ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ.

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 24, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 24 ສິງຫາ 2020, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ, ໂດຍການເປັນປະທານຮ່ວມຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ພາຍໃຕ້ຄໍາຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ (Enhancing Partnership for Shared Prosperity).
ກອງປະຊຸມຄັ້ງນີ້ ບັນດາຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທັງ 6 ປະເທດລວມມີ: ກຳປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມານັບແຕ່ໄດ້ຮັບການສ້າງຂຶ້ນໃນປີ 2015 ຊຶ່ງເຫັນວ່າຜ່ານການຈັດຕັ້ງບັນດາແຜນງານ ແລະ ໂຄງການຕ່າງໆພາຍໃຕ້ຖະແຫຼງການຊັນຢາ, ຖະແຫຼງການພະນົມເປັນ ທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1 ແລະ ຄັ້ງທີ 2 ໄດ້ມີຄວາມຄືບຫນ້າຢ່າງເປັນຮູບປະທຳຫລາຍດ້ານເຮັດໃຫ້ຂອບການຮ່ວມມືດັ່ງກ່າວໄດ້ເຕີບໃຫຍ່ຂະຫຍາຍສູ່ລວງກ້ວາງ ແລະ ລວງເລິກ ຢ່າງໄວວາ. ພ້ອມດຽວກັນນັ້ນ, ບັນດາຜູ້ນຳ ໄດ້ຕີລາຄາສູງຕໍ່ຫມາກຜົນການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ໃນໄລຍະ 2 ປີກ່ວາຜ່ານມາ ກໍ່ຄືບັນດາໂຄງການຊ່ວຍເຫລືອພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້າງຊ້າງ ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ສປ ຈີນ ຈໍານວນ 300 ລ້ານໂດລາສະຫະລັດ ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ.

ໃນນີ້, ຫລາຍໂຄງການທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ແມ່ນໄດ້ຮັບຜົນເປັນຢ່າງດີເປັນຕົ້ນແມ່ນໃນຂົງເຂດການພັດທະນາພື້ນຖານໂຄງລ່າງ, ພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ.
ໃນໂອກາດດຽວກັນນີ້, ບັນດາຜູ້ນຳຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລື ທິດທາງການຮ່ວມມືໃນຕໍ່ຫນ້າຫລາຍບັນຫາ, ຫນຶ່ງໃນນັ້ນແມ່ນ ການເພີ່ມທະວີຮ່ວມມືກັນໃນຕໍ່ຫນ້າເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ແລະ ວາງທິດທາງຟື້ນຟູເສດຖະກິດ-ສັງຄົມ ຕໍ່ຫນ້າສະພາບທີ່ພະຍາດຮ້າຍແຮງດັ່ງກ່າວຍັງສືບຕໍ່ແຜ່ລະບາດຢູ່ຫລາຍພາກພື້ນ ລວມທັງພາກພື້ນແມ່ນໍ້າຂອງ. ພ້ອມດຽວກັນນີ້, ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ປະເທດສະມາຊິກ ທີ່ໄດ້ດໍາເນີນມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ ສປ ຈີນ ທີ່ໄດ້ໃຫ້ການຮ່ວມມື ແລະ ການສະໜັບສະໜູນດ້ານອຸປະກອນ ແລະ ວິຊາການໃຫ້ແກ່ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ.
ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາຖະແຫຼງການວຽງຈັນ (Vientiane Declaration) ແລະ ເອກະສານກ່ຽວຂ້ອງຈໍານວນໜຶ່ງ ເພື່ອເປັນບ່ອນອີງສຳຄັນໃຫ້ແກ່ການຮ່ວມມືລະຫວ່າງປະເທດແມ່ນໍ້າຂອງ ແລະ ສປ ຈີນ ກໍ່ຄືຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນອານະຄົດ. ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນຳໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຢ່າງຈົບງາມໃນການປະຕິບັດຫນ້າທີ່ການເປັນປະທານຮ່ວມຂອງ ສປປ ລາວ (2018-2020) ແລະ ໄດ້ສົ່ງມອບໜ້າທີ່ໃຫ້ ສສ. ມຽນມາ ເພື່ອສືບຕໍ່ເປັນປະທານຮ່ວມ ກັບ ສປ ຈີນ ໃນໄລຍະ 2 ປີຂ້າງໜ້າ.

Share128TweetShare
Next Post
ດ່ວນດ່ວນ! ລະວັງ ເກີດເຫດໜັກໂທດລົບໜີ 10ກວ່າຄົນ(ມີຄລິບ)

ດ່ວນດ່ວນ! ລະວັງ ເກີດເຫດໜັກໂທດລົບໜີ 10ກວ່າຄົນ(ມີຄລິບ)

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...