🦠 ອັນຕະລາຍເມື່ອເຊື້ອຈຸລາໂລກສາຍພັນໃໝ່ໂຄວິດ-19 ລົງປອດ.

– ຜູ້ທີ່ມີພະຍາດປະຈໍາຕົວເຊັ່ນນ: ພະຍາດເບົາຫວານ, ພະຍາດຄວາມດັນເລືອດສູງ ແລະ ພະຍາດຫົວໃຈ.
– ຜູ້ສູງອາຍຸ

– ພະຍາດຕຸ້ຍ BMI ຫຼາຍກວ່າ 30

– ພະຍາດແຊກຊ້ອນຕ່າງໆເມື່ອເຊື້ອໄວຣັສໂຄວິດ-19 ລົງປອດ ແລ້ວ ໄວຣັສຈະຈັບກັບເຊວໃນປອດຈໍານວນຫຼາຍ ຈະເຮັດໃຫ້ເກີດການທໍາລາຍເຊວເພີ່ມຂຶ້ນເລື້ອຍໆ

ຈຶ່ງສົ່ງຜົນກະທົບຕໍ່ການເຮັດວຽກຂອງປອດໂດຍກົງ ເຊິ່ງເຊວທີ່ຖືກທໍາລາຍໃນຈໍານວນຫຼາຍນີ້ ຈະສົ່ງຜົນໃຫ້ເກີດການສ້າງພູມຄຸ້ມກັນໃນຮ່າງກາຍຂຶ້ນ ເພື່ອຕ້ານເຊື້ອໄວຣັສໂຄວິດ-19 ແລະ ຕ້ານປະຕິກິລິຍາຕ່າງໆ ທີ່ຜິດປົກກະຕິໃນຮ່າງກາຍ, ຂະບວນການນີ້ ຈະເກີດການທໍາລາຍເນື້ອປອດແບບຊໍ້າຊາກ.

ນອກຈາກນີ້, ແພດໝໍຈະຈ່າຍຢາຕ້ານການອັບເສບເພື່ອຫຼຸດຂະບວນການອັບເສບໃນຮ່າງກາຍ ຮ່ວມກັບການໃຫ້ຢາຮັກສາຕາມອາການຄວບຄູ່ກັນໄປນໍາ.ໃນກໍລະນີອາການຂ້ອນຂ້າງໜັກ ເນື້ອຂອງປອດຈະບວມນໍ້າຫຼາຍຂຶ້ນ, ເນື້ອຂອງປອດຈະເສຍຫາຍຫຼາຍຂຶ້ນ. ແພດໝໍຈໍາເປັນຈະຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ ແລະ ໃຊ້ທໍ່ຊ່ວຍຫາຍໃຈເພື່ອເພີ່ມປະລິມານອອກຊີເຈນໃນເນື້ອປອດ ເຊິ່ງຈະເຮັດໃຫ້ປະລິມານໃນເລືອດສູງພໍທີ່ຈະສາມາດໄປລ້ຽງອະໄວຍະວະຕ່າງໆ

ແຕ່ໃນບາງກໍລະນີທີ່ເຄື່ອງຊ່ວຍຫາຍໃຈບໍ່ສາມາດຊ່ວຍຊີວິດໄວ້ໄດ້ ກໍຈໍາເປັນທີ່ຈະຕ້ອງໃຊ້ອຸປະກອນພິເສດທີ່ເອີ້ນວ່າ ECMO (Extracorporeal Membrane Oxygenation) ເຄື່ອງຊ່ວຍພະຍຸງການເຮັດວຽກຂອງຫົວໃຈ ແລະ ປອດ ເຮັດໜ້າທີ່ໂດຍການນໍາເລືອດຈາກຮ່າງກາຍຄົນເຈັບມາຟອກ ແລ້ວຕື່ມອອກຊີເຈນກ່ອນທີ່ຈະຄືນກັບເຂົ້າໄປສູ່ຮ່າງກາຍຂອງຄົນເຈັບອີກຄັ້ງ ເພື່ອຊ່ວຍເພີ່ມໂອກາດໃນການລອດຊີວິດໃຫ້ກັບຄົນເຈັບ.ທີ່ມາ: Sanook
Discussion about this post