ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຂ່າວດີ! ສປປລາວ ປິ່ນປົວຜູ່ຕິດເຊື້ອຫາຍດີເພີ່ມອີກ 1 ຄົນ(ຍັງເຫຼືອພຽງ2ຄົນເທົ່ານັ້ນ)

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 21, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ປະຈຸບັນ, ຜູ້ຕິດເຊື້ອນ້ຳເບີ 20 ສັນຊາດເກົາຫລີ ທີ່ກວດພົບ 24 ກໍລະກົດຜ່ານມາ ຜົນກວດວິເຄາະ ແມ່ນບໍ່ພົບເຊື້ອ 2 ເທື່ອ ຕິດຕໍ່ກັນ, ສະນັ້ນ ໃນມື້ນີ້
ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ.

ສຳລັບ ຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 21 ແລະ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍ
ມິດຕະພາບ.

ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ຜ່ານການລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາກໍ່ຄື ຢູ່ໃນບັນດາ
ປະເທດອາຊຽນ ແລະ ໃນທົ່ວໂລກ;
• ບັນຫາສຳຄັນແມ່ນ ສັງເກດເຫັນວ່າ ບາງຮ້ານກິນດື່ມ ທີ່ມີປະຊາຊົນມາໃຊ້ບໍລິການເປັນຈຳນວນ
5
ຫຼາຍ ບໍ່ໄດ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນ ແມ່ນ
ການວັດແທກອຸນຫະພູມກ່ອນເຂົ້າຮ້ານ, ຈຸດສຳລັບໃຊ້ເຈລລ້າງມື, ການຮັກສາໄລຍະຫ່າງ 1-2
ແມັດຂຶ້ນໄປ….
• ອິງໃສ່ສະພາບການດັ່ງກ່າວ ເພື່ອຫຼຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມຂອງພະຍາດ, ຈຶ່ງ
ຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງພາກັນເອົາໃຈໃສ່ ສືບຕໍ່ປະຕິບັດການດຳລົງຊີວິດ
ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນ ແມ່ນ:

  • ອອກຈາກບ້ານເມື່ອຈຳເປັນ;
  • ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການ
    ຕິດເຊື້ອ;
  • ການລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື;
  • ການປະຕິບັດຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ;
  • ການກິນອາຫານທີ່ປຸງສຸກໃໝ່;
  • ຄວນແຍກຂອງໃຊ້ສ່ວນຕົວ ບໍ່ໃຊ້ຮ່ວມກັບຜູ້ອື່ນ;
  • ເມື່ອກັບຮອດບ້ານ ຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ;
    6
    • ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອສະກັດກັ້ນ ການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບ
    ຄືນມາຮອບໃໝ່ໃນປະເທດເຮົາ;
    • ບັນດາທ່ານທີ່ນັບຖື ແລະ ຮັກແພງ.
    • ຕໍ່ໄປ ຂ້າພະເຈົ້າຂໍລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະເທດເຮົາ;
    • ໃນວັນທີ 20 ສິງຫາ 2020 ສປປ ລາວ ເຮົາ ແມ່ນ ມີຜູ້ຕິດເຊື້ອທັງໝົດ 48 ກໍລະນີ ແລະ ມີຜູ້
    ເສຍຊີວິດ 00 ຄົນ;
    • ນັບແຕ່ວັນທີ 01/01/2020-20/08/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 5,271 ຄົນ (ມີ
    ລາຍງານກໍລະນີໃນ 18 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ
    ເຊິ່ງມີເຖິງ 1,228 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 618 ຄົນ, ແຂວງວຽງຈັນ 580 ຄົນ ແລະ
    ສະຫວັນນະເຂດ 492 ຄົນ). ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 09 ຄົນ
    (ນະຄອນຫຼວງ 04 ຄົນ, ບໍລິຄຳໄຊ 02 ຄົນ, ຄຳມ່ວນ 01 ຄົນ, ໄຊຍະບູລີ 01 ຄົນ ແລະ ຊຽງ
    ຂວາງ 01 ຄົນ);
    • ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງ
    ທຸກຂັ້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍ
    7
    ແຫຼ່ງເພາະພັນຂອງຍຸງໄດ້ ເປັນຕົ້ນ ປ້ອງກັນບໍ່ໃຫ້ຍຸງກັດ, ທຳລາຍແຫຼ່ງເພາະພັນຂອງຍຸງຢ່າງເປັນ
    ປະຈຳ, ປິດພາຊະນະ ບໍ່ໃຫ້ມີນ້ຳຂັງ…. ໃຫ້ຖືວ່າ ແມ່ນໜ້າທີ່, ຄວາມຮັບຜິດຊອບຂອງໝົດທຸກຄົນ;
    • ຖ້າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງ
    ທັນການ;
    • ສຳລັບລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມໄດ້ຈາກເວັບໄຊ້
    www.covid19.gov.la ແລະ ເຟດບຸກຂອງສູນສື ່ສານເພື ່ອສຸຂະພາບ ແລະ ສຸຂະສຶກສາ.
    ການຖະແຫຼງຂ່າວປະຈໍາວັນສຸກ ວັນທີ 21 ສິງຫາ ປີ 2020.
Share570TweetShare
Next Post
ພາຍໃນມື້ດຽວ! ມີຜູ່ເດີນທາງເຂົ້າ ສປປ ລາວ ທັງໝົດ 1,927 ຄົນ

ພາຍໃນມື້ດຽວ! ມີຜູ່ເດີນທາງເຂົ້າ ສປປ ລາວ ທັງໝົດ 1,927 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...