ຊົມເຊີຍ! ພາກເອກະຊົນ ມອບຫ້ອງນ້ຳເຄື່ອນທີ່ ເພື່ອນຳໃຊ້ທີ່ສູນກັກໂຕ ຫຼັກ4 ແຂວງສະຫວັນນະເຂດ.


ພິທີມອບຮັບຢ່າງເປັນທາງການ “ຫ້ອງນ້ຳເຄື່ອນທີ່ ຈຳນວນ 10 ຫ້ອງ ລວມມູນຄ່າ 350.000.000 ກີບ” ເພື່ອນຳໃຊ້ຢູ່ທີ່ສູນກັກໂຕ ຫຼັກ4 ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.

ເຊິ່ງໃຫ້ການສະໜັບສະໜູນໂດຍ ບໍລິສັດ ສະຫວັນປາຊີຟິກກາ ດີວີລົບເມັນ ຈຳກັດ (ສະຫວັນປາກ) ຮ່ວມກັບ ບໍລິສັດ ສະຫວັນ ໂລຈິສຕິກສ໌ ຈຳກັດ ໂດຍການເປັນກຽດເຂົ້າຮ່ວມໃນຄັ້ງນີ້ຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການປົກຄອງແຂວງ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ.

ພິທີມອບຮັບໃນຄັ້ງນີ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2021 ເວລາ 16:30 ຢູ່ທີ່ ທ່າບົກສະຫວັນນະເຂດ.

Discussion about this post