ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 16, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກອງປະຊຸມ ລັດຖະບານ ເດືອນພຶດສະພາ ເຫັນດີຮັບຮອງເອົາຮ່າງດຳລັດ ວ່າດ້ວຍລົດບໍລິຫານຂອງລັດ ແນໃສ່ຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດລວມສູນ ຕ້ານການຟຸມເຟືອຍ

Staff by Staff
ເດືອນພຶດສະພາ 22, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ກອງປະຊຸມ ເດືອນພຶດສະພາ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍລົດບໍລິຫານຂອງລັດ ແນໃສ່ຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດລວມສູນ ຕ້ານການຟຸມເຟືອຍ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດ ສະພາ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ແລະ ໄດ້ອັດລົງ ໃນຕອນແລງວັນທີ 21 ພຶດສະພາ 2021 ໂດຍໄດ້ດຳເນີນຜ່ານລະບົບກອງປະຊຸມທາງໄກ ແລະ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ບັນດາເອກະສານສຳຄັນດັ່ງນີ້.

1. ບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2021: ກອງປະຊຸມ ເຫັນ ດີດ້ານຫຼັກການ ຮັບຮອງເອົາເນື້ອໃນຂອງບົດລາຍງານດັ່ງກ່າວ. ສຳລັບແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2021

2. ຮ່າງຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ: ເນື້ອໃນ ຂອງຮ່າງຄຳສັ່ງສະບັບນີ້ ແມ່ນເນັ້ນໜັກໃສ່ການເພີ່ມຄວາມເປັນເຈົ້າການ ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ; ກຳນົດຄວາມຮັບຜິດຊອບ ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ເປັນເຈົ້າການ ຈັດຕັ້ງປະຕິບັດມາດຕະການ ທີ່ຕິດພັນກັບການເກັບລາຍຮັບເຂົ້າງົບປະມານຂອງລັດ ໃນຂະແໜງການ ແລະ ທ້ອງຖິ່ນຂອງຕົນ ໃຫ້ຄົບຖ້ວນ, ບໍ່ມີການຮົ່ວໄຫຼ, ພ້ອມທັງ ເອົາໃຈໃສ່ໃນການສ້າງ ແລະ ປັບປຸງນິຕິກຳ ທີ່ກ່ຽວຂ້ອງ, ສ້າງ ແລະ ປັບປຸງໂຄງລ່າງພື້ນຖານການເກັບລາຍຮັບ ໂດຍສະເພາະ ຫັນສູ່ການຄຸ້ມຄອງ ໂດຍນຳໃຊ້ລະບົບເອເລັກໂຕຣນິກ.

3. ຮ່າງດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ: ເນື້ອໃນຂອງຮ່າງດຳລັດສະບັບນີ້ ແມ່ນເນັ້ນໃສ່ການກຳນົດຫຼັກການ, ມາດຕະການ ໃນການຄຸ້ມຄອງ ແລະ ນຳໃຊ້ງົບປະມານຂອງລັດ, ແຫຼ່ງທຶນຂອງລັດ, ຊັບສິນຂອງລັດ ແລະ ເວລາລັດຖະການ ຂອງການຈັດຕັ້ງລັດ ແລະ ລັດວິສາຫະກິດ ໃຫ້ມີຄວາມປະຢັດ ແລະ ມີປະສິດທິຜົນສູງ ເພື່ອສະສົມທຶນຮອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແນໃສ່ຊຸກຍູ້ສົ່ງເສີມ ທົ່ວສັງຄົມ ໃຫ້ມີສະຕິຕື່ນຕົວ ແລະ ເປັນເຈົ້າການ ປະກອບສ່ວນເຂົ້າໃນການປະຢັດ ແລະ ຕ້ານການຟູມເຟືອຍ ໂດຍສະເພາະ ການຊົມໃຊ້ຊັບສິນສ່ວນຕົວ, ຊັບພະຍາກອນທຳມະຊາດ, ພາຫະນະ, ວັດຖຸສິ່ງຂອງ ແລະ ເວລາ ເພື່ອສະສົມເປັນທຶນຮອນ ໄວ້ພັດທະນາຄອບຄົວ, ປະເທດຊາດບ້ານເມືອງ ແລະ ສ້າງອະນາຄົດທີ່ສົດໃສ ໄວ້ໃຫ້ລູກ-ຫຼານ ສືບທອດຕໍ່ໄປ.

