ຄະນະສະເພາະກິດຂັ້ນແຂວງໃຫ້ຄວາມສະດວກໃນການອອກໃບອະນຸຍາດເດີນທາງ ໂດຍບໍ່ມີມື້ພັກ.

ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ມີຄວາມຈຳເປັນ ໃນການເດີນທາງໄປຕ່າງແຂວງ, ດັ່ງນັ້ນຄະນະສະເພາະກິດຂັ້ນແຂວງ ຈຶ່ງໄດ້ຕັ້ງຈຸດອອກໃບອະນຸຍາດໃນການເດີນທາງອອກຈາກແຂວງບໍລິຄຳໄຊ ຢູ່ຫ້ອງວ່າການປົກຄອງແຂວງ ບ້ານອານຸສອນໄຊ ເມືອງປາກຊັນ ໂດຍບໍ່ມີມື້ພັກ (ວັນຈັນ-ວັນອາທິດ).

ຕາມການໃຫ້ສຳພາດຂອງ ທ່ານ ພອນສະຫວັນ ວົງສາວັນທອງ ຮອງຂະແໜງຄົ້ນຄວ້າສັງລວມຫ້ອງວ່າການແຂວງ ທັງເປັນກອງເລຂາຄະນະສະເພາະກິດຂັ້ນແຂວງ ໃນວັນທີ 12 ພຶດສະພາຜ່ານມານີ້ໃຫ້ຮູ້ວ່າ: ກໍລະນີພະນັກງານ ໄປວຽກທາງລັດຖະການຢູ່ຕ່າງແຂວງ ຕ້ອງມີໃບຢັ້ງຢືນ ຫຼື ເອກະສານແຕ່ງຕັ້ງຈາກກົມກອງ, ນິຕິບຸກຄົນ ຫຼື ບໍລິສັດເອກະຊົນ ໃຫ້ເຮັດໃບສະເໜີ ຫຼື ໃບຢັ້ງຢືນຈາກບໍລິສັດ ພ້ອມໃບທະບຽນວິສາຫະກິດ, ກໍລະນີຍາດພີ່ນ້ອງເຈັບເປັນ ຕ້ອງມີໃບຢັ້ງຢືນຈາກໂຮງໝໍ ຫຼື ກໍລະນີເຈັບເປັນຢູ່ເຮືອນ ແມ່ນໃຫ້ເຮັດໃບຢັ້ງຢືນຈາກນາຍບ້ານ ທີ່ຕົນເອງອາໃສຢູ່, ຄົນຕ່າງແຂວງທີ່ຕົກຄ້າງຢູແຂວງບໍລິຄຳໄຊ ຢາກກັບຄືນພູມລຳເນົາເດີມ ຕ້ອງມີສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ໃບຢັ້ງຢືນທີ່ຢູ່ ຈາກອົງການປົກຄອງບ້ານ ຫຼື ຄະນະສະເພາະກິດຂັ້ນເມືອງ ທີ່ຕົນອາໃສຢູ່ໃນປະຈຸບັນ.

ສຳລັບການຂົນສົ່ງສິນຄ້າຂອງວິສາຫະກິດ ຕ້ອງມີໃບທະບຽນວິສາຫະກິດ ແລະ ໃບສະເໜີ ຫຼື ໃບມອບສິດຈາກບໍລິສັດ, ສ່ວນການຂົນສົ່ງສິນຄ້າສ່ວນບຸກຄົນ ຕ້ອງມີໃບຢັ້ງຢືນຈາກອົງການປົກຄອງບ້ານ ຫຼື ໃບທະບຽນວິສາຫະກິດການຂົນສົ່ງ, ກໍລະນີໄປຮັບຄົນໃນຄອບຄົວກັບຄືນແຂວງບໍລິຄຳໄຊ ແມ່ນຕ້ອງມີໃບຢັ້ງຢືນຈາກຄະນະສະເພາະກິດຂັ້ນເມືອງຂອງຕົນ ແລະ ກໍລະນີມີຜູ້ຕິດຕາມໃນການຂົນສົ່ງສິນຄ້າ ແມ່ນບໍ່ໃຫ້ຕິດຕາມເກີນ 2 ຄົນ, ສ່ວນການເດີນທາງທົ່ວໄປ ແມ່ນອະນຸຍາດໃຫ້ຕິດຕາມບໍ່ເກີນ 1 ຄົນ. ສຳລັບການອອກໃບເດີນທາງຂອງຄະນະສະເພາະກິດຂັ້ນແຂວງ ແມ່ນຈັດຕັ້ງປະຕິບັດຮອດວັນທີ 21 ພຶດສະພາ 2021, ຖ້າພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມຈຳເປັນຕ້ອງການເດີນທາງໄປຕ່າງແຂວງ ສາມາດເຂົ້າໄປພົວພັນໄດ້ໃນໂມງລັດຖະການ ວັນຈັນ-ວັນອາທິດ ໂດຍບໍ່ມີມື້ພັກ.
Discussion about this post