ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 5, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ດ່ວນ! ເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ໄມສີ ອາຍຸ 23 ປີ ທີ່ໂພດຂ່າວປອມ”ຍົນຕົກເມືອງຊຽງເງິນ ແຂວງຫຼວງພະບາງ”

Staff by Staff
ເດືອນພຶດສະພາ 22, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເຈົ້າໜ້າທີ່ຢືນຢັນ ຄຼິບຍົນຕົກ ຢູ່ເມືອງຊຽງເງິນ ທີ່ອອກເຜີຍແຜ່ ໃນTikTok ເປັນຄຼິບປອມ

ໃນວັນທີ 17 ພຶດສະພາ ຜ່ານມາ, ໄດ້ມີຄຼິບເຫດ ການຍົນໂດຍສານ ຕົກຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ໃນ TikTok ທີ່ເຜີຍແຜ່ອອກສູ່ສື່ສັງ ຄົມອອນລາຍ ແລະ ມີຍອດໄລຍອດແຊ໌ເປັນຈໍານວນຫຼວງຫຼາຍ ເຮັດໃຫ້ສາຍການບິນຂອງ ສປປ ລາວ ມີຜົນກະທົບດ້ານຄວາມປອດໄພ ກັບສາຍການບິນອື່ນໆຂອງຕ່າງປະເທດ,ຜ່ານການສືບສວນ -ສອບສວນ ກ່ຽວເຫດການຍົນຕົກທີ່ເຜີຍແຜ່ອອກມານັ້ນ ແມ່ນບໍ່ມີມູນຄວາມຈິງ.

ພັທ ສິງແກ້ວ ວົງພະຈັນ ຫົວໜ້າພະແນກຕຳ ຫຼວດສືບສວນຄະດີອາຍາ ກົມຕໍາຫຼວດສືບສວນ- ສອບສວນ ໄດ້ກ່າວຕໍ່ນັກຂ່າວໜັງສືພິມຄວາມສະ ຫງົບ ໃນວັນທີ 21 ພຶດສະພາ 2021 ວ່າ: ພາຍຫຼັງ ຄຼິບດັ່ງກ່າວ ໄດ້ເຜີຍແຜ່ອອກມາສູ່ສັງຄົມ, ເຈົ້າໜ້າ ທີ່ວິຊາສະເພາະ ກໍໄດ້ຕິດຕາມຕົວຫາຜູ້ໂພດຄຼິບດັ່ງກ່າວ ລົງສື່ອອນລາຍ ແລະ ຮູ້ວ່າເພຈ TikTok ດັ່ງກ່າວ ແມ່ນຊື່ @maisee 4433, ຜ່ານການຕິດ ຕາມຢ່າງເອົາໃຈໃສ່ ກໍຮູ້ວ່າເຈົ້າຂອງ TikTok ໄດ້ພັກເຊົາ ຢູ່ຫ້ອງແຖວເຂດບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມາໃນວັນທີ 20 ພຶດສາພາ 2021 ກໍສາມາດກັກຕົວຜູ້ກ່ຽວ ມາສອບສວນ; ຜ່ານການສອບສວນ ຈຶ່ງຮູ້ວ່າຜູ້ກ່ຽວ ຊື່ ທ້າວ ໄມສີ ອາຍຸ 23 ປີ ເປັນຄົນຢູ່ບ້ານເມືອງຈໍາ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ແລ້ວມາພັກເຊົາຢູ່ບ້ານພະຂາວ ແລະ ຜູ້ກ່ຽວ ຍັງຮັບວ່າ ເຫດ ການທີ່ຕົນໂພດລົງ TikTok ໃນຄັ້ງວັນທີ 17 ພຶດ ສະພາ 2021 ວ່າເກີດເຫດຍົນບັນທຸກຜູ້ໂດຍສານຕົກຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ແມ່ນບໍ່ມີມູນຄວາມຈິງ, ຕົນເຮັດເພື່ອຢາກໄດ້ຍອດໄລ,ຍອດແຊເທົ່ານັ້ນ.

