ສາລີສີມ່ວງມີເມັດສີມ່ວງທັ້ງໜ່ວຍ ມີຣົດຊາດບໍ່ຫວານຫຼາຍ ເນື້ອໜຽວນັ້ນໃນເມັດຂອງສາລີແຕ່ລະເມັດຍັງມີສານແອນໂທໄຊຍານນິນ ທີ່ມີຄຸນສົມບັດໃນການຕໍ່ຕ້ານອະນຸມູນອິດສະຫຼະ ແລະ ກົດອະມິໂນທີ່ຈຳເປັນຕໍ່ຮ່າງກາຍຫຼາຍ.

ຊະນິດ ນອກຂາກນີ້ຍັງມີວິຕາມິນ B3 ວິຕາມິນ E ແລະ ກົດໄຂມັນໂອເມກ້າ 6 ແລະ 9 ຫຼາຍກວ່າສາລີຊະນິດອື່ນໆ ສານອາ ຫານເຫຼົ່ານີ້ຊ່ວຍໃນການບຳລຸງສາຍຕາປ້ອງກັນການເກີດຕໍ້ກະຈົກ ແລະ ມີປະສິດທິພາບສູງ.

ສຳລັບອາຫານທີ່ມີຄຸນຄ່າທາງຢາ ສາມາດຊ່ວຍລົດໂອກາດຂອງການເກີດໂລກມະເຮັງຊະນິດເນື້ອງອກ ປ້ອງກັນການເກີດໂລກຫົວໃຈຊ່ວຍໃນການເສີມສ້າງໃຫ້ຮ່າງກາຍຕ້ານທານເຊື້ອໂລກ ແລະ ຊ່ວຍໃນການສະໝານແຜ ສົ່ງເສີມ.

ລະບົບການເຮັດວຽກຂອງເມັດເລືອດແດງພາຍໃນຮ່າງກາຍ ຊ່ວຍໃນການຊະລໍການເກີດໄຂ່ມັນອຸດຕັນໃນຫຼອດເລືອດ ຊ່ວຍຄວບຄຸ່ມລະດັບນ້ຳຕານໃນຜູ້ປ່ວຍທີ່ເປັນໂລກເບົາຫວານ ແລະ ຢັບຢັ້ງການເກີດລິ່ມເລືອດຫຼືເສັ້ນເລືອດ.

ແຕກໃນສະໝອງ ບຳລຸງຕັບ ບຳລຸງໄຕ (ໄຕວາຍ ຟອກໄຕ) ແລະ ຍັງຊ່ວຍໃນການຊະລໍຄວາມແກ່ທີ່ເກີດຈາກຄວາມເສື່ອມຂອງເຊລໄດ້ອີກດ້ວຍ

ນອກເໜືອຈາກນີ້ການບໍລິໂພກເມັດສາລີແລ້ວ ໃນສ່ວນອື່ນໆ ຂອງສາລີສີມ່ວງຍັງສາ ມາດນຳມາໃຊ້ປະໂຫຍດເປັນສັບພະຄຸນທາງຢາໄດ້ຄືກັນ ເຊັ່ນ ສ່ວນຂອງຊັງ ເມື່ອນຳມາຕົ້ມແລ້ວ ສາມາດນຳມາດື່ມແກ້ບິດ ຖອກທ້ອງ ຂັບປັດ.

ຍ່ຽວ ສ່ວນຂອງຕົ້ນ ຮາກ ແລະ ໄຫມສາລີ ນຳມາຕົ້ມເອົານ້ຳມາດື່ມເພື່ອຂັບຍ່ຽວໄດ້ເປັນຢ່າງດີ ນອກຈາກນີ້ຄົນບູຮານຍັງນຳເມັດຂອງສາລີ ມາບົດເພື່ອຮັກສາແຜໄດ້ອີກດ້ວຍ.

ສຳລັບການບໍລິໂພກສາລີສີມ່ວງທີ່ກຳລັງເປັນທີ່ນິຍົມກັນຫຼາຍ ຄືການນຳມາໜຶ້ງ ແຕ່ການໜື້ງໃຫ້ແຊບ ແລະ ຄົງຄຸນຄ່າທາງອາຫານທາງອາຫານ ມີຂັ້ນຕອນດັ່ງນີ້ ເລີ່ມຈາກນຳສາລີສີມ່ວງທີ່ຊື້ມາ.

ປອກເປືອກຫຸ້ມໜ່ວຍອອກ ໂດຍໃຫ້ເຫຼືອເປືອກຫຸ້ມໜ່ວຍປະ ມານ 2-3 ຊັ້ນ ເພື່ອໃຫ້ເປືອກຊ່ວຍຮັກສາແອນໂທໄຊຍານິນ ແລະ ຄວາມແຕ່ງຕຶງຂອງຂອງເມັດສາລີໄວ້.

ຈາກນັ້ນກຽມໝໍ້ໜື້ງຕົ້ມນ້ຳໃຫ້ມັນເດືອດ ນຳໝາກສາລີທີ່ກຽມໄວ້ວາງຮຽງກັນເທີ່ງໝໍ້ໜື້ງ ແລ້ວປິດຝາໃຫ້ແຈບ ປ່ອຍຖິ້ມໄວ້ໃນຂະນະທີ່ນ້ຳເດືອດ.

ປະມານ 25-30 ນາທີ ຈາກນັ້ນນຳສາລີຂຶ້ນພັກໄວ້ໃຫ້ອຸ່ນກ່ອນນຳໄປຮັບປະທານ ຫຼື ອາດຈະປຸງດ້ວຍເກືອໜ້ອຍໜຶ່ງກ່ອນນຳໄປຮັບປະທານກະໄດ້
Discussion about this post