ຕໍ່ເອກະສານທີ 2, 3 ແລະ 4, ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງເອກະສານ 3 ສະບັບດັ່ງກ່າວໂດຍມອບໃຫ້ກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງຄືນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ຮ່າງນິຕິກຳ 3 ສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ເປັນນິຕິກຳທີ່ສຳຄັນ ໃນການຫັນເປັນອັນລະອຽດເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ.

4. ຮ່າງດຳລັດ ວ່າດ້ວຍລົດບໍລິຫານຂອງລັດ: ດຳລັດສະບັບນີ້ ສ້າງຂຶ້ນເພື່ອເປັນເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ ລວມສູນ ແລະ ເປັນເອກະພາບ, ຖືກຕ້ອງກັບເປົ້າໝາຍ, ແທດກັບຈຸດພິເສດ ແລະ ພູມສັນຖານ, ປະຢັດ-ຕ້ານການຟູມເຟືອຍ, ໂປ່ງໃສ, ສາມາດກວດສອບໄດ້, ທັງເປັນບ່ອນອີງໃນການຂຶ້ນແຜນ ການຈັດຊື້ພາຫະນະຂອງລັດໃນຕໍ່ໜ້າ ໄດ້ຢ່າງຖືກຕ້ອງ, ແທດຕົວຈິງ, ມີປະສິດທິພາບ ແລະ ປະສິດທິຜົນ.

5. ບົດລາຍງານ ຄວາມຄືບໜ້າ ໃນການກະກຽມບັນດາຮ່າງກົດໝາຍ ເພື່ອສະເໜີຄະນະປະຈຳສະພາແຫ່ງຊາດ ນຳເຂົ້າພິຈາລະນາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊາດທີ IX ຊຶ່ງລັດຖະບານ ຈະສະເໜີຮ່າງກົດໝາຍ 11 ສະບັບ, ໃນນີ້ ມີກົດໝາຍສ້າງໃໝ່ ຈຳນວນ 4 ສະບັບ ແລະ ກົດໝາຍປັບປຸງ ຈຳນວນ 7 ສະບັບ.

6. ຮ່າງກົດໝາຍ ວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່;7. ຮ່າງຍຸດທະສາດການພັດທະນາພະລັງງານແຫ່ງຊາດ;8. ຮ່າງແຜນຍຸດທະສາດ ການຫຼຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດ ປີ 2021 ຫາ 2030;9. ຮ່າງແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ;

ຂ່າວເສດຖະກິດ-ການຄ້າ ແຫຼ່ງຄວາມຮູ້ສູ່ສັງຄົມ

ShareTweetShare
Next Post
ແຈ້ງການມອດໄຟດ່ວນ! ລະຫວ່າງວັນທີ່ 22-23 ພຶດສະພາ 2021 ລາຍລະອຽດກົດອ່ານເລີຍ

ແຈ້ງການມອດໄຟດ່ວນ! ລະຫວ່າງວັນທີ່ 22-23 ພຶດສະພາ 2021 ລາຍລະອຽດກົດອ່ານເລີຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0
  • ດ່ວນໆພີ່ນ້ອງ ພາບຫຼ້າສຸດ! ຂົວນໍ້າພະນາຍບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ເຈີ້ຍລົງແລ້ວ.

    0 shares
    Share 0 Tweet 0
  • ຈື່ໄດ້ບໍ່ ນັກຮ້ອງເພງດັງ “ປາຄໍ່ໃຫຍ່”ປະສົບອຸບັດຕິເຫດ ເລືອດຄ້າງໃນສະໝອງ ເຖິງຂັ້ນຜ່າຕັດສະໝອງ

    0 shares
    Share 0 Tweet 0
  • ເສຍຫາຍໜັກ ເຫດຈອດລົດໄວ້ກ້ອງກົກໄມ້ໃຫຍ່ ລົ້ມທັບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຊົມເຊີຍເຈົ້າໜ້າທີ່ ສູນປະສານງານ 4 ຝ່າຍ ສະກັດຈັບເປົ້າໝາຍ ຢ າ ເ ສ ບຕິ ດ ຈັບໄດ້ທັງຄົນ ແລະ ຂອງກາງຈຳນວນຫຼາຍ
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ
  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...