ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 16, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຜົນກະທົົົບຈາກ ໂ​ ຄ​ ວິ​ດ ເຮັດໃຫ້ແຮງງານລາວ 114.​000 ຄົນ​ ຖືກໂຈະເຮັດວຽກ; 130.​000 ຄົນ ຕ້ອງກັບຈາກການເຮັດວຽກຢູ່ຕ່າງປະເທດ​

Staff by Staff
ເດືອນມີນາ 10, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

🔥​🔥​🔥​ຜົນກະທົບຈາກໂຄວິດ-19 ເຮັດໃຫ້ແຮງງານລາວ 114.​000 ຄົນ​ ຖືກໂຈະເຮັດວຽກ; 130.​000 ຄົນ ຕ້ອງກັບຈາກການເຮັດວຽກຢູ່ຕ່າງປະເທດ​ ແລະ​ ມີແຮງງານນອກລະບົບຈຳນວນຫຼາຍໄດ້ຮັບຜົນກະທົບ.

ເນື່ອງໃນໂອກາດ​ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນ ສະໄໝທີ 109 ປະຈຳປີ 2021 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ທີ່ໄດ້ໄຂຂຶ້ນເລີ່ມແຕ່ວັນທີ 3-19 ມິຖຸນາ 2021, ທີ່ ເມືອງເຈນີວາ, ປະເທດສະວິດເຊີແລນ ພາຍຫົວຂໍ້: “ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງລັດຖະບານ ເພື່ອປົກປ້ອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຢູ່ ສປປ ລາວ” ດ້ວຍຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ໂອມາ ຊະໄນເບີ (Omar ZNIBER) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນຂອງປະເທດ ໂມລ໋ອກໂກ ປະຈຳອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ ທີ່ເຊີແນວ ແລະ ມີຜູ້ແທນຈາກບັນດາປະເທດສະມາຊິກອົງການແຮງງານສາກົນ 3.856 ທ່ານ ໃນ 176 ປະເທດເຂົ້າຮວ່ມ.

ກອງປະຊຸມໃນຄັ້ງນີ້, ທ່ານ ນາງ ໃບຄຳ ຂັດທິຍະ, ຕາງໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວປະກອບຄວາມເຫັນ ເຊິ່ງມີບາງຕອນທີ່ສຳຄັນວ່າ: “ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະທົບຕໍ່ການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທົ່ວໂລກ ໂດຍສະເພາະແມ່ນສະຖຽນລະພາບຂອງການເຮັດວຽກ ແລະ ລາຍຮັບຂອງກຳລັງແຮງງານ. ສຳລັບ ສປປ ລາວ ໂຄວິດ 19 ໄດ້ເຮັດໃຫ້ກໍາລັງແຮງງານທີ່ເຮັດວຽກຢູ່ພາຍໃນປະເທດຈຳນວນ 114.000 ຄົນ ຖືກໂຈະການຈ້າງງານຊົ່ວຄາວ ແລະ 130.000 ຄົນ ຕ້ອງໄດ້ກັບຈາກການເຮັດວຽກຢູ່ຕ່າງປະເທດ.​ ນອກນັ້ນ, ກໍຍັງມີແຮງງານນອກລະບົບຈຳນວນຫຼາຍ ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນແຮງງານທີ່ເຄື່ອນຍ້າຍຈາກຊົນນະບົດເຂົ້າມາເຮັດວຽກຢູ່ໃນຕົວເມືອງຕ່າງໆຂອງປະເທດ ລວມທັງແຮງງນທີ່ຜະລິດກະສິກຳເພື່ອເປັນສິນຄ້າ. ຂະແໜງບໍລິການ ເປັນຂະແໜງການທີ່ໄດ້ຮັບຜົນກະທົບຫຼາຍກວ່າຂະແໜງການອືື່ນ ຊຶ່ງມາຮອດປັດຈຸບັນແມ່ນບໍ່ສາມາດກັບມາດຳເນີນກິດຈະການໄດ້, ຂະແໜງການຜະລິດເສື້ອຜ້າ, ເກີບ ແລະ ຜະລິດຕະພັນອື່ນເພື່ອສົ່ງອອກ ກໍ່ບໍ່ສາມາດດຳເນີນການຜະລິດໄດ້ເປັນປົກກະຕິ.

ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານ ໄດ້ປະຕິບັດມາດຕະການໃນການຊ່ວຍເຫຼືອຜູ້ອອກແຮງງານ ແລະ ຜູ້ລົງທຶນ ທີ່ໄດ້ຮັບຜົນກະທົບ ເຊັ່ນ: ກຳນົດນະໂຍບາຍຍົກເວັ້້ນອາກອນເງິນເດືອນ, ຫຼຸດຜ່ອນ ຫຼື ເລື່ອນເວລາການຈ່າຍພັນທະຕ່າງໆຂອງຜູ້ລົງທຶນ ລວມທັງການຈ່າຍເງີນສົມທົບເຂົ້າກອງທຶນປະກັນສັງຄົມ. ພ້ອມນີ້, ລັດຖະບານໄດ້ອະນຸຍາດຈ່າຍເງິນອຸດໜູນການວ່າງງານໃຫ້ສະມາຊິກກອງທຶນເປັນກໍລະນີພິເສດ ຊຶ່ງໄດ້ຈ່າຍທັງໝົດ 38,18 ຕື້ກີບ ຫຼື ປະມານ 4 ລ້ານໂດລາສະຫະລັດ”ເນື້ອໃນຂ່າວ: ກະຊວງ​ ຮສສ

ທີ່ມາ

ShareTweetShare
Next Post
ຂໍຄວາມຊວ່ຍເຫືິຼອແນ່ເດີທຸກຄົນໃຜທີ່ມີເປົ້າໝາຍຈະເດີນທາງບໍ່ແກ້ວຊ່ວຍໃຫ້ເພີ່ນໄປນຳ

ຂໍຄວາມຊວ່ຍເຫືິຼອແນ່ເດີທຸກຄົນໃຜທີ່ມີເປົ້າໝາຍຈະເດີນທາງບໍ່ແກ້ວຊ່ວຍໃຫ້ເພີ່ນໄປນຳ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0
  • ດ່ວນໆພີ່ນ້ອງ ພາບຫຼ້າສຸດ! ຂົວນໍ້າພະນາຍບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ເຈີ້ຍລົງແລ້ວ.

    0 shares
    Share 0 Tweet 0
  • ຈື່ໄດ້ບໍ່ ນັກຮ້ອງເພງດັງ “ປາຄໍ່ໃຫຍ່”ປະສົບອຸບັດຕິເຫດ ເລືອດຄ້າງໃນສະໝອງ ເຖິງຂັ້ນຜ່າຕັດສະໝອງ

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຊົມເຊີຍເຈົ້າໜ້າທີ່ ສູນປະສານງານ 4 ຝ່າຍ ສະກັດຈັບເປົ້າໝາຍ ຢ າ ເ ສ ບຕິ ດ ຈັບໄດ້ທັງຄົນ ແລະ ຂອງກາງຈຳນວນຫຼາຍ
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ
  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...