ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຫາກ ຜູ້ຕິດເຊື້ອ ຫຼື ກຸ່ມສ່ຽງ ບໍ່ໃຫ້ການຮ່ວມມືແພດໝໍ ຜູ້ເສຍຊີວິດກໍ່ຈະມີເພີ່ມຂຶ້ນເລື້ອຍໆ

Staff by Staff
ເດືອນພຶດສະພາ 10, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 8 ພຶດສະພາ 2001 ທ່ານ ດຣ. ນາງ ບົວເທບ ພູມິນ ຮອງຫົວໜ້າກົມ ປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໄດ້ກ່າວວ່າ: ການຕິດເຊື້ອໂຄວິດ-19 ໃນປີ 2021 ທຽບໃສ່ປີ 2020 ມັນແຕກຕ່າງກັນ ເພາະປີ 2021 ນີ້ ພະຍາດໄດ້ເຂົ້າໄປເຖິງຄົນທຸກກຸ່ມອາຍຸ ທັງເດັກນ້ອຍ ແລະ ຜູ້ອາຍຸສູງ, ເຊິ່ງຕາມທິດສະດີເພິ່ນກໍ່ເວົ້າແລ້ວວ່າຖ້າຜູ້ອາຍຸສູງທີ່ມີພະຍາດຕິດໂຕ ເຊັ່ນ: ເບົາຫວານ, ຄວາມດັນຕ່າງໆ ອາການເຊື້ອໂຄວິດຈະສະແດງຊັດເຈນ ແລະ ວິວັດທະນາການຂອງພະຍາດຈາກອາການເບົາບາງ ເຂົ້າສູ່ ປານກາງ ຫຼື ຫາໜັກ ແມ່ນຈະໄວວາ.

ດັ່ງນັ້ນຂໍໃຫ້ຜູ້ຕິດເຊື້ອ ຫຼື ຜູ້ຢູ່ໃນກຸ່ມສ່ຽງຂໍໃຫ້ມີຄວາມຈິງໃຈ ແຈ້ງຕົນເອງວ່າຕົນເອງຢູ່ໃນກຸ່ມສ່ຽງ ແລະ ໄດ້ສຳພັດກັບກຸ່ມເປົ້າໝາຍ, ສະເພາະຜູ້ເສຍຊີວິດຈາກໂຄວິດ-19 ໃນລາວ ຜູ້ທຳອິດນີ້ແມ່ນຜູ້ກ່ຽວອາຍຸສູງ 53 ປີ, ອາຍຸ 53 ປີ ພະຍາດປະຈຳຕົວແມ່ນມີຄວາມດັນ ແລະ ເບົາຫວານ ຜູ້ກ່ຽວຕິດພັນກັບຮ້ານຄາຣາໂອເກະ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອານຫຼວງວຽງຈັນ.ດັ່ງນັ້ນຫາກທ່ານຢູ່ໃນກຸ່ມສ່ຽງຈົ່ງຮີບຕັດສິນໃຈມາໂຮງໝໍ, ບາງຄົນຍັງລົບຫຼີກການປິ່ນປົວ, ລົບຊ້ອນບໍ່ປະກົດຕົວໃຫ້ແພດໝໍປິ່ນປົວແຕ່ຫົວທີ, ເພາະການຕິດເຊື້ອພະຍາດໄລຍະເລີ່ມຕົ້ນອາການຈະເບົາບາງໃຊ້ເວລາບໍ່ດົນອາການກໍ່ຈະເຂົ້າສູ່ປານກາງ, ຈາກອາການຂອງຜູ້ເສຍຊີວິດເບົາບາງ ຫາ ປານກາງ ແລະ ຈາກປານກາງຫາໜັກ ແມ່ນໃຊ້ເວລາສັ້ນ,

ດັ່ງນັ້ນ ຈາກບົດຮຽນລາຄາແພງອັນນີ້ໃນນາມທີ່ຂ້າພະເຈົ້າເປັນທີມແພດ ຂໍບອກວ່າທຸກພະຍາດຫາກມີການບົ່ງມະຕິໄດ້ໄວແຕ່ຫົວທີ, ຄົນເຈັບໃຫ້ການຮ່ວມມືໄວແຕ່ຫົວທີ ແລະ ຄົນເຈັບປະຕິບັດຕາມຫຼັກການໄວແຕ່ຫົວທີ ການປິ່ນປົວໄວແຕ່ຫົວທີ ອາການຈະດີຂຶ້ນໄວ. ການປິ່ນປົວຜູ້ຕິດເຊື້ອໃນລາວບໍ່ແມ່ນເລື່ອງງ່າຍ ໄປເອົາຄົນເຈັບແຕ່ລະຄັ້ງຍາກກວ່າຕິດຕາມຄົນຂີ້ລັກ, ຊອກໂຕຍາກ, ພໍ້ເພິ່ນແລ້ວເພິ່ນກໍ່ບໍ່ຢາກມາໂຮງໝໍ, ແຈ້ງເພິ່ນແລ້ວເພິ່ນກໍ່ວ່າບໍ່ເປັນຫັຍງເພິ່ນແຂງແຮງຢູ່ເອງໄດ້.

ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຈົ່ງຖືເປັນບົດຮຽນ ທຸກທ່ານຕ້ອງອອກແຮງຊ່ວຍເຫຼືອທີມແພດ, ໃຫ້ການສະໜັບສະໜູນທີມແພດ, ຂໍໃຫ້ທຸກທ່ານເປັນເຈົ້າຂອງຕົນເອງ ຊີວິດ, ຮ່າງກາຍ, ສຸຂະພາບແມ່ນແຕ່ລະບຸກຄົນຕ້ອງໄດ້ດູແລຕົນເອງ, ສ່ວນເຫຼືອແມ່ນມາຫາທີມແພດຊ່ວຍເຫຼືອ ຫາກທ່ານບໍ່ຊ່ວຍເຫຼືອທີມແພດພວກເຮົາກໍ່ສຸດກຳລັງທີ່ຈະໄປຊອກຫາພວກທ່ານ ແຕ່ບາດທ່ານຈະມາຫາອາການກໍ່ປານກາງຫາໜັກແລ້ວ. ດັ່ງນັ້ນຂໍໃຫ້ທຸກຄົນຄິດໃໝ່, ປະຕິບັດໃໝ່, ກະທຳໃໝ່, ຊອກຄົ້ນໃໝ່, ຮ່ວມແຮງຮ່ວມໃຈກັບພວກເຮົາໃໝ່ ຄັນບໍ່ຊັ້ນຈະມີຜູ້ເສຍຊີວິດກໍລະນີທີ 2 ທີ 3 ຕາມມາເລື້ອຍໆ.

ShareTweetShare
Next Post
ຄະນະສະເພາະກິດຢືນຢັນ ການສັກວັກຊີນປ້ອງກັນ ໂຄວິດ-19 ຢູ່ເມືອງໂຂງ ແມ່ນບໍ່ໄດ້ເສຍຄ່າບໍລິການ

ຄະນະສະເພາະກິດຢືນຢັນ ການສັກວັກຊີນປ້ອງກັນ ໂຄວິດ-19 ຢູ່ເມືອງໂຂງ ແມ່ນບໍ່ໄດ້ເສຍຄ່າບໍລິການ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...