ຽວກັບ ຍົກເລິກ ຂໍ້ຈຳກັດ ການເດີນທາງ ກັບ ສ.ອາເມລິກາ ພາຍໃຕ້ການ ແຜ່ລະບາດ ພະຍາດ ໂຄວິດ-19 ພາຍຫລັງ ກອງປະຊຸມ ຮ່ວມກັບ ທ່ານ ອາເລຮັນໂດຣ ມາບໍກາສ ລັດຖະມົນຕີ ວ່າການ ກະຊວງ ຄວາມໝັ້ນຄົງ ແຫ່ງຊາດ ສ.ອາເມລິກາ ຢູ່ ເມືອງ ລິສບອນ ປະເທດປອກຕຸຍການ.

ເຈົ້າໜ້າທ່ີ ລະດັບສູງ ຂອງ ເອີຣົບ ກ່າວວ່າ: ອີຢູ ແລະ ສ.ອາເມລິກາ ຈະຍົກລະດັບ ຄວາມພະຍາຍາມ ໃນການ ບັນລຸ ວິຊ້າ ຕາມຫລັກການ ປະຕິບັດ (visa reciprocity) ແລະ ເປີດການ ເດີນທາງ ພາຍຫລັງ ການແຜ່ ລະບາດຂອງ ພະຍາດ ໂຄວິດ-19 ປັດຈຸບັນ ສະມາຊິກ ອີຢູ 4 ປະເທດ

http://kpl.gov.la/detail.aspx?id=60302
Discussion about this post