ແຂວງອັດຕະປື ເນັ້ນໃຫ້ຊາວກະສິກອນສຸມໃສ່ການປູກພືດສະບຽງອາຫານ ແລະ ພືດເປັນສິນຄ້າ.

ຂປລ.ໃນລະດູຝົນປີ 2021 ນີ້ແຂວງອັດຕະປື ຈະສຸມໃສ່ຊຸກຍູ້, ສົ່ງເສີມຊາວກະສິກອນສຸມໃສ່ການປູກພືດເປັນສະບຽງອາຫານ ປະເພດເຂົ້າໃຫ້ໄດ້ 26.380 ເຮັກຕາ, ປູກພືດສະບຽງອາຫານທົ່ວໄປໃຫ້ໄດ້ 841 ເຮັກຕາ ແລະ ປູກພືດເປັນສິນຄ້າໃຫ້ໄດ້ 49.464 ເຮັກຕາ .

ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ການຊຸກຍູ້ ແລະ ສົ່ງເສີມປະຊາຊົນ ປູກພືດສະບຽງອາຫານ ແລະ ພຶດເປັນສິນຄ້າໃຫ້ຫລາຍຂຶ້ນ ທັງນີ້ກໍເພື່ອຕອບສະໜອງໄດ້ຄວາມຕ້ອງການຂອງການບໍລິໂພກ ທີ່ເຫັນວ່ານັບມື້ມີຄວາມຕ້ອງການເພີ່ມສູງຂຶນເລື້ອຍໆ ທັງເປັນການສ້າງໃຫ້ປະຊາຊົນມີລາຍຮັບ ຈາກການຜະລິດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກເທື່ອລະກ້າວ. ໃນນີ້, ສໍາລັບການຜະລິດພຶດສະບຽງອາຫານ ແມ່ນໄດ້ເນັ້ນໃສ່ການປູກເຂົ້ານາປີ ແລະ ເຂົ້າໄຮ່ ໃຫ້ໄດ້ 26.380 ເຮັກຕາ, ຄາດສະມັດຕະພາບຜົນຜະລິດລວມຈະໃຫ້ບັນລຸ 82.563 ໂຕນ, ນອກຈາກປູກເຂົ້າແລ້ວຍັງຈະໄດ້ສົ່ງເສີມການປູກພືດສະບຽງອາຫານທົ່ວໄປ ປະເພດ ສາລີຫວານ, ເຜືອກ- ມັນ, ພືດຜັກກິນໃບ, ພືດຜັກກິນຫົວ ແລະ ພືດຜັກກິນໝາກ ໃຫ້ໄດ້ 841 ເຮັກຕາ, ຄາດຜົນຜະລິດລວມຈະໃຫ້ບັນລຸ 6.882 ໂຕນ; ສ່ວນການຜະລິດເປັນສິນຄ້ານັ້ນຈະສູ້ຊົນໃຫ້ໄດ້ 49.464 ເຮັກຕາ, ຄາດຜົນຜະລິດລວມຈະໃຫ້ບັນລຸ 1.007.543 ໂຕນ ໂດຍຈະສົ່ງເສີມການປູກເຂົ້າ, ມັນຕົ້ນ, ສາລີແຂງ, ໄມ້ໃຫ້ໝາກ, ພິກໄທ, ອ້ອຍ, ມັນດ້າງ, ກ້ວຍ ແລະ ຢາງພາລາ ເຊິ່ງຈະສົ່ງເສີມປະຊາຊົນ ປູກໃນ 2 ຮູບແບບ ຄື: ປູກພືດເປັນສິນຄ້າແບບທົ່ວໄປ ແລະ ປູກພືດເປັນສິນຄ້າແບບມີຈຸດສຸມ. ທ່ານ ພອນປະເສີດ ທອງສີທາວົງ ກ່າວຕື່ມວ່າ: ເພື່ອໃຫ້ແຜນການຜະລິດລະດູຝົນໄດ້ຮັບການການຈັດຕັ້ງປະຕິບັດສໍາເລັດຕາມແຜນການ ປັດຈຸບັນທາງພະແນກກະສິກໍາ ແລະ ປ່າໄມ້ ໄດ້ລົງຕິດຕາມ ແລະ ຊຸກຍູ້ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ແລະ ບ້ານ, ພ້ອມໄດ້ອອກຄໍາສັ່ງ, ແຈ້ງ ການ ໃນການກະກຽມການຜະລິດ ແລະ ໄດ້ແຕ່ງຕັ້ງພະນັກ ງານລົງກະຕຸກຊຸກຍູ້ຢ່າງເປັນປະຈໍາ ໂດຍສຸມໃສ່ຈຸດທີ່ມີເງື່ອນໄຂ ທ່າແຮງ ນໍາໃຊ້ເຕັກນິກອັນໃຫມ່, ນໍາໃຊ້ແນວພັນປັບປຸງ ເພື່ອຍົກສະມັດຕະພາບເຂົ້າ, ພືດ ແລະ ການລ້ຽງ ສັດ ເປັນຫລັກ, ທັງໄດ້ມີການອໍານວຍຄວາມສະດວກໃຫ້ຊາວກະສິກອນ ເປັນຕົ້ນ: ການຕອບສະໜອງດ້ານວິຊາ ການ, ເຕັກນິກການປູກ-ການລ້ຽງ ຫລື ການສະໜອງແນວພັນຕ່າງໆ .

ຂ່າວ: ວັດທະນາ ຂ.ອັດຕະປື.

Discussion about this post