ທ່ານ ບຸນແຕ່ງ ສີມູນ ຮອງຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ ກ່າວຕື່ມວ່າ: ພາຍຫຼັງຄຼິບດັ່ງກ່າວ ໄດ້ເຜີຍແຜ່ອອກສື່ອອນລາຍ ບໍ່ຮອດມື້ ໄດ້ມີບັນສາຍການບິນຕ່າງໆ ຂອງຕ່າງປະເທດ ຕໍານິສົ່ງຂ່າວມາຫາສາຍການບິນຂອງ ສປປ ລາວ ແລະ ພວກເພີ່ນ ຍັງຕໍານິວ່າ ສາຍການບິນຂອງພວກເຮົາ ບໍ່ມີມາດຕະຖານຄວາມປອດໄພ; ດັ່ງນັ້ນ, ພວກເຮົາ ຈຶ່ງກວດສອບຢ່າງລະອຽດວ່າມີເຫດການດັ່ງກ່າວເກີດຂຶ້ນແທ້ ຫຼື ບໍ່; ຜ່ານການກວດສອບໃນວັນທີ 17 ພຶດສະພາ ຢູ່ນານຟ້າຂອງລາວ ມີສາຍການບິນ ໄດ້ບິນຜ່ານທັງໝົດ 160 ກວ່າຖ້ຽວບິນ, ຍົນທັງໝົດທີ່ບິນຜ່ານ ແມ່ນປົກກະຕິ ແລະ ບໍ່ມີຖ້ຽວບິນໃດແຈ້ງເຫດສຸກເສີນ; ດັ່ງນັ້ນ, ພວກເຮົາ ຈຶ່ງຮູ້ວ່າຄຼິບເຫດການຍົນຕົກຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ແມ່ນຄຼິບປອມ; ສະນັ້ນ, ຈຶ່ຮຽກຮ້ອງມາຍັງສັງຄົມ ໂດຍສະເພາະຜູ້ໃຊ້ສື່ສັງຄົມອອນລາຍ ຈົ່ງເສບຂ່າວຢ່າງມີສະຕິ, ເມື່ອທ່ານຮູ້ວ່າ ເຫດດັ່ງກ່າວເປັນຂ່າວປອມກໍບໍ່ຄວນນຳມາໂພດລົງ ຫຼື ແຊ໌ເມື່ອບັນດາທ່ານແຊ໌ໄປທ່ານຈະເປັນຜູ້ໜຶ່ງ ທີ່ສ້າງຄວາມວຸ້ນວາຍສັບສົນໃຫ້ແກ່ສັງຄົມ, ຊ້ຳບໍ່ໜຳຍັງສ້າງຄວາມເຊື່ອມເສຍໃຫ້ກັບປະເທດຊາດ.

ເຈົ້າໜ້າທີ່ຕໍາຫຼວດ ຍັງໃຫ້ຮູ້ອີກວ່າ: ຕໍ່ກັບທ້າວ ໄມສີ ນັ້ນ ແມ່ນໄດ້ສຶກສາອົບຮົມກ່າວຕັກເຕືອນ, ພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ, ຫາກມີການກະທຳຜິດກ່ຽວກັບການສ້າງສະຖານະການ ຫຼື ໂພດຂ່າວທີ່ບໍ່ມີມູນຄວາມຈິງລົງສື່ອອນລາຍອີກ ຈະຖືກດຳເນີນຄະດີຕາມລະບຽບກົດໝາຍ.

ພາບ-ຂ່າວ: ຈັນສະໝອນ ໝຶ່ນສີ

ShareTweetShare
Next Post
ເປີດປະຫວັດທ່ານຫມໍທີມງານ ທີມທີ 2 ປະຈຳໂຮງຫມໍສະຫນາມຫ້ວຍຫົງ ປິ່ນປົວພະຍາດໂຄວິ ດ

ເປີດປະຫວັດທ່ານຫມໍທີມງານ ທີມທີ 2 ປະຈຳໂຮງຫມໍສະຫນາມຫ້ວຍຫົງ ປິ່ນປົວພະຍາດໂຄວິ ດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເຈົ້າໜ້າທີ່ເປິດເຜີຍເຫດການເມຍຫຼວງຈູດເມຍນ້ອຍ

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...