ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 30, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໂຄວິດມາຊຸດນີ້ເລີ່ມລາມສູ່ພວກເຮືອນເຊົ່າເຂົ້າຊື້ແລ້ວ

Staff by Staff
ເດືອນພຶດສະພາ 23, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເປັນເລື່ອງເປັນລາວທີ່ເຮັດໃຫ້ມະນຸດຫ້ອງແຖວຕ້ອງຄິດຕຶກຕອງ ແລະມີສະຕິໃນການໃຊ້ຊີວິດຫຼາຍກວ່ານີ້ ເນື່ອງຈາກມາຮອດມື້ນີ້ລາຍງານຂ່າວຜູ້ຕິດເຊື້ອໂຄວິດລາມມາຮອດກຸ່ມອາໄສເຮືອນເຊົ່າເຂົ້າຊື້ຄືຄົນຫ້ອງແຖວແລ້ວ ບໍແມ່ນບ່ອນດຽວແຕ່ລາມເປັນຫຼາຍບ່ອນ ຈຸດນີ້ຂໍໃຫ້ທຸກຄົນຈົ່ງຮັກສາໄລຍະຫ່າງທາງສັງຄົມໃຫ້ໄດ້.

ຕາມລາຍງານຂອງຄະນະສະເພາະກິດຄວບຄຸມ, ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາ ປະຈໍາວັນທີ 23 ພຶດສະພາ 2021 ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 19ຄົນ.

ໃນຈໍານວນຜູ້ຕິດເຊື້ອໂຄວິດ-19 ໃໝ່ຈໍານວນ 19ຄົນນັ້ນ ຢູ່ນະຄອນຫຼວງວຽງຈັນ 4ຄົນ, ຈໍາປາສັກ 5ຄົນ, ສະຫວັນະເຂດ 5ຄົນ ແລະ ຄໍາມ່ວນ 5ຄົນ.

ທັ້ງນີ້ ຄະນະສະເພສະກິດໄດ້ໃຫ້ຂໍ້ມູນກ່ຽວກັບທາມລາຍທີ່ຜູ້ຕິດເຊື້ອໂຄວິດ-19 ໃນນະຄອນຫຼວງວຽງຈັນໄດ້ເດີນທາງໄປຄື: ຫ້ອງແຖວບ້ານໂນຫວາຍ ໜ່ວຍ 34 ຮ່ອມ7 ເມືອງໄຊເສດຖາ(ບ່ອນຜູ້ຕິດເຊື້ອອາໄສຢູ່); ຫ້ອງແຖວບ້ານທາດຫຼວງໃຕ້ ຮ່ອມຫຼັງທາດຫຼວງ; ຫ້ອງແຖວບ້ານເມືອງນ້ອຍ ຮ່ອມ 5 ຫຼັງໂຮງຮຽນກົດໝາຍ ເມືອງໄຊເສດຖາ ແລະ ຫ້ອງແຖວບ້ານດົງຄໍາຊ້າງ ຮ່ອມ 10 ຕິດເສັ້ນທາງໃຫຍ່ ໂຮງຮຽນການເງິນດົງຄໍາຊ້າງ.

ທັ້ງນີ້ ຂໍ້ມູນດັ່ງກ່າວ ເປັນພຽງຂໍເມູນເບື້ອງຕົ້ນເທົ່ານັ້ນ ລາຍລະອຽດເພີ່ມເຕີມຍັງສືບຕໍ່ສືບສວນອີກຢູ່ ເອີ້ນວ່າມັນລາມໄປຫຼາຍບ່ອນຫຼາຍທີ່ແລ້ວ ຖ້າພວກເຮົາປະໝາດນອກຈາກຈະບໍມີໂອກາດຫາເງິນຈ່າຍຄ່າຫ້ອງແຖວແລ້ວຍັງຕ້ອງໄປປິ່ນປົວຍາວນານ ເວົ້າຄວາມຂີ້ຮ້າຍຖ້າຖືກຄາວຊວຍອາດບໍໄດ້ກັບມາອີກ.

ທີ່ເວົ້າແບບນີ້ບໍ່ແມ່ນໂຈມຕີຄົນຫ້ອງແຖວ ແຕ່ທີ່ປະກົດເຫັນຍັງມີຄົນທີ່ອາໄສຢູ່ຫ້ອງແຖວຫຼາຍບ່ອນຖືເບົາບໍ່ຮັກສາໄລຍະຫ່າງທາງສັງຄົມ ຍັງຊື້ເຫຼົ້າເບຍມາກິນຊຸມກັນນັ່ງຟັງເພງມ່ວນໆແບບບໍ່ສະທົກສະທ້ານຕໍ່ກະແສໂຄວິດລະບາດແຕ່ຢ່າງໃດ ຈິ່ງຢາກໃຫ້ທຸກຄົນຄວນຕື່ນ ແລະຫ່າງກັນໄວ້ກ່ອນໃນຊ່ວງທີ່ເກີດການລະບາດຂອງເຊື້ອພະຍາດຄືປະຈຸບັນ.

ShareTweetShare
Next Post
ສາວປ້ຳໃຈເດັດ ຢົ້ວໂຈນ ແລະ ມີ Sex ນຳ ເພື່ອຖ່ວງເວລາ ຖ້າຕຳຫຼວດມາຮອດ

ສາວປ້ຳໃຈເດັດ ຢົ້ວໂຈນ ແລະ ມີ Sex ນຳ ເພື່ອຖ່ວງເວລາ ຖ້າຕຳຫຼວດມາຮອດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...